ຂະແໜງຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ

  1. ຄົ້ນຄວ້າ, ເຊື່ອຊຶມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ,ພາລະບົດຂອງວຽກງານຄຸ້ມຄອງບໍລິຫານ-ພິທີການ ແລະ ການເງີນ ຢ່າງເລິກເຊິ່ງ;
  2. ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໃຫ້ສອດຄ່ອງກັບສະພາບຄວາມເປັນຈີງຂອງແຂວງກໍ່ຄືທ້ອງຖີ່ນໃນແຕ່ລະໄລຍະ;
  3. ເປັນເສນາທິການໂດຍກົງ ໃຫ້ແກ່ຂະນະພັກຮາກຖານ, ຄະນະຫ້ອງວາການແຂວງ, ນຳພາ-ຊີ້ນຳໃນການຈັດຕັ້ງປະຕິບັດວຽກງານ ວິຊາສະເພາະຂອງຂະແນງຕົນ ຕາມພາລະບົດບາດ,ສິດ ແລະ ໜ້າທີ່ຂອງຕົນ,
  4. ກະກຽມບດຄຳເຫັນ, ເນື້ອໃນ ແລະ ອື່ນໆ ໃຫ້ແກ່ກອງປະຊຸມຫ້ອງວາການແຂວງ ຕາມຂອບເຂດສິດ,ໜ້າທີ່ ແລະ ຕາມການມອບໝາຍຂອງຂັ້ນເທິງ;
  5. ພົວພັນ ແລະ ປະສານສົມທົບກັບພາກສ່ວນທີ່ກຽ່ວຂ້ອງ ເພື່ອອຳນວຍຄວາມສະດວກໃນການເຄື່ອນໄຫວເຮັດວຽກ, ເບິງແຍງດ້ານຊີວິດການເປັນຢູ່, ຄວາມປອດໄພ ແລະ ສຸຂະພາບໃຫ້ແກ່ຄະນະປະຈຳພັກແຂວງ, ເລຂາພັກແຂວງ-ເຈົ້າແຂວງ, ຮອງເລຂາພັກແຂວງ-ເຈົ້າແຂວງ;
  6. ຄົ້ນຄວ້າ ແລະ ປະສານສົມທົບພາກສ່ວນກ່ຽວຂ້ອງ ໃນການປ້ອງກັນການນຳຂອງແຂວງ, ປ້ອງກັນການກໍອາດຊະຍາກຳ, ຮັບປະກັນຄວາມສະຫງົບ, ຄວາມປອດໄພຮອບດ້ານໃຫ້ແກ່ການນຳ, ບໍ່ໃຫ້ຄນບໍ່ດີເຂົ້າເຖິງການນຳ;
  7. ຄົ້ນຄ້ວາ, ຂື້ນແຜນ, ຈັດຊື້-ຈັດຈ້າງ, ສ້ອມແປງພາຫະນະ, ວັດຖຸ-ອຸປະກອນ, ຕຶກອາຄານຕ່າງໆ ທີ່ຈຳເປັນ ແລະ ອື່ນໆ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕາມລະບຽບການ;
  8. ຕິດຕາມ-ກວດກາ ແລະ ຄຸ້ມຄອງການນຳໃຊ້ຊັບສິນທັງໝົດຂອງລັດທີ່ຂືນກັບຫ້ອງວາການແຂວງ ໃຫ້ມີປະສິດທິຜົນສູງ, ປະຍັດມັດທະຍັດ, ມີຄວາມປອດໄພ ແລະ ນຳໃຊ້ໄດ້ຍາວນານ;
  9. ບໍລິຫານຮັບໃຊ້ດ້ານວິທີການຕ່າງໆ ໃຫ້ແກ່ການນຳຂອງແຂວງ, ຫ້ອງວາການແຂວງ ແລະ ຂະແໜງການຕ່າງໆ ຕາມພາລະບົບບາດ, ແລະ ໜ້າທີ່; ເອື້ອອຳນວຍຄວາມສະດວກ ໃຫ້ແກ່ການນຳຂອງແຂວງ ໃນການລົງເຄື່ອນໄຫວວຽກງານຢູ່ຮາກຖາກ, ຢູ່ຕ່າງແຂວງ ແລະ ຕ່າງປະເທດ; ເບິງແຍງດ້ານຊີວິດການເປັນຢູ່, ສຸຂະພາບໃຫ້ແກ່ຄະນະປະຈຳພັກແຂວງ, ເລຂາພັກແຂວງ-ເຈົ້າແຂວງ, ຮອງເລຂາພັກແຂວງ-ຮອງເຈົ້າແຂວງ;
  10. ຄົ້ນຄວ້າ, ສ້າງແຜ່ນ ແລະ ຈັດຫງົບປະມານປະຈຳເດືອນ, ປະຈຳໄຕມາດ ແລະ ປະຈຳປີ ເພື່ອຮັບໃຊ້ໃນການເຄື່ອນໄຫວວຽກງານລວມຂອງການນຳແຂວງ, ຫ້ອງວາການແຂວງ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ;
  11. ຄຸ້ມຄອງຮ່ວງເງີນຕ່າງໆ ທີ່ຂື້ນກັບຫ້ອງວາການແຂວງ ໃຫ້ຖືກຕ້ອງຕາມແຜ່ນການ, ລະບຽບການ, ມີປະສິດທິຜົນ ແລະ ປະຍັດມັດທະຍັດ; ສະຫຼຸບລາຍຮັບ-ລາຍຈ່າຍຫງົບປະມານ ແລະ ລາຍຮັບ-ລາຍຈ່າຍຮ່ວງເງີນອື່ນໆຕາມຂອບເຂດສິດ ແລະ ໜ້າທີ ເປັນອາທິດ, ປະຈຳເດືອນດ ປະຈຳໄຕມາດ, 06 ເດືອນ ແລະ ປະຈຳປີ ຕາມລະບຽບການ;
  12. ຄົນຄ້ວາ, ສ້າງລະບົບຖານຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ຂອງຫ້ອງວາການແຂວງໃຫ້ເປັນລະບົບຄົບຊຸດ ແລະ ທັນສະໄໝຫ ອຳນວຍຄວາມສະດວກໃນການຕິດຕັ້ງອຸປະກອນເຕັກໂນໂລຊີຕ່າງໆ ໃຫ້ຫ້ອງວາການແຂວງ ແລະ ພາກສ່ວນຕ່າງໆຕາມຂອບເຂດສິດ, ໜ້າທີ່ຂອງຕົນ;
  13. ພົວພັນກັບພາກສ່ວນຕ່າງໆ ເພື່ອເກັບກຳ ແລະ ສັງລວມຂໍ້ມູນຂ່າວສານ ເພື່ອບັນທຶກໄວ້ໃນຖານຂໍ້ມູນຂອງຫ້ອງວາການແຂວງ;
  14. ຕິດຕາມ, ກວດກາ, ຄຸ້ມຄອງ ແລະ ປັບປຸງວຍກງານການໄຟຟ້າ, ນ້ຳປະປາ, ເຄື່ອງສຽງ ແລະ ສິ່ງສື່ສານຂອງຫ້ອງວາການແຂວງໃຫ້ຢູ່ໃນສະພາບດີ ແລະ ນຳໃຊ້ໄດ້ຕະຫຼອດເວລາ;
  15. ຄຸ້ມຄອງລະບົບຂໍ້ມູນຂ່າວສານ ແລະ ອຸປະກອນເຕັກໂນໂລຊີຂອງຫ້ອງວາການແຂວງໃຫ້ຢູ່ໃນສະພາບດີ, ມີຄວາມປອດໄພ ແລະ ໃຊ້ງານຕະຫຼອດເວລາ;
  16. ຄຸ້ມຄອງ ແລະ ບໍລິຫານເອກະສານທາງລັດຖະການທີ່ເຂົ້າ-ອອກຂອງຫ້ອງວາການແຂວງ ໃຫ້ເປັນລະບົບລະບຽບ ແລະ ຈໍລະຈອນເອກະສານໄປຖືງເປົ້າໝາຍທີ່ກ່ຽວຂ້ອງໃຫ້ຖືກຕ້ອງ, ປອດໄພ, ວ່ອງໄວ, ທັນເວລາ ແລະ ຮັກສາໄດ້ອັນທີ່ເປັນຄວາມລັບ;
  17. ຄຸ້ມຄອງ ແລະ ນຳໃຊ້ຕາປະທັບຂອງຫ້ອງວາການແຂວງ ແລະ ຕາຊີ້ແຈງຂອງການນຳແຂວງ ໃຫ້ຖືກຕ້ອງຕາມລະບຽບການ;
  18. ເປັນໃຈກາງປະສານສົມທົບກັບບັນດາຂະແໜງພາຍໃນຫ້ອງວາການແຂວງ; ສະຫຼຸບ-ສັງລວມການເຄື່ອນໄຫວວຽກງານຮອບດ້ານຂອງຫ້ອງວາການແຂວງ ປະຈຳເດືອນ, ປະຈຳໄຕມາດ, 06 ເດືອນ ແລະ ປະຈຳປີ ເພື່ອລາຍງານຂັ້ນເທິງຮັບຊາບ ຢ່າງເປັນປົກກະຕິ;
  19. ຄົ້ນຄ້ວາ ຊັບຊ້ອມ ຕາມຕ່ຳແໜ່ງງານ ແລະ ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນພາຍໃນໃນຂະແໜງຂອງຕົນ;
  20. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຂັ້ນເທິງ.