ກອງປະຊຸມ ການຄົ້ນຄວ້າ ການລົງທຶນ ການແກ້ໄຂ ບັນຫາ ເຄັ່ງຮ້ອນດ້ານ ເສດຖະກິດ-ການເງິນ

ກອງປະຊຸມ ຂອງຂະແຫນງ ເສດຖະກິດ ຄັ້ງທີ II ພາຍໃຕ້ຫົວຂໍ້ ກ່ຽວກັບຂອດການປະສານງານ ການຄົ້ນຄວ້າ ອະນຸຍາດ ການລົງທຶນ ການແກ້ໄຂບັນຫາເຄັ່ງຮ້ອນດ້ານ ເສດຖະກິດ-ການເງິນ ແລະ ການຕິດຕາມ ຄຸ້ມຄອງ ການລົງທຶນ ເອກະຊົນ ພາຍໃນ ແລະ ຕ່າງປະເທດ ປະຈຳປີ 2021 ແລະ ຕົ້ນປີ 2022 ຂອງ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2024 ທີ່ຫ້ອງປະຊຸມ ພະແນກ ແຜນການ ແລະ ການລົງທຶນ ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີບັນດາຫົວຫນ້າພະແນກການອ້ອມຂ້າງແຂວງ, ເຈົ້າເມືອງໆໄຊ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ການຄົ້ນຄວ້າ ການລົງທຶນ ການແກ້ໄຂ ບັນຫາ ເຄັ່ງຮ້ອນດ້ານ ເສດຖະກິດ-ການເງິນ

ການດໍາເນີນກອງປະຊຸມໃນຄັ້ງນີ້ ກໍເພື່ອສະຫລຸບ ຕີລາຄາຄືນ ຜົນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ຕິດຕາມ,ຄຸ້ມຄອງ ການລົງທຶນ ຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ໃນໄລຍະຜ່ານມາ ແຕ່ປີ 2021 ຫາ ຕົ້ນປີ 2022 ພ້ອມທັງ ປຶກສາຫາລື ກ່ຽວກັບຂໍ້ຫຍຸ້ງຍາກ ໃນຂອດການປະສານງານຂອງບັນດາຂະແຫນງການກ່ຽວຂ້ອງ, ການຈັດຕັ້ງປະຕິບັດວຽກງານທີ່ຍັງບໍ່ທັນສອດຄ່ອງກັບນິຕິກຳ ຕິດພັນກັບການຊອກຫາວິທີທາງປັບປຸງ,ແກ້ໄຂ ໃນຕໍ່ຫນ້າ ຮ່ວມກັນ. ແນໃສ່ເຮັດໃຫ້ຂອດການປະສານງານມີຄວາມສະດວກ,ສະບາຍ,ວ່ອງໄວ, ຫຼຸດຜ່ອນຂອດຂັ້ນທີ່ຫຍຸ້ງຍາກ ເຮັດໃຫ້ການລົງທຶນຢູ່ແຂວງອຸດົມໄຊ ຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍ,ກົດຫມາຍ ແລະ ນິຕິກຳຕ່າງໆ, ມີບັນຍາກາດຄືກຄື້ນ ແລະ ເປັນແຮງຊຸກດັນເສດຖະກິດ-ສັງຄົມ ຂອງແຂວງອຸດົມໄຊ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ນອກນັ້ນ ຍັງເປັນການປຶກສາຫາລືກ ແລະ ຊອກຫາແນວທາງໃນການແກ້ໄຂ ບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ – ການເງິນ ຂອງແຂວງອຸດົມໄຊ ຕື່ມອີກ. ໃນນີ້ ກອງປະຊຸມ ໄດ້ມີການລາຍງານ ຜົນການເຄື່ອນໄຫວວຽກງານຂອງຄະນະກຳມະການຄຸ້ມຄອງການລົງທຶນຂັ້ນແຂວງ,ຜົນການປະເມີນ ການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ,ຂອດການປະສານງານຂອງບັນດາຂະແຫນງການ ໃນໄລຍະຜ່ານມາ ທົບທວນຄືນ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ຕົກລົງ ຂອງຄະນະກຳມະການຄຸ້ມຄອງການລົງທຶນຂັ້ນແຂວງ ວ່າດ້ວຍການມອບຄວາມຮັບຜິດຊອບໃຫ້ຂະແຫນງການກ່ຽວຂ້ອງຄຸ້ມຄອງບັນດາໂຄງການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ຢູ່ແຂວງອຸດົມໄຊ ແລະ ຮູບແບບ,ວິທີການ ແລະ ຂັ້ນຕອນຕ່າງໆ ໃນການຂຶ້ນທະບຽນ ວິສາຫະກິດ.

ການລົງທຶນ ຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ຢູ່ພາຍໃນ ແຂວງອຸດົມໄຊ ແຕ່ປີ 2021 ຫາ ຕົ້ນປີ 2022 ມີທັງຫມົດ 102 ໂຄງການ ໃນນີ້ ໂຄງການລົງທຶນ ດ້ານກະສິກໍາ 42 ໂຄງການ, ອຸດສາຫະກຳ ແລະ ການຄ້າ 11 ໂຄງການ, ບໍ່ແຮ່ 32 ໂຄງການ, ພະລັງງານ 4 ໂຄງການ ແລະ ການລົງທຶນອື່ນໆ 31 ໂຄງການ. ໄດ້ມີການເຊັນບົດບັນທຶກ ຄວາມເຂົ້າໃຈ ທັງຫມົດ 18 ໂຄງການ ສ່ວນບໍລິສັດ ຫຼື ໂຄງການທີ່ຍັງໄດ້ຮັບອະນຸຍາດ ໃນການສືບຕໍ່ລົງທຶນ ຮອດປັດຈຸບັນ ມີ 96 ໂຄງການ ໃນນີ້ ປະເພດ A ມີ 11 ໂຄງການ, ປະເພດ B ມີ 33 ໂຄງການ ແລະ ປະເພດ F ມີ 52 ໂຄງການ. ກອງປະຊຸມຍັງໄດ້ມີການແລກປ່ຽນບົດຮຽນ ຄວາມຄິດ ຄວາມເຫັນ ເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ ການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ການຕິດຕາມ,ຊຸກຍູ້ ແລະ ຄຸ້ມຄອງ ການລົງທຶນ ແລະ ວຽກງານ ການແກ້ໄຂ ບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ – ການເງິນ ຢູ່ແຂວງອຸດົມໄຊ ໃນຕໍ່ຫນ້າ ມີປະສິດທິພາບ ແລະ ມີຜົນສຳເລັດ ຕາມລະດັບຄາດຫມາຍ.