ກ່ຽວກັບ ແຂວງອຸດົມໄຊ

ຄຳຂວັນ : ທ່ຽວອຸດົມໄຊ ໄປຊົມທຳມະຊາດ ນໍ້າຕົກຕາດຫົວນ້ຳກັດ ຊົມວັດທະນະທຳຊົນເຜົ່າ ໄຫ້ວພະເຈົ້າສິງຄຳ ດື່ມນ້ຳຊາພັນປີ ຂີ່ເຮືອທ່ອງທ່ຽວ ຊົມທຳມະຊາດແຄມຂອງ.

ແຂວງອຸດົມໄຊຕັ້ງຢູ່ເສັ້ນຂະໜານ 21 ໍ15′ ແລະ ເສັ້ນຂະໜານ 20 ໍ30′ ເປັນແຂວງທີ່ມີພື້ນທີ່ສູງ-ຊັນໃນລະດັບ 300-1.850 ແມັດ (ທຽບກັບລະດັບໜ້ານໍ້າທະເລ); ເຊິ່ງເປັນແຂວງທີ່ຕັ້ງຢູ່ໃຈກາງຂອງ 5 ແຂວງພາກເໜືອຄື:

  • ທິດເໜືອຕິດກັບ ແຂວງຜົ້ງ​ສາ​ລີ (77 ກິໂລແມັດ) ແລະ ສປ ຈີນ (21,7 ກິໂລແມັດ);.
  • ທິດໃຕ້ຕິດກັບແຂວງໄຊ​ຍະ​ບູ​ລີ (124 ກິໂລແມັດ);
  • ທິດຕາເວັນອອກຕິດກັບແຂວງຫຼວງພະບາງ (174 ກິໂລແມັດ);
  • ທິດຕາເວັນຕົກຕິດກັບແຂວງບໍ່​ແກ້ວ (112 ກິໂລແມັດ) ແລະ ແຂວງຫຼວງ​ນ້ຳ​ທາ (198 ກິໂລແມັດ).

ອ່ານເພີ່ມຕື່ມ >>