ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ອຸ​ດົມ​ໄຊ ສະ​ໄໝ​ທີ VII 2010-2015

ກອງປະຊຸມໃຫຍ່ ຄັ້ງທີ VII  ຂອງອົງຄະນະພັກແຂວງ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ໃນວັນທີ 21-22 ມິຖຸນາ 2010 ຢູ່​ທີ່ສະໂມສອນຂອງ​ແຂວງ ພາຍ​ໃຕ້​ຄຳ​ຂວັນ “ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ເປັນ​ປຶກ​ແຜ່ນ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ​ຢ່າງ​ຕັ້ງ​ໜ້າ ເພື່ອ​ສືບ​ຕໍ່​ຊຸກ​ຍູ້​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ດ້ວຍ​ບາດ​ກ້າວ​ປ່ຽນ​ແປງ​ໃໝ່​ທີ່​ໜັກ​ແໜ້ນ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ແຂວງ​ອຸ​ດົມ​ໄຊ ​ຂອງ​ພວກ​ເຮົາ​ ຕາມ​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ”, ກອງ​ປະ​ຊຸມຄັ້ງ​ນີ້ໃຫ້​ກຽດ​ເຂົ້າ​ຮ່ວມຂອງ ສະ​ຫາຍ ອາ​ຊາງ ລາວ​ລີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານກວດ​ກາ​ສູນ​ກາງ​ພັກ, ມີຜູ້ແທນສົມບູນເຂົ້າ​ຮ່ວມ 191 ສະຫາຍ, ຍິງ 15 ສະຫາຍ ​ທີ່ເປັນຕົວແທນ​ໃຫ້​ແກ່ໜ່ວຍ​ພັກ​ໃນ​ທົ່ວ​ແຂວງ 606 ໜ່ວຍ ແລະ ສະມາຊິກພັກ ຈຳ​ນວນ 8.584 ສະຫາຍ. ກອງ​ປະ​ຊຸມ​ໄດ້​ປ່ອນ​ບັດ​ຄັດເລືອກ​ເອົາຄະນະບໍລິຫານງານພັກແຂວງ ຈຳ​ນວນ 29 ສະຫາຍ, ຍິງ 3 ສະຫາຍ; ໃນ​ນີ້​, ກຳ​ມະ​ການປະຈຳພັກແຂວງ 9 ສະຫາຍ, ຍິງ 1 ສະຫາຍ ຄື:

  1. ສະຫາຍ ຄຳຫຼ້າ ລິ້ງນະສອນ               ເປັນເລຂາຄະ​ນະ​ບໍ​ລິ​ຫານ​ງານພັກແຂວງ, ເຈົ້າແຂວງ
  2. ສະຫາຍ ຄຳແພງ ຈິດຕະວົງ               ເປັນຮອງເລຂາ​ຄະ​ນະ​ບໍ​ລິ​ຫານ​ງານພັກແຂວງ
  3. ສະຫາຍ ຄຳພຽງ ຢາຈົງວາ                ເປັນກຳ​ມະ​ການປະຈຳພັກແຂວງ
  4. ສະຫາຍ ບຸນລອດ ອ່ອນພະຈັນ           ເປັນກຳ​ມະ​ການປະຈຳພັກແຂວງ
  5. ສະຫາຍ ນາງ ສົມລີ ສຸພັນທອງ           ເປັນກຳ​ມະ​ການປະຈຳພັກແຂວງ, ຮອງເຈົ້າແຂວງ
  6. ສະຫາຍ ພັອ ຈັນທະວອນ ໄຊຍະຜົງ      ເປັນກຳ​ມະ​ການປະຈຳພັກແຂວງ
  7. ສະຫາຍ ບຸນທັນ ວັນນະໄຈ               ເປັນກຳ​ມະ​ການປະຈຳພັກແຂວງ
  8. ສະຫາຍ ໂອວາດ ຈັນທະວົງ               ເປັນກຳ​ມະ​ການປະຈຳພັກແຂວງ
  9. ສະຫາຍ ຄຳເສົາ ຈັນທະປັນຍາ            ເປັນກຳ​ມະ​ການປະຈຳພັກແຂວງ
  10.  ສະຫາຍ ຈັນແພງ ແກ້ວສີວັນ            ເປັນກຳມະການພັກແຂວງ
  11.  ສະຫາຍ ສົມແກ້ວ ມະນີວັນ             ເປັນກຳມະການພັກແຂວງ
  12.  ສະຫາຍ ພອນສະຫວັນ ພັນທະວິຈິດ     ເປັນກຳມະການພັກແຂວງ
  13.  ສະຫາຍ ຫຸມແພງ ສຸດທິວົງ              ເປັນກຳມະການພັກແຂວງ
  14.  ສະຫາຍ ຫຸມແພງ ມິ່ງບຸບຜາ             ເປັນກຳມະການພັກແຂວງ
  15.  ສະຫາຍ ທອງພຽນ ຢູລີໄຊ               ເປັນກຳມະການພັກແຂວງ
  16.  ສະຫາຍ ກາສີ ນັນທະລາດ               ເປັນກຳມະການພັກແຂວງ
  17.  ສະຫາຍ ນາງ ຄຳມີ ສຸກສະຫວັດ         ເປັນກຳມະການພັກແຂວງ
  18.  ສະຫາຍ ຄຳແສນ ຊາວມົງວື             ເປັນກຳມະການພັກແຂວງ
  19.  ສະຫາຍ ບຸນລຽນ ວໍລະກົດ              ເປັນກຳມະການພັກແຂວງ
  20.  ສະຫາຍ ສົມຟອງ ແສງຈັນທະລາ        ເປັນກຳມະການພັກແຂວງ
  21.  ສະຫາຍ ຄຳດີ ວົງລ້ອມ                  ເປັນກຳມະການພັກແຂວງ
  22.  ສະຫາຍ ຄຳອິ່ນ ອຸ່ນລະຄອນ             ເປັນກຳມະການພັກແຂວງ
  23.  ສະຫາຍ ພັອ ນິລະວົງ ເຈືອງຕະວະລາດ   ເປັນກຳມະການພັກແຂວງ
  24.  ສະຫາຍ ກອງແກ້ວ ພູນທິລັດ            ເປັນກຳມະການພັກແຂວງ
  25.  ສະຫາຍ ນາງ ຈັນສະໜອນ ທິບພະຫົງ   ເປັນກຳມະການພັກແຂວງ
  26.  ສະຫາຍ ສົມຈິດ ປັນຍາສັກ              ເປັນກຳມະການພັກແຂວງ
  27.  ສະຫາຍ ສຸຫວັດ ມະຫາວົງສະນັ່ນ        ເປັນກຳມະການພັກແຂວງ
  28.  ສະຫາຍ ໄຈເພັດ ຄຳມະລີ                ເປັນກຳມະການພັກແຂວງ
  29.  ສະຫາຍ ຄຳເພົ້າ ສີລິສຸກ                  ເປັນກຳມະການພັກແຂວງ

ມາ​ຮອດ ເດືອນ​ ກັນ​ຍາ 2014 ສະ​ຫາຍ ນາງ ສົມ​ລີ ສຸ​ພັນ​ທອງ, ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ, ​ຮອງເຈົ້າ​ແຂວງ ໄດ້​ອອກພັກ​ຜ່ອນ​ຮັບ​ເບ້ຍ​ບຳ​ນານ. ມາ​ຮອດປີ 2015 ​ປະ​ທານ​ປະ​ເທດ ໄດ້​ອອກ​ລັດ​ຖະ​ດຳ​ລັດ ເລກ​ທີ 114/ປ​ປ​ທ, ລົງ​ວັນ​ທີ 18 ສິງ​ຫາ 2015 ຍົກຍ້າຍ ສະ​ຫາຍ ຄຳຫຼ້າ ລິ້ງນະສອນ ເລ​ຂາ​ພັກ​ແຂວງ, ເຈົ້າແຂວງໆອຸດົມໄຊ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ອອກ​ດຳ​ລັດ ເລກ​ທີ 220/ນຍ, ລົງ​ວັນ​ທີ 9 ກໍ​ລະ​ກົດ 2016 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ ​ສະ​ຫາຍ ເພັດສາຄອນ ຫຼວງອາໄພ ​ເປັນ​ເລ​ຂາ​ພັກ​ແຂວງ, ເຈົ້າ​ແຂວງອຸ​ດົມ​ໄຊ.

ມາ​ຮອດກອງ​ປະ​ຊຸມ​ກາງ​ສະ​ໄໝ ຄະນະບໍລິຫານງານພັກແຂວງ ສູນກາງພັກໄດ້​ບົ່ງ​ຕົວ​ແຕ່ງ​ຕັ້ງ ສະ​ຫາຍ ຄຳ​ພຽງ ຢາ​ຈົງ​ວາ ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ ​ເປັນ​ຮອງ​ເລ​ຂາພັກ​ແຂວງ ຊີ້​ນຳ​ວຽກ​ງານ​ພັກ-ພະ​ນັກ​ງານ.

ຂໍ້ມູນຈາກ: ປື້ມປະຫວັດສາດແຂວງອຸດົມໄຊ ສະບັບປີ 2022