ຂະແໜງຈັດຕັ້ງ ແລະ ກວດກາ

  1. ຄົ້ນຄວ້າ, ເຊື່ອມຊືມ, ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະ ນິຕິກຳຂອງລັດວ່າງອອກ ກ່ຽວກັບວຍກງານຈັດຕັ້ງ ແລະ ກວດກາ ຢ່າງເລິກເຊິ່ງ;
  2. ປັບປຸງບູລະນະການຈັດຕັ້ງ, ພະນັກງານ, ກົນໄກປະສານງານຈັດຕັ້ງ ແລະ ແບບແຜນການຄຸ້ມຄອງບໍລິຫານງານຂອງຫ້ອງວາການແຂວງໃຫ້ມີປະສິດທິພາບ, ປະສິດທິຜົນ, ປະຕິບັດນະໂຍບາຍຕ່ອພະນັກງານ ແລະ ລັດຖະກອນ ໃຫ້ຖືກຕ້ອງຕາມນະໂຍບາຍລວມ;
  3. ປະສານສົມທົບກັບຂະແໜງການ, ພາກສ່ວນທີ່ກ່ຽວຄົ້ນຄ້ວານະໂຍບາຍຕ່າງໆ ຂອງຫ້ອງວາການແຂວງ ໃຫ້ແກ່ພະນັກງານ-ລັດຖະກອນຢ່າງເໝາະສົມ;
  4. ຕິດຕາມ, ກວດກາ ແລະ ຮ່າງໜັງສືສະເໜີຕໍ່ອົງການທີ່ກ່ຽວຂ້ອງ ກ່ຽວກັບການເລື່ອນຊັ້ນ-ຂັ້ນ; ດັດແກ້ຊັ້ນ-ຂັ້ນເງີນເດືອນ; ດັດແກ້ວັນເດືອນປີເກີດ; ວັນເດືອນປີເກີດສັງກັດລັດ ລັດຖະກອນຫ້ອງວາການແຂວງ ໃນກໍລະນີຕ່າງໆ ຕາມລະບຽບກົດໝາຍ
  5. ຄົ້ນຄວ້າ, ສະເໜີແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍ-ຮັບ, ຍ້ອງຍໍ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ຜູ້ທີ່ມີຜົນງານ ແລະ ລົງວິໄນຕໍ່ ຜູ້ທີ່ລະເມີດ ຫຼືກະທຳຜິດ ລະບຽບການ ແລະ ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຕາມຄວາມເໝາະສົມ
  6. ຄົນຄວ້າດ ປະກອບເອກະສານ, ສຳເນົາເອກະສານ, ຂື້ນແຜນການກໍສ້າງບຳລຸງພະນັກງານປະເພດຕ່າງໆໄປຍົກລະດັບພາຍໃນ ແລະ ຕ່າງປະເທດ, ໄລຍະສັ້ນ ແລະ ໄລຍະຍາວ; ຄົ້ນຄວ້າ, ຕິດຕາມ, ປະກອນເອກະສານການຍົກຍ້ານ-ຮັບພະນັກງານ, ລັດຖະກອນເຂົ້າໃໝ່ (90%), ເສຍຊີວິດ, ອຸດໜູນເທື່ອດ່ຽວ, ບຳນານ, ເສຍກຳລັງແຮງງານ ແລະ ອຸດໜູນຮູບການຕ່າງໆ ຕາມລະບຽບກົດໝາຍ;
  7. ຄຸ້ມຄອງບັນຊີ, ຊີວະປະຫວັດຂອງລັດຖະກອນ ຢູ່ຫ້ອງວາການແຂວງຕາມຂັ້ນຄຸ້ມຄອງຂອງຕົນ; ຕິດຕາມ, ກວດກາ, ແລະ ເກັບກຳສະຖີຕິຂອງພະນັກງານ-ລັດຖະກອນຢູ່ຫ້ອງວາການແຂວງ ປະຈຳ 06 ເດືອນ ແລະ ປະຈຳປີເພື່ອລາຍງານໃຫ້ຂັ້ນເທີງ ແລະ ພາກສ່ວນທີ່ກ່ຽວຂ້ອງຮັບຊາບ ຢ່າງເປັນປົກກະຕິ;
  8. ຄົ້ນຄ້ວາ, ເຊື່ອມຊຶມ, ຈັດຕັ້ງຜັດຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄຳສັ່ງຂອງພັກ ແລະ ກົດໝາຍຂອງລັດ ກ່ຽວກັບການຕິດຕາມ, ກວດກາໃຫ້ເປັນທິດທາງແຜນການ, ໂຄງການ, ຂໍ້ກຳນົດ, ລະບຽບການ ແລະ ຂັ້ນຕອນວິທີການດຳເນີດການຕິດຕາມ, ກວດກາ ຕາມລະບຽບການ;
  9. ປະສານສົມທົບກັບຄະນະພັກຮາກຖານ, ໜ່ວຍພັກຂອງຫ້ອງວາການແຂວງ, ແຕ່ລະຄະແໜງການຂອງຫ້ອງວາການແຂວງ ກຳໜົດທິດທາງແຜນການ, ໂຄງການ ວິທີການດຳເນີດການຕິດຕາມ, ກວດກາ;
  10. ຕິດຕາມ, ກວດກາ ການເຄື່ອນໄຫວປະຕິບັດໜ້າທີ່ ຂອງການຈັດຕັ້ງພັກ, ຄະນະພັກ, ສະມັກຊິກພັກ ແລະ ພະນັກງານ-ລັດຖະກອນທີ່ຂື້ນກັບການຄຸ້ມຄອງຂອງຫ້ອງວາການແຂວງ ໃນການຈັດຕັ້ງປະຕິບັດໜ້າທີ່, ແນວທາງນະໂຍບາຍ ແລະ ກົດລະບຽບ, ມະຕິ ແລະ ຄຳສັ່ງຂອງພັກ; ຕິດຕາມ, ກວດກາ ກ່ຽວກັບຄຸນທາດການເມືອງ, ຄຸນສົມບັດ, ສິນທຳປະຕິວັດ, ຄວາມຮັບພິຊອບທາງການເມືອງ, ລະບອບແຜາວິທີເຮັດວຽກດ້ວຍ ແບບແຜນດຳລົງຊີວິດ ແລະ ເກັບກຳຊັບສິນຂອງສະມາຊິກພັກ ທີ່ຂື້ນກັບສິດຄຸ້ມຄອງຂອງຫ້ອງວາການແຂວງ;
  11. ຕິດຕາມ, ກວດກາ ການຈັດຕັ້ງຂອງຫ້ອງວາການແຂວງ ເມືອເຫັນວ່າມີປະກົດການລະເມີດຕໍ່ແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄຳສັ່ງຂອງພັກ, ກົດໝາຍຂອງລັດ, ການປະຕິບັດສິດ-ໜ້າທີ່ບໍ່ຖືກຕ້ອງ, ລາຍງານຂໍ້ທິດຊີ້ນຳຂອງຂັ້ນເທິງໃນການແກ້ໄຂໃນເວລາອັນຄວນ;
  12. ຕິດຕາມ, ກວດດາຄຸ້ມຄອງລາຍຮັບ-ລາຍຈ່າຍການເງີນຂອງຫ້ອງວາການແຂວງ, ຄະນະພັກຮາກຖານ,
  13. ໜ່ວຍພັກຂອງຫ້ອງວາການແຂວງ, ແຕ່ລະຂະແໜງການພາຍໃນ ຫ້ອງວາການແຂວງ;
  14. ຕິດຕາມ, ກວດກາສະຫຼຸບລາຍງານການຈັດຕັ້ງປະຕິບັດຜົນການກວດກາ ຂອງຄະນະພັກຮາກຖານ, ໜ່ວຍພັກຂອງຫ້ອງວາການແຂວງ ທີ່ໄດ້ຜ່ານການກວດກາໃຫ້ການນຳຂອງແຂວງເປັນປົກກະຕິ;
  15. ຈັດຕັ້ງປະຕິບັດຜົນ ຂອງການກວດສອບປະຈຳປີ ຂອງອົງການກວດສອບແຫ່ງລັດ;
  16. ຄົ້ນຄວ້າ, ສະເໜີວິການແກ້ໄຂຮ້ອງຟ້ອງ-ຮ້ອງທຸກຂອງການຈັດຕັ້ງພັກ ແລະ ສະມາຊິກພັກທີ່ສົ່ງເຖິງຄະນະພັກຮາກຖານຂອງຫ້ອງວາການແຂວງ;
  17. ສົມທົບກັບຄະນະພັກຮາກຖານ, ໜ່ວຍພັກຫ້ອງວາການແຂວງ ຄົ້ນຄ້ວາ, ປັບປຸງການຈັດຕັ້ງ ແລະ ບຳລຸງກໍ່ສ້າງພະນັກງານກວດກາ
  18. ຮັບ ແລະ ຄົ້ນຄ້ວາພິຈາລະນາຄຳສະເໜີຂອງການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການ ແລະ ກົດໝາຍ;
  19. ຄົ້ນຄ້ວາສັບຊ້ອນ ຕາມຕ່ຳແໜງງານ ແລະ ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນ ພາຍໃນຂະແໜງຂອງຕົນ;
  20. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງຖັດຕົນ.