ຂະແໜງກໍ່ສ້າງຮາກຖານການເມືອງ

  1. ຄົ້ນຄ້ວາ, ເຊື່ອມຊຶມ, ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະ ນິຕິກຳຂອງລັດວາງອອກ ກ່ຽວກັບວຽກງານຮາກຖານການເມືອງ ຢ່າງເລິກເຊິ່ງ;
  2. ຊ່ວຍຄະນະຫ້ອງວາການແຂວງຄົ້ນຄ້ວາບັນດາມະຕິ, ຄຳສັ່ງຂອງພັກເພື່ອຜັນຂະຫຍາຍເປັນຮ່າງມະຕິ, ຄຳສັ່ງ, ແຜນດຳເນີນງານຂອງຄະນະບໍລິຫານງານພັກແຂວງກ່ຽວກັບວຽກງານກໍສ້າງຮາກຖານການເມືອງ ແລະ ນຳສະເໜີຄະນະປະຈຳພັກແຂວງ ພິຈາລະນາຮັບຮອງ;
  3. ຊ່ວຍຄະນະຫ້ອງວາການແຂວງ ຮ່າງບັນດາແຈ້ງການ, ບົດແນະນຳ, ບົດໂອ້ລົມ, ບົດສຳພາດ ແລະ ເອກະສານທາງລັດຖະການອື່ນໆໃຫ້ແກ່ການນຳແຂວງ ກ່ຽວກັບ ວຍກງານກໍສ້າງວຮາກຖານ-ການເມືອງ;
  4. ເປັນໃຈກາງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ແລະ ຊຸກຍູ້ວຍກງານປັບປຸງລະບົບການເມືອງຮາກຖານ, ສຳນັກງານ, ອົງການ, ໂຮງຮຽນ, ໂຮງໝໍ, ລັດວິສາຫະກິດຕ່າງໆ ຢູ່ໃນອ້ອມຂ້າງແຂວງ ແລະ ວຽກງານກໍສ້າງຮາກຖານການເມືອງ ຂອງບັນດາເມືອງໃນທົ່ວແຂວງ
  5. ປະສານງານບັນດາພາກສ່ວນທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານສາມສ້າງ; ການສ້າງບ້ານພັດທະນາ, ສ້າງເມືອງເປັນຫົວໜ່ວຍຮອບດ້ານ ແລະ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ຕາມນະໂຍບາຍຂອງພັກແຕ່ລະໄລຍະ;
  6. ປະສານງານກັບພາກສ່ວນທີ່ກ່ຽວຂ້ອງສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນຕ່າງໆເພື່ອເສີມສະຕິຄວາມເປັນເຈົ້າໃນການພັດທະນາຕົວເອງ ແລະ ປະເທດຊາດ; ສະຕິເຄົາລົບ ແລະ ປະຕິບັດລະບຽບ, ກົດໝາຍ, ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງລະວ່າງປະຊາຊົນບັນດາເຜ່ົາ
  7. ເກັບກຳ, ສັງລວມ, ຄຸ້ມຄອງສະຖິຕິຕ່າງໆ ກ່ຽວກັບວຽກງານກໍສ້າງຮາກຖານການເມືອງທົ່ວແຂວງ ພ້ອມທັງສະຫຼຸບລາຍງານໃຫ້ຫ້ອງວາການແຂວງ 03 ເດືອນ, 06 ເດືອນ ແລະ ປະຈຳປີ;
  8. ເປັນເຈົ້າການສ້າງຄວາມເຂັ້ມແຂງດ້ານວິຊາການກໍສ້າງຮາກຖານການເມືອງ ໃຫ້ແກ່ພະນັກງານ-ລັດ ຖະກອນ ແລະ ສ້າງບຸກຄະລະກອນ ກັບທີ່ໃຫ້ອຳນາດການປົກຄອງບ້ານມີຄວາມເຂັ້ມແຂວງ;
  9. ຂື້ນແຜນງົບປະມານປະຈຳປີ, ຄຸ້ມຄອງ, ນຳໃຊ້ງົບປະມານຂັ້ນເທິງອະນຸມັດ ແລະ ຊັບສົມບັດຂອງລັດທີ່ຂື້ນກັບການຄຸ້ມຄອງຂອງຕົນເອງ ຕາມລະບຽບການທີ່ໄດ້ກຳໜົດໄວ້;
  10. ຄົ້ນຄ້ວາສັບຊ້ອນ ຕາມຕ່ຳແໜງງານ ແລະ ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນ ພາຍໃນຂະແໜງຕົນ;
  11. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງຖັດຕົນ.