ຄະນະຜູ້ແທນ ແຂວງນິງບິງ ຢ້ຽມຢາມ ແລະ ອວຍພອນປີໃຫມ່ລາວ ທີ່ແຂວງອຸດົມໄຊ

ຕອນເຊົ້າວັນທີ 4 ເມສາ 2023 ນີ້ ຄະນະຜູ້ແທນຂັ້ນສູງ ແຂວງນິງບິງ ແຫ່ງ ສສ ຫວຽດນາມ ເຊິ່ງນໍາໂດຍ ສະຫາຍ ໂດ ຫວຽດ ແອງ ຄະນະປະຈຳພັກແຂວງ, ປະທານຄະນະກຳມະການຂົນຂວາຍພັກແຂວງ, ປະທານແນວໂຮມແຫ່ງຊາດຫວຽດນາມແຂວງນິງບິງ ພ້ອມດ້ວຍຄະນະ ເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະ ອວຍພອນປີໃຫມ່ລາວ ແກ່ການນຳ ແຂວງອຸດົມໄຊ ຕ້ອນຮັບຄະນະໂດຍ ສະຫາຍ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ທີ່ຫ້ອງວ່າການ ແຂວງອຸດົມໄຊ.

ໂອກາດການຕ້ອນຮັບ ສະຫາຍ ໂດ ຫວຽດ ແອງ ຄະນະປະຈຳພັກແຂວງ, ປະທານຄະນະກຳມະການຂົນຂວາຍພັກ, ປະທານແນວໂຮມແຫ່ງຊາດ ແຂວງນິງບິງ ໄດ້ສະແດງຄວາມຊົມເຊີຍ ຕໍ່ການນຳແຂວງອຸດົມໄຊ ພ້ອມທັງ ກ່າວອວຍພອນ ເນື່ອງໃນໂອກາດ ບຸນປີໃຫມ່ລາວ ພສ 2566 ທີ່ຈະມາເຖິງ ແກ່ການນຳແຂວງອຸດົມໄຊ. ຈາກນັ້ນ ສະຫາຍ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ກ່າວສະແດງ ຄວາມຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ແຂວງນິງບິງ ຢ່າງອົບອຸ່ນ ພ້ອມທັງ ລາຍງານສະພາບໂດຍລວມຂອງແຂວງ ແລະ ຍົກໃຫ້ເຫັນເຖິງສາຍພົວພັນຂອງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ອຸດົມໄຊ-ນິງບິງ ໃນໄລຍະຜ່ານມາ ແລະ ຕໍ່ຫນ້າ.

ໃນໂອກາດທີ່ ຄະນະຜູ້ແທນຂັ້ນສູງ ແຂວງນິງບິງ ເດີນທາງມາ ຢ້ຽມຢາມ ແລະ ອວຍພອນປີໃຫມ່ລາວ ໃຫ້ແກ່ການນຳ ແຂວງອຸດົມໄຊ ການນຳຂັ້ນສູງ ແຂວງອຸດົມໄຊ ໄດ້ຈັດພິທີ ບາສີສູ່ຂວັນ ໃຫ້ແກ່ຄະນະຜູ້ແທນ ແຂວງນິງບິງ ຕາມຮີດຄອງ ປະເພນີ ອັນດີງາມຂອງຊາດລາວ ພ້ອມທັງ ອວຍພອນໃຫ້ສາຍພົວພັນ ແຂວງອຸດົມໄຊ-ແຂວງນິງບິງ ໃນຖານະທີ່ເປັນແຂວງແຮກສ່ຽວ ຈົ່ງເກີດດອກອອກຜົນ, ຈະເລີນງອກງາມ ແລະ ຫມັ້ນຄົງທະນົງແກ່ນ ຕະຫລອດກາລະນານ.

ຂ່າວ: ຄານມະນີ ຮຽນດໍຈັນ