ຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄໝທີ VIII 2015-2020

ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນວັນທີ 2-3 ພະຈິກ 2015 ຢູ່ທີ່ສະໂມສອນ​ຂອງແຂວງ (ບ້ານ​ເຈງ) ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນຳພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນເອກະພາບທົ່ວປວງຊົນໃຫ້ໜັກແໜ້ນ, ຍຶດໝັ້ນຕໍ່ແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ຂອງພັກ, ສ້າງ ແລະ ປັບປຸງວຽກງານ ປກຊ-ປກສ ໃຫ້ເຂັ້ມແຂງ, ພັດທະນາແຂວງອຸດົມໄຊໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020, ກອງປະຊຸມຄັ້ງນີ້ໃຫ້​ກຽດ​ເຂົ້າ​ຮ່ວມຂອງ ສະຫາຍ ບຸນປອນ ບຸດຕະນະວົງ ກຳມະການ​​ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ລາວ, ມີຜູ້ແທນສົມບູນເຂົ້າຮ່ວມ 223 ສະຫາຍ, ຍິງ 23 ສະຫາຍ ທີ່ເປັນຕົວແທນ​ໃຫ້​ແກ່ໜ່ວຍ​ພັກ​ໃນ​ທົ່ວ​ແຂວງ 828 ໜ່ວຍ ແລະ ສະມາຊິກພັກ ຈຳ​ນວນ 12.757 ສະຫາຍ. ກອງປະຊຸມໄດ້ປ່ອນ​ບັດຄັດເລືອກ​ເອົາຄະນະບໍລິຫານງານພັກແຂວງ ຈຳ​ນວນ 31 ສະຫາຍ, ຍິງ 3 ສະຫາຍ; ໃນ​ນີ້ ກຳ​ມະ​ການປະຈຳພັກແຂວງ 9 ສະຫາຍ, ຍິງ 1 ສະ​ຫາຍ ຄື:

  1. ສະຫາຍ ເພັດສາຄອນ ຫຼວງອາໄພ         ເປັນເລຂາ​ຄະ​ນະ​ບໍ​ລິ​ຫານ​ງານພັກແຂວງ, ເຈົ້າແຂວງ
  2. ສະຫາຍ ບຸນລອດ ອ່ອນພະຈັນ            ເປັນຮອງເລຂາ​ຄະ​ນະ​ບໍ​ລິ​ຫານ​ງານພັກແຂວງ
  3. ສະຫາຍ ຄຳພຽງ ຢາຈົງ                     ເປັນຮອງເລຂາ​ຄະ​ນະ​ບໍ​ລິ​ຫານ​ງານພັກແຂວງ, ຮອງເຈົ້າແຂວງ
  4. ສະຫາຍ ພົຈວ ຈັນທະວອນ ໄຊຍະຜົງ     ເປັນກຳ​ມະ​ການປະຈຳພັກແຂວງ
  5. ສະຫາຍ ໂອວາດ ຈັນທະວົງ                ເປັນກຳ​ມະ​ການປະຈຳພັກແຂວງ
  6. ສະຫາຍ ນາງ ຄຳມີ ສຸກສະຫວັດ           ເປັນກຳ​ມະ​ການປະຈຳພັກແຂວງ
  7. ສະຫາຍ ພອນສະຫວັນ ພັນທະວິຈິດ       ເປັນກຳ​ມະ​ການປະຈຳພັກແຂວງ
  8. ສະຫາຍ ກາສີ ນັນທະລາດ                 ເປັນກຳ​ມະ​ການປະຈຳພັກແຂວງ
  9. ສະຫາຍ ສົມຈິດ ປັນຍາສັກ                ເປັນກຳ​ມະ​ການປະຈຳພັກແຂວງ
  10. ສະຫາຍ ຈັນແພງ ແກ້ວສີວັນ              ເປັນກຳມະການພັກແຂວງ
  11. ສະຫາຍ ຫຸມແພງ ມິ່ງບຸບຜາ               ເປັນກຳມະການພັກແຂວງ
  12. ສະຫາຍ ສົມແກ້ວ ມະນີວັນ               ເປັນກຳມະການພັກແຂວງ
  13. ສະຫາຍ ຄຳດີ ວົງລ້ອມ                    ເປັນກຳມະການພັກແຂວງ
  14. ສະຫາຍ ຄຳເພົ້າ ສີລິສຸກ          ເປັນກຳມະການພັກແຂວງ
  15. ສະຫາຍ ບຸນລຽນ ວໍລະກົດ                ເປັນກຳມະການພັກແຂວງ
  16. ສະຫາຍ ພັອ ນິລະວົງ ເຈືອງຕະວະລາດ     ເປັນກຳມະການພັກແຂວງ
  17. ສະຫາຍ ນາງ ຈັນສະໝອນ ທິບພະຫົງ     ເປັນກຳມະການພັກແຂວງ
  18. ສະຫາຍ ກອງແກ້ວ ພູນທິລັດ              ເປັນກຳມະການພັກແຂວງ
  19. ສະຫາຍ ສຸຫວັດ ມະຫາວົງສະນັ່ນ          ເປັນກຳມະການພັກແຂວງ
  20. ສະຫາຍ ໄຈເພັດ ຄຳມະລີ                  ເປັນກຳມະການພັກແຂວງ
  21. ສະຫາຍ ຄຳແພງ ຂັນມະນີ                 ເປັນກຳມະການພັກແຂວງ
  22. ສະຫາຍ ຄຳແສງ ຢາງຈະກີ                 ເປັນກຳມະການພັກແຂວງ
  23. ສະຫາຍ ບຸນເທີມ ເຕີຍມະນີ               ເປັນກຳມະການພັກແຂວງ
  24. ສະຫາຍ ບຸນຄົງ ຫຼ້າຈຽມພອນ             ເປັນກຳມະການພັກແຂວງ
  25. ສະຫາຍ ດຣ ບຸນລຽນ ວົງປະສິດ ເປັນກຳມະການພັກແຂວງ
  26. ສະຫາຍ ອ່ອນແກ້ວ ອຸ່ນອາລົມ            ເປັນກຳມະການພັກແຂວງ
  27. ສະຫາຍ ມໍ ຊົງ                             ເປັນກຳມະການພັກແຂວງ
  28. ສະຫາຍ ວັນນາ ແກ້ວສັນຕິ                ເປັນກຳມະການພັກແຂວງ
  29. ສະຫາຍ ນາງ ມະນີຈັນ ວິໄລຈິດ          ເປັນກຳມະການພັກແຂວງ
  30. ສະຫາຍ ບຸນທັນ ສຸລິຍະວົງ                 ເປັນກຳມະການພັກແຂວງ
  31. ສະຫາຍ ສົມຄິດ ກັນສະນິດ                ເປັນກຳມະການພັກແຂວງ

ມາ​ຮອດປີ 2018 ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ ຈຳ​ນວນ 3 ສະ​ຫາຍ, ຍິງ 1 ສະ​ຫາຍ ໄດ້​ມີ​ການ​ປັບ​ປຸງ. ສູນກາງພັກໄດ້ມີຄຳສັ່ງສະບັບເລກທີ 046/ກມສພ, ລົງວັນທີ 8 ສິງຫາ 2018 ຍົກຍ້າຍ ສະຫາຍ ເພັດສາຄອນ ຫຼວງອາໄພກຳມະການສູນການພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ ໄປຮັບໜ້າທີ່ໃໝ່ຢູ່ສູນກາງ ແລະ ໄດ້ມີມະຕິຕົກລົງ ເລກທີ 040/ກມສພ, ລົງວັນທີ 2 ສິງຫາ 2018 ແຕ່ງຕັ້ງ ສະຫາຍ ​ປອຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລ​ຂາ​ພັກ​ແຂວງ​, ເຈົ້າ​ແຂວງບໍ່​ແກ້ວ ​ມາເປັນເລຂາ​ພັກ​ແຂວງ, ເຈົ້າ​ແຂວງ​ອຸ​ດົມ​ໄຊ ແລະ ມີ​ມະ​ຕິ​ຕົກ​ລົງ ເລກ​ທີ 125/ຄ​ລ​ສ​ພ, ລົງ​ວັນ​ທີ 5 ຕຸ​ລາ 2018 ວ່າ​ດ້ວຍ​ການບົ່ງຕົວແຕ່ງຕັ້ງກຳມະການປະຈຳພັກ​ແຂວງ ​ເພີ່ມເຕີມ 2 ສະ​ຫາຍ, ຍິງ 1 ສະ​ຫາຍ ຄື: ສະຫາຍ ບຸນຄົງ ຫຼ້າຈຽມພອນ ແລະສະຫາຍ ນາງ ຈັນສະໝອນ ທິບພະຫົງ;ບົ່ງຕົວແຕ່ງຕັ້ງກຳມະການຄະນະບໍລິຫານງານພັກແຂວງ ເພີ່ມເຕີມ 3 ສະຫາຍ ຄື: ສະຫາຍ ຄຳເຜີຍ ງອນວັນຄຳ, ສະຫາຍ ພົມມາ ວັນນະກຳ ແລະສະຫາຍ ອິນທາ ລືນາມມະຈັກ.

ຂໍ້ມູນຈາກ: ປື້ມປະຫວັດສາດແຂວງອຸດົມໄຊ ສະບັບປີ 2022