ໂຄງປະກອບການຈັດຕັ້ງ ຫ້ອງວ່າການແຂວງອຸດົມໄຊ

  1. ຫ້ອງວ່າການແຂວງປະກອບມີຫົວຫນ້າຫ້ອງວ່າການແຂວງ 01 ທ່ານ ເຊິ່ງໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງໂດຍທ່ານເຈົ້າແຂວງຕາມການສະເຫນີຂອງຄະນະຈັດຕັ້ງແຂວງ, ຮັບຜິດຊອບໂດຍກົງຕໍ່ຄະນະປະຈໍາພັກແຂວງ, ເລຂາພັກແຂວງ-ເຈົ້າແຂວງ, ຮອງເລຂາພັກແຂວງ-ຮອງເຈົ້າແຂວງ ແລະ ຜູ້ຊີ້ນໍາກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານຂອງຫອງວ່າການແຂວງ
    ໃນກໍລະນີຕິດຂັດຫົວຫນ້າຫ້ອງວ່າການຕ້ອງມອບສິດໃຫ້ຮອງຫົວຫນ້າຫ້ອງວ່າການແຂວງທ່ານໃດທ່ານຫນຶ່ງເປັນຜູ້ຮັກສາການແທນ. 
  2. ປະກອບມີ ຮອງຫົວຫນ້າຫ້ອງວ່າການແຂວງ 02-04 ທ່ານ ເຊິ່ງໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງໂດຍທ່ານເຈົ້າແຂວງຕາມການສະເຫນີຂອງຫົວຫນ້າຫ້ອງວ່າການແຂວງ ໂດຍຜ່ານຄະນະຈັດຕັ້ງແຂວງ, ຮັບຜິດຊອບເປັນຜູ້ຊ່ວຍຫົວຫນ້າຫ້ອງວ່າການແຂວງໃນການຄຸ້ມຄອງ, ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານລວມພາຍໃນຫ້ອງວ່າການແຂວງ ແລະ ລົງເລິກວຽກງານໃດຫນຶ່ງຕາມການມອບຫມາຍ ຂອງຫົວຫນ້າຫ້ອງວ່າການແຂວງ; ຮອງຫົວຫນ້າຫ້ອງວ່າການແຂວງ ຜູ້ຮັກສາການແທນ ຕ້ອງລາຍງານວຽກງານທີ່ໄດ້ຮັບຈັດຕັ້ງປະຕິບັດໃນໄລຍະຮັກສາການແທນນັ້ນ ໃຫ້ຫົວຫນ້າຫ້ອງວ່າການແຂວງ ພາຍຫຼັງກັບມາປະຈໍາການ. 
  3. ປະກອບມີ ຫົວຫນ້າຂະແຫນງ, ຮອງຫົວຫນ້າຂະແຫນງຈໍານວນຫນຶ່ງ ຕາມໂຄງປະກອບກົງຈັກພາຍໃນຫ້ອງວ່າການແຂວງ ເຊິ່ງໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງໂດຍເຈົ້າແຂວງ ຕາມການສະເຫນີຂອງຫົວຫນ້າຫ້ອງວ່າການແຂວງ ໂດຍຜ່ານຄະນະຈັດຕັ້ງແຂວງ; ຮັບຜິດຊອບຕໍ່ຫົວຫນ້າ ແລະ ຮອງຫົວຫນ້າຫ້ອງວ່າການແຂວງ ກ່ຽວກັບຜົນສໍາເລັດ-ຂໍ້ຂາດຕົກບົກຜ່ອງໃນການຈັດຕັ້ງປະຕິບັດຫນ້າທີ່ຂອງຂະແຫນງຕົນຮັບຜິດຊອບ; 
  4. ປະກອບມີ ພະນັກງານ-ລັດຖະກອນ ທີ່ເປັນພະນັກງານວິຊາການ, ພະນັກງານຊ່ວຍວຽກບໍລິຫານຈໍານວນຫນຶ່ງທີ່ໄດ້ຮັບການບັນຈຸ, ສັບຊ້ອນ ຕາມການກໍານົດຕໍາແຫນ່ງງານຂອງແຕ່ລະຂະແຫນງການຂອງຫ້ອງວ່າການແຂວງ.  

ໂຄງປະກອບກົງຈັກການຈັດຕັ້ງຂອງຫ້ອງວ່າການແຂວງອຸດົມໄຊ ປະກອບດ້ວຍ 05 ຂະແໜງການຄື:

1. ຂະແໜງຄົ້ນຄ້ວາ-ສັງລວມ
– ກຸ່ມວຽກ ຄົ້ນຄ້ວາ-ສັງລວມພັກ
– ກຸ່ມວຽກ ຄົ້ນຄ້ວາ-ສັງລວມລັດ

2. ຂະແໜງຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ
– ກຸ່ມວຽກຄຸ້ມຄອງບໍລິຫານ ແລະ ພິທີການ
– ກຸ່ມວຽກການເງິນ
– ກຸ່ມວຽກຂໍ້ມູນຂ່າວສານ ແລະ ເທັກໂນໂລຊີ

3. ຂະແໜງຈັດຕັ້ງ ແລະ ກວດກາ
– ກຸ່ມວຽກຈັດຕັ້ງ
– ກຸ່ມວຽກກວດກາ

4. ຂະແໜງກໍ່ສ້າງຮາກຖານການເມືອງ
– ກຸ່ມວຽກກໍ່ສ້າງຮາກຖານ
– ກຸ່ມວຽກ ອົບຮົມ-ເຜີຍແຜ່

5. ຂະແໜງອະນຸສາວະລີ ປະທານໄກສອນ ພົມວິຫານ
– ກຸ່ມວຽກຄຸ້ມຄອງ-ປົກປັກຮັກສາ ແລະ ກໍ່ສ້າງ ອະນຸສາວະລີ ປະທານໄກສອນ ພົມວິຫານ
– ກຸ່ມວຽກຄົ້ນຄ້ວາໂຄສະນານຳທ່ຽວ ອະນຸສາວະລີ ປະທານໄກສອນ ພົມວິຫານ

ນອກຈາກນີ້ຫ້ອງວ່າການແຂວງອຸດົມໄຊ ຍັງມີ 1 ຫ້ອງການຂື້ນກັບ ທີ່ມີພາລະບົດບາດຕ່າງຫາກ:

  • ຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ