ຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄໝທີ I 1962-1982

ພາຍຫຼັງສ້າງຕັ້ງແຂວງຂຶ້ນແລ້ວ, ສູນກາງພັກກໍ່ໄດ້ບົ່ງຕົວ ເອົາຄະນະພັກແຂວງອຸດົມໄຊທຳອິດຂຶ້ນລວມມີ 5 ສະຫາຍ ຄື:

  1. ສະຫາຍ ບຸນທັນ ວັນນະພົນ ເປັນເລຂາພັກແຂວງ ແລະ ເຈົ້າແຂວງ
  2. ສະຫາຍ ບຸນພາ                       ເປັນຮອງ
  3. ສະຫາຍ ຄຳລານ                      ເປັນຄະນະ
  4. ສະຫາຍ ບຸນສົງ   ວົງລ້ອມ          ເປັນຄະນະ
  5. ສະຫາຍ ບົວແພງ ບຸນສຸລິນ          (ມາຈາກຫຼວງພະບາງ) ເປັນຄະນະ

ປີ 1968 ສູນກາງພັກຈຶງໄດ້ບັງຕົວເອົາຄະນະພັກ ຈໍານວນ 7 ຫາຍເພີ່ມເຕີມຄື:

  1. ສະຫາຍ ສົມແພງ ແກ້ວບຸນທວນ
  2. ສະຫາຍ ສົມຈະເລີ
  3. ສະຫາຍ ບຸນເພັດ
  4. ສະຫາຍ ທອງຈັນ
  5. ສະຫາຍ ບຸນປັນ ຈັນທະລາ
  6. ສະຫາຍ ບຸນລັດ
  7. ສະຫາຍ ທອງພັນ ແກ້ວໂພໄຊ

ວັນທີ 20 ກໍລະກົດ 1971  ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຄັ້ງທີ່ I ໄດ້ໄຂຂຶ້ນຢູ່ເມືອງໄຊ, ຊຶ່ງມີຜູ້ແທນ ເຂົ້າຮ່ວມ 49 ສະຫາຍ ຕາງຫນ້າໃຫ້ໜ່ວຍພັກ ທັງຫມົດໃນທົ່ວແຂວງຈຳນວນ 299 ຫນ່ວຍ ແລະ ສະມາຊິກພັກ 1989 ສະຫາຍ.

ກອງປະຊຸມໄດ້ເລືອກເອົາຄະນະພັກ 15 ສະຫາຍ, ຄະນະປະຈຳ 5 ສະຫາຍຄື

  1. ສະຫາຍ ບຸນທັນ ວັນນະພົງ ເປັນເລຂາພັກແຂວງ, ເຈົ້າແຂວງ
  2. ສະຫາຍ ບຸນສົງ ວົງລອ້ມ ເປັນຮອງ ( ຮັບຜິດຊອບວຽກງານເສດຖະກິດ )
  3. ສະຫາຍ ຫນານອ້ວນ ເປັນຄະນະປະຈຳ ( ຮັບຜິດຊອບວຽກງານກຳສິກຳແຂວງ ).
  4. ສະຫາຍ ວິຈິດ ເປັນຄະນະປະຈຳ ( ຮັບຜິດຊອບທະຫານທ້ອງຖິ່ນ )
  5. ສະຫາຍ ບຸນປັນ ຈັນທະລາ ເປັນຄະນະປະຈຳ ( ຮັບຜິດຊອບໂຄສະນາອົບຮົມ )
  6. ສະຫາຍ ນາງ ເນີຍ ເປັນກຳມະການ ( ຮັບຜິດຊອບສະມະຄົມແມ່ຍິງແຂວງ)
  7. ສະຫາຍ ທອງພັນ ແກ້ວໂພໄຊ ເປັນກຳມະການ ( ຮັບຜິດຊອບວຽກງານຊາວຫນຸ່ມ )
  8. ສະຫາຍ ລາວປາງໄຊ ເປັນກຳມະການ ( ຮັບຜິດຊອບ ທະຫານລາວສູງ )
  9. ສະຫາຍ ບຸນລັດ ເປັນກຳມະການ ( ຮັບຜິດຊອບສະ ຫວັດດີການ-ສັງຄົມ )
  10. ສະຫາຍ ສົມຈະເລີ ເປັນກຳມະການ ( ຮັບຜິດຊອບ ແນວໂຮມ )
  11. ສະຫາຍ ອິນແປງ ເປັນກຳມະການ ( ເປັນເລຂາພັກ ແລະ ເຈົ້າເມືອງໆນາໝໍ້)
  12. ສະຫາຍ ຈານບຸນມີ ຈະເລີນໄຊ ເປັນກຳມະການ (ຜິດຊອບຫ້ອງການພັກ )
  13.  ສະຫາຍ ບຸນສີ ເປັນກຳມະການ ( ຮັບຜິດຊອບປກສ ແຂວງ ).
  14. ສະຫາຍ ຈັນດີ ເປັນກຳມະການ ຮັບຜິດຊອບວຽກງານ ຈັດຕັ້ງແຂວງ)
  15. ສະຫາຍ ລາວກະເປົາ ເປັນກຳມະການ ຮັບຜິດຊອບ ວຽກງານຊົນເຜົ່າ)

ປີ 1976 ສູນກາງພັກໄດ້ບົງຕົວເອົາຄະນະປະຈຳ ແລະ ຄະນະພັກອີກ 6 ສະຫາຍ:

+ ຄະນະປະຈຳມີ 2 ສະຫາຍຄື:

  1. ສະຫາຍ ສົມຈະເລີ
  2. ສະຫາຍ ບຸນເຮືອງ

+ ຄະນະພັກມີ 4 ສະຫາຍຄື:

  1.  ສະຫາຍ ໄຊເຊັງລີ ເຕັງເບຼຍຈື
  2. ສະຫາຍ ຈັນວົງ ໄຊຊົງເຊົາ
  3. ສະຫາຍ ທິດອຸດ ແສງເດືອນ
  4. ສະຫາຍ ທອງດໍາ

ມາ​ຮອດເດືອນ ​ທັນ​ວາ 1977 ສູນ​ກາງ​ພັກ​ໄດ້​​ສົ່ງ ສະ​ຫາຍ ບຸນ​ສົງ ວົງ​ລ້ອມ ຮອງ​ເລ​ຂາ​ພັກ​ແຂວງໄປ​ຍົກ​ລະ​ດັບ​ທິດ​ສະ​ດີຢູ່ ສ​ສ ຫວຽດ​ນາມ ແລະ ມາ​ຮອດ​ເດືອນ ພຶດ​ສະ​ພາ 1978 ສູນ​ກາງ​ພັກ​ໄດ້​​ສົ່ງ ສະ​ຫາຍ ບຸນ​ທັນ ວັນ​ນະ​ພົນ ໄປ​ຍົກ​ລະ​ດັບ​ທິດ​ສະ​ດີ ແລະ ​ແຕ່ງ​ຕັ້ງ ສະ​ຫາຍ ຈານ​ບຸນ​ມີ ຈະ​ເລີນ​ໄຊ ຂຶ້ນວ່າ​ການ​ເລ​ຂາ​ພັກ​ແຂວງ, ເຈົ້າ​ແຂວງ​; ​ມາ​ຮອດ ເດືອນ ມິ​ນາ 1979 ສູນ​ກາງ​ພັກ​ໄດ້ບົ່ງ​ຕົວ​ແຕ່ງ​ຕັ້ງ ສະ​ຫາຍ ສົມ​ແພງ ແກ້ວ​ບຸນ​ຫວນ ເປັນ​ເລ​ຂາ​ພັກ​ແຂວງ, ພ້ອມ​ທັງແຕ່ງ​ຕັ້ງ ສະ​ຫາຍ ຈານ​ບຸນ​ມີ ຈະ​ເລີນ​ໄຊ ເປັນ​ຮອງ​ເລ​ຂາພັກ​ແຂວງ, ເຈົ້າ​ແຂວງ.

ແຫຼ່ງຂໍ້ມູນ: ປື້ມ ປະຫວັດສາດ-ມູນເຊື້ອ ແຂວງອຸດົມໄຊ ປີ 2004