12 ຊົນເຜົ່າ ຢູ່ແຂວງອຸດົມໄຊ

ຊົນເຜົ່າລາວ

ປະຫວັດຄວາມເປັນມາຂອງ ຊົນເຜົ່າ ລາວ ຢູ່ແຂວງອຸດົມໄຊ ເປັນເຜົ່າຫນຶ່ງທີ່ໄດ້ມາຕັ້ງຖິ່ນຖານ ບ້ານຊອ່ງ ໄດ້ຫຼາຍຊົ່ວຄົນ ແລະ ແຈກຍາຍຢູ່ບັນດາເມືອງ ເຊັ່ນ: ເມືອງຫຼາ, ເມືອງງາ, ເມືອງປາກແບງ, ເມືອງໄຊ ແລະ ລາວພວນເມືອງຮຸນ, ຊົນເຜົ່າລາວບັນດາເມືອງຂອງ ແຂວງອຸດົມໄຊ ໃນຖານເດີມແມ່ນຢູ່ບໍລິເວນພາກໃຕ້ ຂອງ ສປປ ຈີນ ໄດ້ເຄືອນຍ້າຍລົງມາຕາມລໍາແມ່ນ້ໍາຂອງ.
ຊື່ເອີ້ນ: ເຂົາເຈົ້າເອງກໍ່ມັກເຜົ່າລາວ ແລະ ຊົນເຜົ່ານັ້ນກໍ່ເອີ້ນວ່າເຜົ່າລາວ ແລະ ເຂົາເຈົ້າມັນກໍ່ແມ່ນເຜົ່າລາວ, ຄຳສັບທີ່ວ່າ “ລາວ” ຫຼາຍໆ ຄົນໄດ້ສັນນິຖານວ່າຄົງຈະມາຈາກຄໍາສັບ: ລົວະ, ລາວະ, ດາວ ແລະ ອື່ນໆ. ຊົນ ເຜົ່າ ລາວຢູ່ແຂວງອຸດົມໄຊມີພຽງແຕ່ 16 ບ້ານ, ມີ 3609 ຄົວເຮືອນ. ມີແຊງລາວພວນຢູ່ເມືອງຮຸນ, ແຂວງອຸດົມໄຊ ແມ່ນ ມີສໍານຽງພາສາປາກເວົ້າແຕກຕ່າງກັນ ກັບຊົນເຜົ່າ ໄທພວນຢູ່ ແຂວງ ຊຽງຂວາງ ແລະ ແຫ່ງອື່ນໆໃນປະເທດລາວ.
ພາສາ: ຂອງຊົນເຜົ່າລາວ (ນັບທັງເຜົ່າລາວພວນຢູ່ເມືອງຮຸນ) ແມ່ນໄດ້ຈັດຢູ່ໃນກຸ່ມພາສາປາກເວົ້າລາວ-ໄຕ. ເຜົ່າລາວມີຕົວໜັງສືຂຽນ ແລະ ຍັງໄດ້ເອົາເປັນພາສາກາງຂອງທຸກຊົນເຜົ່າ ແລະ ເອົາຕົວຫນັງສືລາວເປັນຕົວຫນັງສືທາງລັດຖະການ, ນອກຈາກນີ້ ຍັງມີຕົວໜັງສືທຳທາງພຸດທະສາດສະໜາ… (ອ່ານຕໍ່)

ຊົນເຜົ່າກຶມມຸ

ຊົນເຜົ່າກຶມມຸ ແມ່ນຄ້າຍຄືກັນກັບຊົນເຜົ່າອື່ນໆ ທີ່ຈັດຢູ່ໃນກຸ່ມພາສາປາກເວົ້າ ມອນ-ຂະແມ, ບັນດາຊົນເຜົ່າທີ່ຈັດຢູ່ໃນກຸ່ມນີ້ ລ້ວນແຕ່ມີເຊື້ອສາຍຂອງຊົນຊາດ ຂອມ ອອກມາຈາກຊົນ ເຜົ່າອິນ ເດຍແດງບູຮານ, ຊົນເຜົ່ານີ້ ໄດ້ເຄື່ອນຍ້າຍມາຕັ້ງຖິ່ນຖານຢູ່ອິນດູຈີນຕົ້ນຕໍແມ່ນ ປະເທດລາວ ໃນທ້າຍສັດຕະວັດ ທີ່ 4 ຕໍ່ມາຫຼາຍປີກໍ່ມີຊົນເຜົ່າອື່ນໆເຄື່ອນຍ້າຍເຂົ້າມາຢູ່ຜືນແຜ່ນດິນປະເທດລ້ານຊ້າງຕາມລຳດັບ, ຊົນເຜົ່າກຶມມຸ ທີ່ມາ ຕັ້ງຖິ່ນຖານບ້ານຊ່ອງ ແລະ ດຳລົງຊີວິດຢູ່ ແຂວງ ອຸດົມໄຊ ແມ່ນຢູ່ພູດອຍ ເຊັ່ນ: ເຂດ ຈອມອອງ-ຈອມຈັງ.
ຊື່ເອີ້ນ: ຊົນເຜົ່າກຶມມຸຢູ່ ແຂວງອຸດົມໄຊ ປະກອບມີຫຼາຍແຊງຄື: ກຶມມຸຮອກ, ກຶມມຸຄຣອງ, ກຶມມຸດື້, ກຶມມຸ, ກຶມມຸແຄວນ, ກຶມມຸແມ, ກືມມຸອາໍ ແລະ ອື່ນໆ. ແຕ່ລະແຊງຂອງຊົນເຜົ່າກຶມມຸປາກ ເວົ້າມີຄວາມເຂົ້າໃຈກັນດີແຕ່ຫາກ ມີການຜັນສຽງແຕກຕ່າງ ກັນບາງສໍານຽງເລັກຫນ້ອຍເຊັ່ນວ່າ: ບໍ່ຮູ້: ຄັດເນີງ, ເປີເນີງ, ອາໍເນີງ ແລະ ອື່ນໆ… (ອ່ານຕໍ່)

ຊົນເຜົ່າມົ້ງ

ປະຫວັດຄວາມເປັນມາຂອງເຜົ່າມົ້ງ ແມ່ນຍ້າຍມາຈາກຊີບີລີ, ຕີເບດ, ມົງໂກນລີ ແລະ ເຂົ້າສູ່ ສ ປ ຈີນ ໄດ້ຕັ້ງຖິ່ນຖານຢູ່ລຸ່ມແມ່ນ້ຳເຫຼືອງ (ແມ່ນ້ຳຮ່ວງໂຮ) ຍ້ອນເສິກສົງຄາມເຜົ່າມົ້ງ ຈີ່ງພາກັນອົບພະຍົບ, ເຄື່ອນຍ້າຍ ມາທາງໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ຫວຽດນາມ, ລາວ ແລະ ໄທ, ຊົນເຜົ່າມົ້ງໄດ້ຕັ້ງຖິ່ນຖານ ແລະ ດຳລົງຊີວິດ ຢູ່ແຂວງອຸດົມໄຊ ໃນ 7ເມືອງ
ຊື່ເອີ້ນ: ຊົນເຜົ່າມົ້ງ ແມ່ນຊື່ເອີ້ນດັ້ງເດີມຂອງເຂົາເຈົ້າແທ້ທັງແມ່ນຊື່ເອີ້ນທີ່ເຂົາເຈົ້າມັກທີ່ສຸດ, ຄຳສັບທີ່ວ່າ “ມົ້ງ” ແມ່ນມີຄວາມໝາຍວ່າ “ຄົນ”. ຊົນເຜົ່າມົ້ງ ຢູ່ແຂວງອຸດົມໄຊປະກອບມີ 3 ເຜົ່າພັນຄື: ມົ້ງຂາວ, ມົ້ງດຳ ແລະ ມົ້ງລາຍ. ໃນນັ້ນປະກອບດ້ວຍຫລາຍຊິ່ງເຊັ່ນວ່າ: ຊິ່ງຢ້າ, ຊິ່ງລີ, ຊິ່ງວ້າ, ຊິ່ງວື້, ຊິ່ງຊົງ, ຊິ່ງທໍ້, ຊິ່ງຈ້າງ, ຊິ່ງເຊັງ, ຊິ່ງຈື, ຊິ່ງເລົາ, ຊິ່ງມົວ ແລະ ຊິ່ງຫາ ເປັນຕົ້ນ…. (ອ່ານຕໍ່)

ຊົນເຜົ່າບິດ

ຊົນເຜົ່າ ບິດ ແຂວງອຸດົມໄຊ ແມ່ນຊົນເຜົ່າຫນຶ່ງທີ່ນອນຢູ່ໃນກຸ່ມພາສາ ປາກເວົ້າ ມອນ-ຂະແມ, ຊົນເຜົ່າບິດ ໄດ້ຍ້າຍເຂົ້າມາສ້າງບ້ານແປງເມືອງໃນຜືນແຜ່ນດິນລາວແມ່ນໄລຍະດຽວກັນ ກັບເຜົ່າກຶມມຸ, ເຜົ່າບິດ ແລະ ເຜົ່າກຶມມຸ ແມ່ນອ້າຍ ນ້ອງເກີດຮ່ວມອຸທອນດຽວກັນ ດ້ວຍເຫດນັ້ນເຜົ່າບິດ ຈຶ່ງສາມາດຮູ້ພາສາປາກເວົ້າຂອງເຜົ່າກຶມມຸ ໄວດີກ່ວາຊົນເຜົ່າອື່ນໆ, ແຕ່ກົງກັນຂ້າມ ຊົນເຜົ່າກຶມມຸ ພັດບໍ່ຮູ້ພາສາຂອງເຜົ່າບິດຈັກ ຄວາມເລີຍ, ຊົນເຜົ່າບິດຢູ່ ແຂວງອຸດົມໄຊ ມີຢູ່ສອງບ້ານຄື: ບ້ານນ້ຳປອກ ແລະ ບ້ານນ້ຳແດງ ເມືອງນາຫມໍ້. (ອ່ານຕໍ່)

ຊົນເຜົ່າຢັ້ງ

ຊົນເຜົ່າ ຢັ້ງ ແມ່ນໄດ້ເຄື່ອນຍ້າຍມາຈາກພາກໃຕ້ຂອງ ສ ປ ຈີນ ລົງມາທາງ ປະເທດ ຫວຽດນາມແຂວງ ເຊີນລາ, ໄລເຈົາ, ລາວກາຍມາຕັ້ງຖິ່ນຖານບ້ານຊ່ອງຢູ່ບັນດາເມືອງ ຂອງແຂວງອຸດົມໄຊ.
ຊື່ເອີ້ນ: ເຂົາເຈົ້າເອງກໍ່ເອີ້ນຕົນເອງແມ່ນຊົນເຜົ່າຢັ້ງ, ຊົນເຜົ່າອື່ນໆ ກໍ່ເອີ້ນວ່າ: ຊົນເຜົ່າຢັ້ງ ແລະ ຊື່ທີ່ເຂົາເຈົ້າມັກ ກໍ່ແມ່ນຊົນເຜົ່າຢັ້ງ. ຄໍາສັບທີ່ວ່າ “ຢັ້ງ” ມີຄວາມຫມາຍລະອຽດຈະແຈ້ງແມ່ນ ຍຸດ” ຫຼື “ເຊົາ.
ພາສາ: ຊົນເຜົ່າຢັ້ງ ມີພາສາປາກເວົ້າຂອງຊົນເຜົ່າຕົນເອງໄດ້ຈັດເຂົ້າຢູ່ໃນຫມວດພາສາ ລາວ-ໄຕ, ຖ້າຈະໄຈ້ແຍກ, ວິໄຈລະອຽດພາສາປາກເວົ້າ ຫຼື ສໍານຽງການປາກເວົ້າຄ້າຍຄືກັບ ສຳນຽງການປາກເວົ້າຂອງຊົນເຜົ່າລື້ ແຕ່ຫາກຕ່າງກັບ ຊົນເຜົ່າຢັ້ງ ບໍ່ມີຕົວຫນັງສືຂຽນຄື: ຊົນເຜົ່າລື້ ແລະ ຊົນເຜົ່າລາວ.. (ອ່ານຕໍ່)

ຊົນເຜົ່າລື້

ຊົນເຜົ່າ ລື້: ແມ່ນເຄື່ອນຍ້າຍມາຈາກ 12 ພັນນາ ສປປ ຈີນ ລົງມາຕັ້ງຖິ່ນ ຖານບ້ານຊ່ອງຂອງຕົນ ຢູ່ບັນດາເມືອງຂອງ ແຂວງອຸດົມໄຊ
ຊື່ເອີ້ນ: ແມ່ນເຜົ່າລື້, ຊົນເຜົ່າອື່ນໆ. ກ່ໍເອີ້ນເຂົາເຈົ້າວ່າເຜົ່າລື້ ແລະ ຊື່ທີ່ເຂົາເຈົ້າມັກກ່ໍແມ່ນເຜົ່າລື້ ຄຳວ່າ: “ລ” ື້ ມີຄວາມຫມາຍວ່າ “ຄົນ” ຊົນເຜົ່າລື້ຢູ່ ແຂວງອຸດົມໄຊ ມີສອງແຊງຄື: ຊົນເຜົ່າອຸ້ຍ ແລະ ຊົນເຜົ່າເຂີນ.
ພາສາ: ຊົນເຜົ່າລື້ ມີພາສາສະເພາະຂອງຕົນເອງ ແລະ ໄດ້ຈັດຢູ່ໃນກຸ່ມພາສາປາກເວົ້າ ລາວ-ໄຕ, ຊົນເຜົ່າລື້, ອຸ້ຍ, ເຂີນ ມີຕົວຫນັງສືຂຽນດ້ວຍຕົວທຳຢູ່ໃນໃບລານ, ຕົວອັກສອນ ຫຼື ຕົວຫນັງສືຂຽນຂອງຊົນເຜົ່າລື້ຄ້າຍໆ ກັບຕົວທາໍຂອງຊົນເຜົ່າລາວ. (ອ່ານຕໍ່)

<< ໜ້າ1 | ໜ້າ2 >>