ຫ້ອງວ່າການ ແຂວງອຸດົມໄຊ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022

ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ຫ້ອງວ່າການ ແຂວງອຸດົມໄຊ ຈັດຂຶ້ນວັນທີ 7 ເມສາ 2023 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການ ແຂວງອຸດົມໄຊ, ມີຄະນະຫ້ອງວ່າການ, ຫົວໜ້າຂະແໜງການ ຕະຫຼອດຮອດ ພະນັກງານວິຊາການພາຍໃນຫ້ອງວ່າການ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ຫ້ອງວ່າການ ແຂວງອຸດົມໄຊ ປະຈຳປີ 2022, ໃນໄລຍະປີ 2022 ຜ່ານມາ ພາຍໃຕ້ການ ນໍາພາ-ຊີ້ນໍາ ຂອງຄະນະຫ້ອງວ່າການແຂວງ ແລະ ຄວາມເອົາໃສ່ໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານວິຊາການ ສາມາດເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ເຄື່ອນໄຫວ ຕາມພາລະ, ບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ເປັນເສນາທິການ, ເປັນໃຈກາງປະສານງານ ແລະ ບໍລິຫານຮັບໃຊ້ ໃຫ້ແກ່ການນຳແຂວງໄດ້ເປັນຢ່າງດີ ແລະ ມີຄວາມຮັບຜິດຊອບສູງ ເປັນຕົ້ນ ແມ່ນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ ໄປຄຽງຄູ່ກັບການຈັດຕັ້ປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານຫ້ອງວ່າການແຂວງ ແລະ ບັນດາແຜນງານ, ໂຄງການຈຸດສຸມ 5 ປີ (2021-2025) ຂອງຫ້ງວ່າການແຂວງ ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ແລະ ໃຫ້ຮູ້ເຖິງບັນຫາ ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ທິດທາງແຜນການ ປີ 2023 ພ້ອມນີ້ ຜູ້ເຂົ້າຮ່ວມໄດ້ພ້ອມກັນຕີລາຄາປະກອບຄໍາຄິດຄໍາເຫັນຕາມການເຈາະຈີ້ມຂອງປະທານກອງປະຊຸມ ເພື່ອເສີມຂະຫຍາຍ ດ້ານດີ-ຜົນງານ, ແກ້ໄຂບັນຫາ ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ວາງແຜນການຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແທດເໝາະກັບສະພາບການໃນໄລຍະໃໝ່. ໃນໂອກາດກອງປະຊຸມ ກໍໄດ້ມີການປະກາດ ແຕ່ງຕັ້ງ ຫົວໜ້າ-ຮອງຫົວໜ້າຂະແໜງ ພາຍໃນຫ້ອງວ່າການແຂວງ ແລະ ຊັບຊ້ອນໜ້າທີ່ວຽກງານ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການ ຕື່ມອີກ.