ພາລະບົດບາດ ໜ້າທີ ແລະ ຂອບເຂດສິດ

ທີ່ຕັ້ງ:

ຫ້ອງວ່າການແຂວງ ຂຽນເປັນຕົວອັກສອນຫຍໍ “ຫວຂ” ເປັນກົງຈັກຈັດຕັ້ງໜຶ່ງ ໃນໂຄງການປະກອບກົງຈັກຂອງອົງຄະນະພັກ ແລະ ອົງການປົກຄອງຂັ້ນແຂວງ ມີຖານະທຽບເທົ່າກັບຄະນະພັກ, ພະແນກການ ແລະ ອົງການທຽບເທົ່າພະແນກຢູ່ຂັ້ນແຂວງ (ເຂດທີ່ເປັນທີ່ຕັ້ງສຳນັກງານຫ້ອງວ່າການແຂວງ ມີຊື່ວ່າ: ສຳນັກງານແຂວງ)

ພາລະບົດບາດ

ຫ້ອງວ່າການແຂວງ ມີພາລະບົບບົດບາດເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ, ເລຂາພັກແຂວງ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ອົງການປົກຄອງແຂວງ, ເຈົ້າແຂວງ, ຮອງເຈົ້າແຂວງ ໃນການອຳນວຍຄວາມສະດວກ, ຄວບຄຸມ, ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດມະຕິ ຂອງກອງປະຊຸມຄະນະບໍລິຫານງານພັກ ແລະ ກອງປະຊຸມອົງການປົກຄອງແຂວງ; ເປັນໃຈກາງພົວພັນປະສານງານກັບອົງການຈັດຕັ້ງພັກ-ລັດຂັ້ນສູນກາງ, ບັນດາພະແນກການອ້ອມຂ້າງແຂວງ, ບັນດາເມືອງ ແລະ ອົງການຈັດຕັ້ງຂັ້ນຕ່າງໆ; ເປັນຜູ້ບໍລິຫານຮັບໃຊ້ການເຄື່ອນໄຫວວຽກງານຂອງການນຳແຂວງ ແລະ ຄຸ້ມຄອງບໍລິຫານພາຍໃນຫ້ອງວ່າການແຂວງ

ໜ້າທີ

  1. ສ້າງແຜນການເຄື່ອນໄຫວວຽກງານຂອງຄະນະບໍລຫານງານພັກແຂວງ, ເລຂາພັກແຂວງ, ຄະນະປະຈຳພັກແຂວງ ໃນແຕ່ລະໄລຍະ ເພື່ອສະເໜີຂັ້ນເທີງພິຈາລະນາ; ເປັນໃຈກາງປະສານງານ, ຊຸກຍູ້, ຕິດຕາມ, ກວດກາບັນດາອົງການຈັດຕັ້ງທີ່ຂື້ນກັບອົງຄະນະພັກແຂວງ, ໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ
  2. ກຽມເນື້ອໃນ, ລະບຽບ, ຕາຕະລາງ, ວາລະ, ຄຳເຫັນເຈາະຈີ້ມ, ຂໍ້ສະຫຼຸບ, ບົດບັນທຶກ, ບົດຄຳເຫັນໂອ້ລົມ ແລະ ແຈ້ງການກອງປະຊຸມສະໄໝສາມັນ ແລະ ວິສາມັນຂອງອົງຄະນະພັກແຂວງ, ກຽມເນື້ອໃນ, ບົດບັນທຶກການພົບປະແຂກພາຍໃນ ແລະ ຕ່າງປະເທດ
  3. ຊ່ວຍຄະນະປະຈຳຊຸກຍູ້, ຕິດຕາມ, ກວດກາ ແລະ ຄົ້ນຄ້ວາ-ສັງລວມສະພາບການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ຂອງສູນກາງພັກ ແລະ ມະຕິ, ຄຳສັ່ງ, ແຜນການ, ແຜນງານ ຂອງຄະນະບໍລິຫານງານພັກແຂວງ ພ້ອມທັງສະເໜີວິທີແກ້ໄຂຖືກຕ້ອງ ແລະ ເໝາະສົມໃຫ້ແກ່ການນຳ ພິຈາລະນາ ແລະ ມີທິດຊີນຳໃນການຈັດຕັ້ງປະຕິບັດ
  4. ຄົ້ນຄ້ວາ, ກະກຽມ ແລະ ຮຽບຮຽງເອກະສານຕ່າງໆຂອງຄະນະປະຈຳພັກແຂວງ, ເລຂາພັກແຂວງ ເພື່ອພິຈາລະນາ, ກວດຜ່ານ, ຮຽບຮຽງ, ມີຄຳເຫັນໃສ່ເອກະສານ, ບົດລາຍງານ ແລະ ນິຕິກຳຕ່າງໆຈາກພາກສ່ວນທີ່ກ່ຽວຂ້ອງ ທີ່ສະເໜີລາຍງານ, ຂໍທິດຊີ້ນຳ, ຂໍການຕົກລົງຈາກເລຂາພັກແຂວງ, ຮອງເລຂາພັກແຂວງ ແລະ ຜູ້ທີ່ຖືກມອບສິດຈາກສະຫາຍເລຂາພັກແຂວງ; ບັນທຶກຜົນຂອງກອງປະຊຸມສ່ອງແສງລາຍງານວຽກງານຕ່າງໆ ແລະ ຜັນຂະຫຍາຍເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ
  5. ສຳເນົາ ແລະ ປົກປັກຮັກສາ ບັນດາຂໍ້ມູນ, ເອກະສານຕ່າງໆຂອງພັກໃຫ້ມີຄວາມປອດໄສ, ບໍ່ໃຫ້ຕົກເຮຍເສຍຫາຍ, ບໍ່ໃຫ້ມີການປ້ອມແປງ ແລະບໍ່ໃຫ້ເສຍຄວາມລັບ
  6. ບໍລິການຮັບໃຊ້ດ້ານພິທີການຕ່າງໆຂອງວຽກພັກ, ກະກຽມຈັດຕັ້ງ ແລະ ບັນທຶກກອງປະຊຸມຄະນະປະຈຳພັກແຂວງ, ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ແລະ ວຽກງານຕ່າງໆທີ່ຢູ່ໃນຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກແຂວງ ປະຈຳແຕ່ລະໄລຍະ
  7. ຊ່ວຍເລຂາພັກແຂວງ, ຄະນະປະຈຳພັກແຂວງ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຕາມການມອບໝາຍ
  8. ເປັນໃຈກາງປະສານງານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການຕິດຕາມ, ກວດກາ ແລະ ຊຸກຍູ້ປັບປຸງລະບົບກົງຈັກການຈັດຕັ້ງພັກຢູ່ຂັ້ນຮາກຖານເຊັ່ນ: ສຳນັກງານ, ອົງການ, ໂຮງຮຽນ, ໂຮງໝໍ, ວິສະຫະກິດຕ່າງໆ ຢູ່ອ້ອມຂ້າງແຂວງ, ເມືອງ ແລະ ກຸ່ມບ້ານ-ບ້ານ
  9. ປະສານກັບພາກສ່ວນທີ່ກ່ຽວຂ້ອງແຕ່ລະຂັ້ນເພື່ອສຶກສາອົບຮົມ ການເມືອງແນວຄິດໃຫ້ປະຊາຊົນ ຊັ້ນຄົນຕ່າງໆ ເພື່ອເພີ່ມສະຕິເປັນເຈົ້າ ໃນການພັດທະນາຕົນເອງ ແລະ ພັດທະນາປະເທດຊາດ, ມີສະຕິເຄົາລົບ ແລະ ປະຕິບັດລະບຽບກົດຫມາຍ, ເສີມຂະຫຍາຍມູນເຊື້ອ ສາມັກຄີ ປອງດອງ ລະຫ່ວາງ ປະຊາຊົນບັນດາເຜົ່າ
  10. ຮັບເອົາ ແລະ ມີຄໍາເຫັນຕໍ່ຫນັງສືສະເຫນີ, ຄໍາຮ້ອງ, ອໍານວຍຄວາມສະດວກການເຂົ້າພົບການນໍາ ຂອງແຂກ ແລະ ອື່ນໆ ທີ່ສະເຫນີເຖິງຄະນະປະຈໍາພັກແຂວງ, ເລຂາພັກແຂວງ ແລະ ຮອງເລຂາພັກແຂວງຄົ້ນຄ້ວາພິຈາລະນາ
  11. ບໍລິການຮັບໃຊ້ ດ້ານເນື້ອໃນ ແລະ ພິທີການຕ່າງໆ ໃຫ້ແກ່ຄະນະປະຈໍາພັກແຂວງ, ເລຂາພັກແຂວງ, ຮອງເລຂາພັກແຂວງ, ເປັນເຈົ້າການກະກຽມ, ບັນທຶກການພົບປະກັນຕ້ອນຮັບແຂກ ລະດັບຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ປະຕິບັດຫນ້າທີ່ຮັບໃຊ້ການນໍາ ແລະ ບໍລິການຮັບໃຊ້ໃຫ້ແກ່ ພາກສ່ວນຕ່າງໆ ພ້ອມທັງຄົ້ນຄ້ວາ ແລະ ສ້າງສິ່ງອໍານວຍຄວາມສະດວກດ້ານແຜນວຽກ, ແຜນຄົນ, ແຜນເງິນ, ແຜນເວລາ, ແຜນພາຫະນະ ແລະ ແຜນປ້ອງກັນຄວາມສະຫງົບ-ປອດໄພ ໃນການເຮັດວຽກ, ການເຄື່ອນໄຫວລົງເຮັດວຽກຢູ່ຮາກຖານ, ຢູ່ຕ່າງເເຂວງ ແລະ ຕ່າງປະເທດ ຂອງຄະນະປະຈໍາພັກແຂວງ, ເລຂາພັກແຂວງ, ຮອງເລຂາພັກແຂວງ
  12. ປະຕິບັດຕາມຫນ້າທີ່ອື່ນໆ ທີ່ເລຂາພັກແຂວງ, ຮອງເລຂາພັກແຂວງ ແລະ ຄະນະປະຈໍາພັກແຂວງມອບຫມາຍ