ສະຫາຍ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ແຫ່ງ ສປປ ລາວ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມມິດຕະພາບ ຢູ່ ແຂວງເຊີນລາ ແຫ່ງ ສສ ຫວຽດນາມ

 ວັນທີ 15 ມີນານີ້ ຜູ້ແທນຂັ້ນສູງ ແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມມິດຕະພາບ ຢູ່ແຂວງເຊີນລາ ແຫ່ງ ສສຫວຽດນາມ  ໂດຍໄດ້ຮັບຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ  ຫງວຽນ ຮີວ ດົ່ງ  ກຳມະການສູນກາງພັກ, ເລຂາພັກແຂວງເຊີນລາ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ການເຄື່ອນໄຫວຢ້ຽມຢາມ ແຂວງເຊີນລາ ແຫ່ງ ສສ ຫວຽດນາມ

      ການເຄື່ອນໄຫວຢ້ຽມຢາມມິດຕະພາບ ຢູ່ ແຂວງເຊີນລາ ແຫ່ງ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ ຄັ້ງນີ້ ກໍເພື່ອເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສອງພັກ – ສອງລັດ ໂດຍສະເພາະແມ່ນ ອົງການປົກຄອງແຂວງ ແລະ ປະຊາຊົນແຂວງອຸດົມໄຊ ກັບ ແຂວງເຊີນລາໃຫ້ນັບມື້ແຫນ້ນແຟ້ນຂຶ້ນກວ່າເກົ່າ.

      ໂອກາດດັ່ງກ່າວ  ສະຫາຍເລຂາພັກ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ກໍໄດ້ເຂົ້າພົບປະກັບຄະນະຜູ້ແທນຂັ້ນສູງ ແຂວງເຊີນລາ ໂດຍມີ ສະຫາຍ  ຫງວຽນ ຮີວ ດົ່ງ  ກຳມະການສູນກາງພັກ ເລຂາພັກ, ເລຂາພັກ ແຂວງເຊີນລາ ພ້ອມດ້ວຍຄະນະ ຢູ່ທີ່ຫ້ອງປະຊຸມ ແຂວງເຊີນລາ.

ການພົບປະ ທັງສອງຝ່າຍໄດ້ລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະຜ່ານມາຂອງແຂວງຕົນໃຫ້ກັນຊາບ. ສະຫາຍ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ແຂວງອຸດົມໄຊ ກັບ ແຂວງເຊີນລາ ໄລຍະຜ່ານມາ ເຊິ່ງສອງແຂວງໄດ້ມີການພົວພັນຮ່ວມມືຢ່າງສະຫນິດແຫນ້ນໃນນັ້ນ ແຂວງເຊີນລາ ໄດ້ໃຫ້ການຊ່ວຍເຫລືອຫລາຍດ້ານແກ່ ແຂວງອຸດົມໄຊ ໂດຍສະເພາະແມ່ນ ຊ່ວຍດ້ານການພັດທະນາຊັບພະຍາກອນມະນຸດ, ການກໍ່ສ້າງໂຮງຮຽນ,  ການສະຫນອງແນວພັນສັດແລະແນວພັນພືດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ.

ສ່ວນທິດທາງຕໍ່ຫນ້າ ສອງແຂວງຈະສືບຕໍ່ຊຸກຍູ້ໃຫ້ບັນດາຂະແຫນງການ ຂອງສອງຝ່າຍໄດ້ມີການແລກປ່ຽນບົດຮຽນຮ່ວມກັນ ໂດຍສະເພາະແມ່ນຂົງເຂດວຽກງານກະສິກຳ, ວຽກງານສຶກສາ, ການຄ້າ-ການລົງທຶນ , ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ – ພະນັກງານ ແລະ ອື່ນໆ ໂດຍການປະສານງານຂອງບັນດາຂະແຫນງການ ທັງນີ້ ກໍເພື່ອເປັນການເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ເປັນມູນເຊື້ອໃຫ້ນັບມື້ຫນັກແຫນ້ນ, ເຂັ້ມແຂງ ແລະ ເກີດດອກອອກຜົນກວ່າເກົ່າ.

  ໃນໂອກາດເຄື່ອນໄຫວຢ້ຽມຢາມມິດຕະພາບຢູ່ແຂວງເຊີນລາ ແຫ່ງ ສສ ຫວຽດນາມ ຜູ້ແທນຂັ້ນສູງ ແຂວງອຸດົມໄຊ ຍັງໄດ້ລົງເບິ່ງພື້ນຖານການພັດທະນາ ເສດຖະກິດ ສັງຄົມ ຂອງແຂວງເຊີນລາຈຳນວນຫນຶ່ງ ເປັນຕົ້ນແມ່ນ ການປູກຫມາກມ່ວງ,ການລ້ຽງງົວທອມ,ໂຮງງານປຸ່ງແຕ່ງແລະຫຸ້ມຫໍ່ຜະລິດຕະພັນຫມາກໄມ້ ແລະ ໂຮງງານປຸງແຕ່ງແປ້ງມັນຕົ້ນ

====ນັກຂ່າວ: ໄມພອນ