ກ່ຽວກັບແຂວງອຸດົມໄຊ

ຄຳຂັວນຂອງແຂວງອຸດົມໄຊ

ຄໍາຂັວນຂອງແຂວງອຸດົມໄຊ: ແຂວງອຸດົມໄຊ ທ່ຽວອຸດົມໄຊ ໄປຊົມທຳມະຊາດ ນໍ້າຕົກຕາດຫົວນ້ຳກັດ ຊົມວັດທະນະທຳຊົນເຜົ່າ ໄຫ້ວພະເຈົ້າສິງຄຳ ດື່ມນ້ຳຊາພັນປີ ຂີ່ເຮືອທ່ອງທ່ຽວ ຊົມທຳມະຊາດແຄມຂອງ.

ແຂວງອຸດົມໄຊຕັ້ງຢູ່ເສັ້ນຂະໜານ 21 ໍ15′ ແລະ ເສັ້ນຂະໜານ 20 ໍ30′ ເປັນແຂວງທີ່ມີພື້ນທີ່ສູງ-ຊັນໃນລະດັບ 300-1.850 ແມັດ (ທຽບກັບລະດັບໜ້ານໍ້າທະເລ); ເຊິ່ງເປັນແຂວງທີ່ຕັ້ງຢູ່ໃຈກາງຂອງ 5 ແຂວງພາກເໜືອຄື:

ທິດເໜືອຕິດກັບ ແຂວງຜົ້ງ​ສາ​ລີ (77 ກິໂລແມັດ) ແລະ ສປ ຈີນ (21,7 ກິໂລແມັດ);.

  • ທິດໃຕ້ຕິດກັບແຂວງໄຊ​ຍະ​ບູ​ລີ (124 ກິໂລແມັດ);
  • ທິດຕາເວັນອອກຕິດກັບແຂວງຫຼວງພະບາງ (174 ກິໂລແມັດ);
  • ທິດຕາເວັນຕົກຕິດກັບແຂວງບໍ່​ແກ້ວ (112 ກິໂລແມັດ) ແລະ ແຂວງຫຼວງ​ນ້ຳ​ທາ (198 ກິໂລແມັດ).

ຂອບເຂດການປົກຄອງຂອງແຂວງອຸດົມໄຊ ມີ 7 ເມືອງຄື: ເມືອງໄຊ, ເມືອງນາໝໍ້, ເມືອງຫຼາ, ເມືອງງາ, ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ; ມີ 55 ກຸ່ມບ້ານ, ມີບ້ານທັງໝົດ 470 ບ້ານ.

ດ້ານພູມສັນຖານ

ແຂວງອຸດົມໄຊ ມີເນື້ອທີ່ທັງໝົດ 15.370 ກິໂລຕາແມັດ, ໃນນີ້ ພູດອຍກວມ 85%, ສ່ວນທີ່ເຫຼືອແມ່ນທົ່ງພຽງ, ພູພຽງ ແລະ ລ້ອງນໍ້າຕ່າງໆ. ປັດຈຸບັນມີອັດຕາການປົກຫຸ້ມຂອງປ່າໄມ້ກວມເອົາ 51,91% ຂອງເນື້ອທີ່ໝົດທົ່ວແຂວງ ເປັນປ່າໄມ້ເຂດຮ້ອນ, ປະເພດດິນສັນດອນ ແລະ ດິນຜຸຜຸ່ຍກວມເຖິງ 2/3 ຂອງເນື້ອທີ່ດິນປູກຝັງໃນທົ່ວແຂວງ, ເຊິ່ງເປັນເຂດດິນດຳນໍ້າຊຸ່ມເໝາະແກ່ການປູກຝັງລ້ຽງສັດ ແລະ ການທ່ອງທ່ຽວທຳມະຊາດ.

ແຂວງອຸດົມໄຊມີປະຊາກອນທັງໝົດ 341.756 ຍິງ 168.798 ຄົນ (ຂໍ້ມູນຈາກພະແນກແຜນການ ແລະ ການລົງທຶນປີ 2021), ສະເລ່ຍຄວາມໜາແໜ້ນຂອງປະຊາກອນ 23 ຄົນຕໍ່ກິໂລຕາແມັດ ການຕັ້ງພູມລຳເນົາຂອງປະຊາກອນແມ່ນຢູ່ຕາມທົ່ງພຽງ, ລຽບຕາມແຄມສາຍນໍ້າ ແລະ ຮ່ອມພູຕ່າງໆ. ປະຊາກອນສ່ວນຫຼາຍແມ່ນຍຶດຖືອາຊີບກະສິກຳປູກຝັງ ແລະ ລ້ຽງສັດເປັນຫຼັກ.

ຊົນເຜົ່າ ແລະໝວດພາສາປາກເວົ້າ

ແຂວງອຸດົມໄຊ ປະກອບມີ 12 ຊົນເຜົ່າ, ມີ 4 ໝວດພາສາປາກເວົ້າ ເຊັ່ນ:

  1. ໝວດພາສາລາວ-ໄຕ ມີ 4 ຊົນເຜົ່າຄື: ເຜົ່າລາວ, ລື້, ຢັ້ງ ແລະ ເຜົ່າໄຕ
  2. ໝວດພາສາມອນ-ຂະແມ ມີ 3 ຊົນເຜົ່າຄື: ເຜົ່າກຶມມຸ, ລະເມດ ແລະ ເຜົ່າບິດ
  3. ໝວດພາສາມົ້ງ-ອີວມຽນ ມີ 2 ຊົນເຜົ່າ: ເຜົ່າມົ້ງ ແລະ ເຜົ່າອີວມຽນ
  4. ໝວດພາສາຈີນ-ຕີເບດ ມີ 3 ຊົນເຜົ່າຄື: ເຜົ່າສິງສີລິ (ພູນ້ອຍ), ອາຄາ ແລະ ເຜົ່າຫໍ້

ພາບເທດສະບານແຂວງ ປີ 2021

ໃນ​ໄລ​ຍະສ້າງ​ຕັ້ງ​ເປັນ​ແຂວງ​ລ້ານ​ຊ້າງ ມີ​ພຽງ​ແຕ່ 3 ເມືອງ. ມາ​ຮອດ ວັນ​ທີ 20 ກັນ​ຍາ 1963 ເມືອງ​ນາ​ໝໍ້ ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ເຊິ່ງ​ແຕ່​ກ່ອນ​ພຽງ​ແຕ່​ເປັນ​ກອງໜຶ່ງ​ທີ່​ຂຶ້ນ​ກັບ ເມືອງ​ໄຊ ອັນ​ໄດ້​ເຮັດ​ໃຫ້​ແຂວງລ້ານ​ຊ້າງ​ປະ​ກອບ​ມີ 4 ເມືອງ ຄື: ເມືອງ​ໄຊ, ເມືອງ​ຮຸນ, ເມືອງ​ປາກ​ທາ ແລະ ເມືອງ​ນາ​ໝໍ້. ມາ​ຮອດ​ທ້າຍ​ປີ 1964 ເຂດ​ປົດ​ປ່ອຍ​ໄດ້​ຂະ​ຫຍາຍກວ້າງ​ອອກ, ຈາກນັ້ນ, ​ບັນ​ດາ​ເມືອງ​ຕ່າງໆ​ກໍໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ເຊັ່ນ: ເມືອງ​ປາກ​ແບງ ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນໃນ​ວັນ​ທີ 2 ມີນາ 1964 ​ແຕ່​ກ່ອນ​ພຽງ​ແຕ່​ເປັນ​ກອງໜຶ່ງ​ທີ່​ຂຶ້ນ​ກັບ​ເມືອງ​ຮຸນ; ເມືອງຫຼາ ​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 22 ມັງກອນ 1965 ແຕ່​ກ່ອນ​ພຽງ​ແຕ່​ເປັນ​ຕາ​ແສງ​ທີ່​ຂຶ້ນ​ກັບ ເມືອງ​ໄຊ; ເມືອງ​ແບງ ​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 20 ມີນາ 1964 ແຕ່​ກ່ອນ​ເປັນ​ກອງ​ໜຶ່ງ​ທີ່​ຂຶ້ນ​ກັບ​ເມືອງ​ໄຊ. ມາ​ຮອດ​ວັນ​ທີ 28 ມີນາ 1968 ສູນ​ກາງ​ພັກ​ໄດ້​ຕົກ​ລົງ​ເອົາ​ຕາ​ແສງ​ເມືອງ​ງາ ​ທີ່​ຂຶ້ນ​ກັບ​ເມືອງ​ປາກ​ອູ ແຂວງຫຼວງ​ພະ​ບາງ ໂອ​ນມາ​ໃຫ້​ແຂວງ​ອຸ​ດົມ​ໄຊ ພ້ອມ​ທັງ​ສ້າງ​ຕັ້ງ​ເປັນ​ເມືອງ​ງາ​ຂຶ້ນ. ມາ​ຮອດ​ວັນ​ທີ 13 ມັງ​ກອນ 1982 ກອງ​ປະ​ຊຸມ​ໃຫຍ່​ ຄັ້ງ​ທີ II ​ຂອງອົງ​ຄະ​ນະ​ພັກ​ແຂວງ ໄດ້​ຕົກ​ລົງ​ແຍກ​ເມືອງ​ປາກ​ທາ ອອກ​ເປັນ​ສອງ​ເມືອງ​ ຄື: ເມືອງ​ປາກ​ທາ ແລະ ເມືອງ​ຜາ​ອຸ​ດົມ, ພ້ອມ​ທັງ​ຮັບ​ເອົາ​ເມືອງ​ຊຽງ​ຮ່ອນ ແລະ ເມືອງ​ຫົງ​ສາ​ເຂົ້າ​ຕື່ມ ອັນ​ໄດ້​ເຮັດ​ໃຫ້​ແຂວງ​ອຸ​ດົມ​ໄຊ ປະ​ກອບ​ມີ 11 ເມືອງ. ມາ​ຮອດ​ປີ 1989 ແຂວງ​ໄດ້​ໂອນ​ເມືອງ​ຊຽງ​ຮ່ອນ ແລະ ເມືອງ​ຫົງ​ສາ ຄືນ​ໃຫ້​ແຂວງ​ໄຊ​ຍະ​ບູ​ລີ. ໃນວັນ​ທີ 5 ກໍ​ລະ​ກົດ 1992 ສູນ​ກາງ​ພັກ ໄດ້​ຕົກ​ລົງມອບໂອນ​ເມືອງ​ປາກ​ທາ ແລະ ເມືອງ​ຜາ​ອຸ​ດົມ​ໃຫ້​ແຂວງບໍ່​ແກ້ວ. ດັ່ງ​ນັ້ນ, ແຂວງ​ອຸ​ດົມ​ໄຊ ​ຍັງ​ເຫຼືອ​ພຽງ 7 ເມືອງ​ຈົນ​ເຖິງ​ປັດ​ຈຸ​ບັນ.

ຂໍ້ມູນຈາກ: ປື້ມປະຫວັດສາດແຂວງອຸດົມໄຊ ສະບັບປີ 2022