ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ອຸ​ດົມ​ໄຊ ສະ​ໄໝ​ທີ IV 1992-1997

ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ອົງ​ຄະ​ນະ​ພັກ​ແຂວງ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ໃນວັນ​ທີ 25-27 ກໍ​ລະ​ກົດ 1992 ​​ຢູ່​ທີ່ຫໍ​ວັດ​ທະ​ນະ​ທຳ​ແຂວງ ໃຫ້​ກຽດ​ເຂົ້າ​ຮ່ວມຂອງ ສະຫາຍ ທອງສິງ ທຳມະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີ​ຜູ້​ແທນ​ເຂົ້າ​ຮ່ວມ 91 ສະ​ຫາຍ ທີ່​ຕາງ​ໜ້າໜ່ວຍ​ພັກໃນ​ທົ່ວ​ແຂວງ ​394 ໜ່ວຍ ແລະ ສະ​​ມາ​ຊິກ​ພັກ ​ຈຳ​ນວນ 3.466 ສະ​ຫາຍ. ກອງ​ປະ​ຊຸມ​ໄດ້​ປ່ອບ​ບັດ​ຄັດ​​ເລືອກ​ເອົາ ຄະ​ນະບໍ​ລິ​ຫານ​ງານພັກ​ແຂວງ ​​ຈຳ​ນວນ 17 ສະ​ຫາຍ, ຍິງ 1 ສະ​ຫາຍ; ໃນ​ນີ້ ຄະ​ນະ​ປະ​ຈຳ​ພັກ​ແຂວງ 5 ສະ​ຫາຍ ຄື:

  1. ສະ​ຫາຍ ໄຊ​ເຊັງ​ລີ ເຕັງ​ເບຼຍ​ຈື     ເປັນ​ເລ​ຂາ​​ຄະ​ນະ​ບໍ​ລິ​ຫານ​ງານພັກ​ແຂວງ, ເຈົ້າ​ແຂວງ
  2. ສະ​ຫາຍ ບຸນ​ທອນ ສຸດ​ທິ​ວົງ      ເປັນ​ຮອງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານພັກ​ແຂວງ
  3. ສະ​ຫາຍ ສົມ​ສີ ໄຊ​ບຸນ​ເຮືອງ      ເປັນ​ຮອງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ
  4. ສະ​ຫາຍ ຈັນ​ສຸກ ບຸນ​ປະ​ຈິດ      ເປັນ​ຄະ​ນະ​ປະ​ຈຳພັກ​ແຂວງ
  5. ສະ​ຫາຍ ທອງ​ໄບ ໄຊ​ຍະ​ຕິ        ເປັນ​ຄະ​ນະ​ປະ​ຈຳພັກ​ແຂວງ
  6. ສະ​ຫາຍ ພັ​ທ ຈັນ​ທາ ວົງ​ວິ​ໄລ    ເປັນ​ກຳ​ມະ​ການພັກ​ແຂວງ
  7. ສະ​ຫາຍ ບຸນ​ລົມ ໄຊ​ຍະ​ວົງ       ເປັນ​ກຳ​ມະ​ການພັກ​ແຂວງ
  8. ສະ​ຫາຍ ນາງ ສີ​ມົວ ​ລີ           ເປັນ​ກຳ​ມະ​ການພັກ​ແຂວງ
  9. ສະ​ຫາຍ ຄຳ​ຜາຍ ເພັດ​ໄຊ​ສີ       ເປັນ​ກຳ​ມະ​ການພັກ​ແຂວງ
  10. ສະ​ຫາຍ ສີ​ວັນ​ສອນ ວົງ​ລ້ອມ    ເປັນ​ກຳ​ມະ​ການພັກ​ແຂວງ
  11. ສະ​ຫາຍ ຈັນ​ດີ ​ຢາງ              ເປັນ​ກຳ​ມະ​ການພັກ​ແຂວງ
  12. ສະ​ຫາຍ ບຸນ​ເລີມ ແກ້ວ​ມະ​ນີ​ໄຊ ເປັນ​ກຳ​ມະ​ການພັກ​ແຂວງ
  13. ສະ​ຫາຍ ຊຽງ​ຫຸມ​ພອນ ສຸ​ລິ​ວັນ ເປັນ​ກຳ​ມະ​ການພັກ​ແຂວງ
  14. ສະ​ຫາຍ ຊຽງ​ລິ້ງ ອາ​ນຸ​ວົງ         ເປັນ​ກຳ​ມະ​ການພັກ​ແຂວງ
  15. ສະ​ຫາຍ ບຸນ​ທອງ ຄຸນ​ສະ​ຫງວນ ເປັນ​ກຳ​ມະ​ການພັກ​ແຂວງ
  16. ສະ​ຫາຍ ໜໍ່​ແສງ ອິນ​ແກ້ວ​ມະ​ນີ ເປັນ​ກຳ​ມະ​ການພັກ​ແຂວງ
  17. ສະ​ຫາຍ ທອງ​ພັນ ຄູນ​ປະ​ເສີດ    ເປັນ​ກຳ​ມະ​ການພັກ​ແຂວງ