Oudomxay

Unitel ມອບອິນເຕີເນັດ ຈຳນວນ 8 ແອັກຄາວ ໃຫ້ແຂວງອຸດົມໄຊ ນຳໃຊ້

ຕອນບ່າຍ ຂອງວັນທີ 14 ມີນາ 2024 ບໍລິສັດ ສະຕາໂທລະຄົມ ຫຼື Unitel ມອບອິນເຕີເນັດຄວາມໄວສູງ ໄລຍະນຳໃຊ້ 1ປີ ໃຫ້ແຂວງອຸດົມໄຊ ນຳໃຊ້ເຂົ້າໃນວຽກງານຂອງພາກລັດ ເພື່ອຫັນເປັນທັນສະໄໝເປັນຕົ້ນແມ່ນ: ການຄົ້ນຫາຂໍ້ມູນ ການສົ່ງເອກະສານ ການສື່ສານ ແລະ ການປະຊຸມທາງໄກ...

ຄະນະເລຂາທິການສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ຫ້ອງການສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນຮ່ວມກັນ

ເພື່ອປະຕິບັດຕາມບົດບັນທຶກການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ຫວຽດນາມ ວ່າດ້ວຍການດຳເນີນການແລກປ່ຽນຄະນະ ເພື່ອຄົ້ນຄວ້າ, ແລກປ່ຽນບົດຮຽນ, ປະສົບການເຊິ່ງກັນ ແລະ ກັນ ຂອງສອງຫ້ອງວ່າການສະພາແຫ່ງຊາດ; ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາ ພົບປະ ແລກປ່ຽນບົດຮຽນ ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ...

ແຂວງອຸດົມໄຊ ປະເມີນຜົນ ການເຄື່ອນໄຫວ ຕິດຕາມ ຄຸ້ມຄອງ ການລົງທຶນ ເອກະຊົນ ພາຍໃນ ແລະ ຕ່າງປະເທດ ປະຈຳປີ 2021 ແລະ 6 ເດືອນ ຕົ້ນປີ 2022

ກອງປະຊຸມ ຂອງຂະແຫນງເສດຖະກິດ ຄັ້ງທີ II ພາຍໃຕ້ຫົວຂໍ້ ກ່ຽວກັບຂອດການປະສານງານ ການຄົ້ນຄວ້າ ອະນຸຍາດ ການລົງທຶນ,ການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ - ການເງິນ ແລະ ການຕິດຕາມ ຄຸ້ມຄອງ ການລົງທຶນ ເອກະຊົນ ພາຍໃນ ແລະ ຕ່າງປະເທດ ປະຈຳປີ...

ລັດຖະມົນຕີ ຫົວຫນ້າຫ້ອງວ່າການ ສຳນັກງານນາຍົກ ລັດຖະມົນຕີ ຊຸກຍູ້ ວຽກງານການແກ້ໄຂ ບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ການເງິນ ຢູ່ ແຂວງອຸດົມໄຊ

ວັນທີ 23 ກຸມພາ 2024 ນີ້ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການ ສໍານັກງານນາຍົກ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງ ທ່ານ...

ທ່ານ ປານີ ຢາທໍ່ຕູ້ ຮອງປະທານປະເທດ ເຄື່ອນໄຫວເຮັດວຽກ ຢູ່ ເມືອງຫລາ, ແຂວງອູດົມໄຊ

ດ້ວຍຄວາມເປັນຫ່ວງຂອງການນຳ ພັກ-ລັດ ຂັ້ນສູງ ທີ່ມີຕໍ່ທ້ອງຖິ່ນຂັ້ນແຂວງ ແລະ ປະຊາຊົນລາວບັນດາເຜົ່າ ໃນວັນທີ 31 ມັງກອນ 2024 ນີ້ ທ່ານ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ...

ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ

ລະຫວ່າງ ວັນທີ 22 – 23 ມັງກອນ 2024 ນີ້ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ຢ້ຽມຢາມ...

ແຂວງອຸດົມໄຊ ສະຫລຸບ ຜົນການເຄື່ອນໄຫວ ຈັດຕັ້ງປະຕິບັດ 2 ວ່າລະແຫ່ງຊາດ ໄລຍະປີ 2021 – 2023

ກອງປະຊຸມ ຕິດຕາມ, ກວດກາ ການເຄື່ອນໄຫວ ຈັດຕັ້ງປະຕິບັດ ວຽກງານ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ໄລຍະ 3 ປີ (2021 92023) ຂອງສະພາປະຊາຊົນ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ...

ເຈົ້າແຂວງອຸດົມໄຊ ລົງຕິດຕາມ ແລະ ຊຸກຍູ້ ວຽກງານ ຢູ່ ເມືອງຫຼາ

ວັນທີ 9 ທັນວານີ້ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ ວຽກງານການພັດທະນາ ຢູ່ ເມືອງຫຼາ ໂດຍມີ ທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງໆຫຼາ...

ສະຫະພັນແມ່ຍິງຮາກຖານຫ້ອງວ່າການ ເປີດ ຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2023

ໃນຕອນເຊົ້າວັນທີ 30 ພະຈິກ 2023 ສະຫະພັນແມ່ຍິງຮາກຖານ ຫ້ອງວ່າການແຂວງ ໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2023ຂຶ້ນ ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງໂດຍການເປັນປະທານ ຂອງສະຫາຍ ນາງ ສີພອນ ເຈົ້າຊຸນລີ້ງ ປະທານສະຫະພັນແມ່ຍິງຮາກຖານ ເປັນກຽດເຂົ້າຮ່ວມມີ ສະຫາຍ ປອ...

ທ້ອງທ່ຽວ ຕາດນຳ້ແຮງ ເມືອງຮູນ

ຕາດນຳ້ແຮງ ເມືອງຮູນ ແຂວງອູດົມໄຊ ອີກໜຶ່ງແຫລ່ງທ່ອງ ທ່ຽວທຳມະຊາດ ທີ່ຈະໄດ້ພັດທະນາ ເປັນແຫລ່ງທ່ອງທ່ຽວອັນດັບແຖວໜ້າ ຂອງແຂວງອຸດົມໄຊໃນໄວໆນີ້. ນຳ້ຕົກແຫ່ງນີ້ມີຫລາຍລັ່ນ ມີຄວາມສວຍງາມຫລາຍ ມີນຳ້ໄຫລຕະຫລອດປີ,ເສັ້ນທາງເຂົ້າເຖິງສະດວກສະບາຍ ໄກຈາກເທດສະບານເມຶອງຮູນປະມານ 20 ກວ່າກິໂລແມັດ.