ຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄໝທີ II 1982-1986

ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ II ຂອງ​ອົງ​ຄະ​ນະ​ພັກ​ແຂວງ ໄດ້​ໄຂ​ຂຶ້ນ​​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 13 ມັງ​ກອນ 1982 ຢູ່​ທີ່​ໂຮງ​ແຮມ​ພູ​ໄຊ, ໃຫ້​ກຽດ​ເຂົ້າ​ຮ່ວມ ຂອງສະ​ຫາຍ ໄກ​ສອນ ພົມ​ວິ​ຫານ, ເລ​ຂາ​ທິ​ການ​ຄະ​ນະ​ບໍ​ລິ​ຫາ​ນ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ມີ​ຜູ້​​ແທນເຂົ້າ​ຮ່ວມ 125 ສະ​ຫາຍ ທີ່​ຕາງ​ໜ້າ​ໜ່ວຍ​ພັກ​​ໃນ​ທົ່ວ​ແຂວງ ​327 ໜ່ວຍ ແລະ ສະ​ມາ​ຊິກ​ພັກ ຈຳ​ນວນ 2.798 ສະ​ຫາຍ. ກອງ​ປະ​ຊຸມ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະ​ນະ​​ບໍ​ລິ​ຫານ​ງານພັກ​ແຂວງ ຈຳ​ນວນ 25 ສະ​ຫາຍ, ຍິງ 1 ສະ​ຫາຍ; ໃນ​ນີ້ ຄະ​ນະ​ປະ​ຈຳພັກ​ແຂວງ 7 ສະ​ຫາຍ

ແຫຼງຂໍ້ມູນ: ປື້ມປະຫວັດສາດແຂວງອຸດົມໄຊ ປີ2022