ໜ້າທີຂອງຂະແໜງຄົ້ນຄ້ວາ-ສັງລວມ

  1. ຄົ້ນຄ້ວາ, ເຊື່ອມຊຶມ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດຫມາຍ ແລະ ນິຕິກຳຂອງຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ວາງອອກກ່ຽວກັບວຽກງານຄົ້ນຄ້ວາ- ສັງລວມຢ່າງເລິກເຊິ່ງ; 
  2. ເປັນເສນາທິການໂດຍກົງໃຫ້ແກ່ຄະນະພັກຮາກຖານ, ຄະນະຫ້ອງວ່າການແຂວງ ຜູ້ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແຫນງຕົນຕາມພາລະບົດບາດ ແລະ ສິດຫນ້າທີ່ຂອງຕົນ; 
  3. ສ້າງແຜນການ, ແຜນງານ ແລະ ໂຄງການດໍາເນີນງານຂອງຄະນະບໍລິຫານງານພັກແຂວງ-ອົງການປົກຄອງ ແຂວງ, ຄະນະປະຈໍາພັກແຂວງ, ເລຂາພັກແຂວງ, ຮອງເລຂາພັກແຂວງ, ເຈົ້າແຂວງ, ຮອງເຈົ້າແຂວງ ໃນແຕ່ລະໄລຍະ ເພື່ອນໍາສະເຫນີຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ, ກອງປະຊຸມອົງການປົກຄອງແຂວງ ຫຼື ກອງປະຊຸມຄະນະປະຈໍາພັກແຂວງ ເພື່ອພິຈາລະນາ; 
  4. ປະສານງານ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ແຈ້ງການແນະນໍາ, ແຜນການ ແລະ ແຜນງານ ຂອງຄະນະພັກແຂວງ-ອົງການປົກຄອງແຂວງຕໍ່ບັນດາອົງ ການຈັດຕັ້ງພັກ, ບັນດາພະແນກການ ແລະ ບັນດາເມືອງ; 
  5. ກະກຽມເນື້ອໃນ, ລະບຽບ, ຕາຕະລາງ, ວາລະ, ຄໍາຖາມເຈາະຈີ້ມ, ຂໍ້ສະຫຼຸບ, ບົດບັນທຶກ ແລະ ແຈ້ງການ ກອງປະຊຸມສະໄຫມສາມັນ, ວິສາມັນຂອງອົງຄະນະພັກແຂວງ ອົງການປົກຄອງແຂວງ ໃນແຕ່ລະໄລຍະ ຕາມການມອບຫມາຍ ແລະ ຕິດຕາມຊຸກຍູ້ການກະກຽມເນື້ອໃນກອງປະຊຸມ ທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນໃຫ້ຖືກຕ້ອງ ຕາມຈິດໃຈຊີ້ນໍາຂອງການນໍາ ແລະ ສໍາເລັດຕາມວັນເວລາທີ່ກໍານົດໄວ້; 
  6. ເຮັດຫນ້າທີ່ບໍລິການຮັບໃຊ້ດ້ານພິທີການຕ່າງໆ ກ່ຽວກັບວຽກງານຂອງພັກ, ຂອງລັດ, ກະກຽມຈັດຕັ້ງ ແລະ ບັນທຶກກອງປະຊຸມສ່ອງແສງລາຍງານວຽກງານຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຄະນະພັກແຂວງ-ອົງການປົກຄອງແຂວງປະຈໍາແຕ່ລະໄລຍະ; 
  7. ຮັບ ແລະ ຄົ້ນຄ້ວາຊ່ວຍມີຄໍາເຫັນຕໍ່ຫນັງສືສະເຫນີ, ຄໍາຮ້ອງ, ການເຂົ້າພົບ ແລະ ອື່ນໆ ທີ່ສະເຫນີເຖິງເລຂາພັກແຂວງ, ຮອງເລຂາພັກແຂວງ, ເຈົ້າແຂວງ, ຮອງເຈົ້າແຂວງ ແລະ ຄະນະປະຈໍາພັກແຂວງເພື່ອພິຈາລະນາ;
  8. ຄົ້ນຄ້ວາ, ວິເຄາະວິໄຈ ແລະ ສະຫນອງຂໍ້ມູນຂ່າວສານໃຫ້ແກ່ຄະນະພັກ, ອົງການປົກຄອງແຂວງ, ເລຂາພັກແຂວງ, ເຈົ້າແຂວງ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ເພື່ອມີຄໍາເຫັນ ຫຼື ມີທິດຊີ້ນໍາພິຈາລະນາຕົກລົງ, ແກ້ໄຂໃຫ້ຖືກຕ້ອງ ແລະ ທັນເວລາ; 
  9. ກວດກາ, ກວດຜ່ານ, ສ້າລວມ, ກັ່ນກອງ, ຮຽບຮຽງດ້ານເນື້ອໃນ ແລະ ມີຄໍາເຫັນຕໍ່ບັນດານິຕິກໍາຕ່າງໆ ກ່ອນຈະນໍາສະເຫນີຂໍຄວາມເຫັນຊີ້ນໍາ, ພິຈາລະນາລົງລາຍເຊັນ ແລະ ອື່ນໆ ຈາກຄະນະປະຈໍາພັກແຂວງ, ເລຂາພັກແຂວງ, ເຈົ້າແຂວງ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງ;
  10. ຮ່າງມະຕິ, ຄໍາສັ່ງ, ບົດສະຫຼຸບ, ບົດໂອ້ລົມ, ບົດລາຍງານ, ແຈ້ງການ, ແຈ້ງເຊີນ, ຄໍາແນະນໍາ ແລະ ອື່ນໆ ຕາມການມອບຫມາຍ ຫຼື ການຊີ້ນໍາຂອງຄະນະປະຈໍາພັກແຂວງ, ເຈົ້າແຂວງ, ຮອງເຈົ້າແຂວງ ແລະ ຫົວຫນ້າຫ້ອງວ່າການແຂວງ;
  11. ຄົ້ນຄວ້າສັບຊ້ອນ ຕາມຕໍາແຫນ່ງງານ ແລະ ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ລັດຖະ – ກອນ ພາຍໃນຂະແຫນງຂອງຕົ້ນ; 
  12. ປະຕິບັດສິດ ແລະ ຫນ້າທີ່ອື່ນໆ ຕາມການມອບຫມາຍຂອງຂັ້ນເທິງຖັດຕົນ.