ຂະແໜງອະນຸສາວະລີ ປະທານໄກສອນ ພົມວິຫານ

  1. ຄົ້ນຄ້ວາ, ເຊື່ອມຊຶມ, ກຳແໜ້ນນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ລະບຽບການຕ່າງໆ ທີ່ແຂວງວາງອອກ ເພື່ອເປັນປັດໃຈພື້ນຖານໃຫ້ແກ່ ການຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານໃນການຄຸ້ມຄອງປົກປັກຮັກສາ ແລະ ເສີມຂະຫຍາຍຄຸນປະໂຫຍດ ອະນຸສາວະລີ ປະທານ ໄກສອນ ພົມວິຫານ ໃນທົ່ວແຂວງ ແລະ ອະນຸສາວະລີ ນັກຮົບວິລະນາມແຂວງ ຢ່າງເລິກເຊິ່ງ;
  2. ຄົ້ນຄ້ວາວິທະຍາສາດ ກ່ຽວກັບຊີວິດ ພາລະກິດປະຕິວັດຂອງ ປະທານ ໄກສອນ ພົມວິຫານ ທີ່ຕິດພັນກັບ ແຂວງອຸດົມໄຊ ໃນສະເພາະໜ້າ ແລະ ຍາວນານ, ຂຽນບົດນຳທ່ຽວ ແລະ ໂຄສະນານຳທ່ຽວອະນຸສາວະລີຂອງເພິນໃຫ້ມີເນື້ອໃນເລິກເຊິ່ງ, ອຸດົມສົມບູນດ້ວຍຮູບການ ແລະ ວິທີການຕ່າງໆ ໃຫ້ແກ່ການສະຫຼອງວັນຊາດທີ່ 02 ທັນວາ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ, ວັນສ້າງຕັ້ງກອງທັບປະຊາຊົນລາວ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ແລະ ວັນສຳຄັນຕ່າງໆຂອງພັກ-ຂອງລັດ;
  3. ຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນປະໂຫຍດ ອານຸສາວະລີ ປະທານ ໄກສອນ ພົມວິຫານ ທົ່ວແຂວງອຸດົມໄຊ ເພື່ອສຶກສາອົບຮົມຄຸນສົມບັດ ສິນທຳປະຕິວັດ, ແບບຢ່າງດີເດັ່ນຂອງເພິ່ນໃຫ້ພະນັກງານສາມະຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນຊັ້ນໃນທົ່ວແຂວງ;
  4. ຈັດຕັ້ງເປັນໂຄງການກໍ່ສ້າງ ແລະ ຕິດຕັ້ງ ອານຸສາວະລີ ປະທານ ໄກສອນ ພົມວິຫານ ຂະໜາດ 0,75 ແມັດ ຢູ່ບັນດາເມືອງທີ່ບໍ່ໄດ້ກໍ່ສ້າງ, ບູລະນະສ້ອມແປງຈຸດທີ່ກໍ່ສ້າງແລ້ວ ໃຫ້ມີຄວາມສວຍງາມໂດດເດັ່ນ ໃຫ້ກາຍເປັນສະຖານທີ່ສຶກສາອົບຮົມ ເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນາທຳພາຍໃນແຂວງ;
  5. ຈັດຕັ້ງ, ປຸກລະດົມປະກອບສ່ວນວັດຖຸປັດໃຈ ຈາກບັນດາອົງການຈັດຕັ້ງທາງພາກລັດ ແລະ ເອກະຊນ, ປະຊາຊົນ, ບັນດາຊັ້ນຄົນຕ່າງໆ ພາຍໃນແຂວງ ສ້າງແຫຼ່ງລາຍຮັບເພີ່ມເຕີມຄວາມສາມາດເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ;
  6. ຄົ້ນຄ້ວາປັບປຸງຂະແໜງຂອງຕົນ ໃນແຕລະໄລຍະ ໃຫ້ສົມຄູ່ກັບໜ້າທີ່ການເມືອງ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານ, ບຳລຸງສ້າງຖັ້ນແຖວພະນັກງານວິຊາການ, ວຽກງານວິຊາສະເພາະຢູ່ພາຍໃນແຂວງ, ຢູ່ຕ່າງແຂວງ ແລະ ຢູ່ຕ່າງປະເທດ ໃຫ້ມີລະດັບສູງຂື້ນເລື້ອຍໆ;
  7. ຄົ້ນຄ້ວາ, ຮຽບຮຽງ, ແປ ແລະ ຈັດພິມຈຳໜ່າຍ ບັນດາເອກະສານຕ່າງໆ ທີ່ກ່ຽວພັນກັບ ປະທານ ໄກສອນ ພົມວິຫານ ທີ່ຕິດພັນກັບ ແຂວງ ອຸດົມໄຊ ຈາກພາສາລາວ ເປັນພາສາຕ່າງປະເທດ, ພາສາຕ່າງປະເທດ ເປັນ ພາສາລາວເພື່ອເຜີຍແຜ່ໂຄສະນາສຶກສາອົບຮົມ່າງກວ້າງຂວາງ;
  8. ພົວພັນຮວມມືກັບບັນດາ ອານຸສາວະລີ ບັນດາແຂວງພາຍໃນປະເທດ ແລະ ຕ່າງປະເທດ ຈັດຕັ້ງກອງປະຊຸມສຳມະນາ, ຝຶກອົບຮົມ, ກອງປະຊຸມປະຈຳປີ ກ່ຽວກັບວຽກງານ ອະນຸສາວະລີ ພາຍໃນແຂວງ;
  9. ເກັບກຳ, ສັງລວມ, ຄຸ້ມຄອງສະຖິຕິຂໍ້ມູນຕ່າງໆ ກ່ຽວກັບວຽກງານອານຸສາວະລີ ພາຍໃນແຂວງ ພ້ອມທັງສະຫຼຸບລາຍງານໃຫ້ຫ້ອງວາການແຂວງ ປະຈຳ 03 ເດືອນ, 06 ເດືອນ ແລະ ປະຈຳປີ ເປັນປົກກະຕິ;
  10. ຄົ້ນຄ້ວາຊັບຊ້ອນ ຕາມຕຳແໜງງານ ແລະ ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນ ພາຍໃນຂະແໜງຕົນ;
  11. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງຖັດຕົນ;