ຄະນະນັກສຶກສາ ລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXIX ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າພົບ ທ່ານເຈົ້າແຂວງອຸດົມໄຊ

ໃນໂອກາດທີ່ຄະນະນັກສຶກສາ ລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXIX ຈາກສະຖາບັນການເມືອງ ການປົກຄອງແຫ່ງຊາດ ມາເຄື່ອນໄຫວທັດສະນະສຶກສາ ຢູ່ແຂວງອຸດົມໄຊ ມາໃນຕອນບ່າຍວັນທີ 27 ມັງກອນນີ້ ທ່ານ ປອ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະພັກ, ຫົວໜ້າຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳພາຄະນະນັກສຶກສາ ເຂົ້າພົບທ່ານເຈົ້າແຂວງອຸດົມໄຊ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ.

ໂອກາດດັ່ງກ່າວ ຄະນະນັກສຶກສາ ກໍໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍຫຍໍ້ ຈາກ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ແລະ ທ່ານ ປອ ນາງ ຄຳຫຼ້າ ແກ້ວອຸ່ນຄຳ, ກຳມະການຄະນະພັກ, ຫົວໜ້າຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍໄດ້ລາຍງານຈຸດປະສົງ ການມາທັດສະນະສຶກສາ ຢູ່ແຂວງອຸດົມໄຊ ຂອງຄະນະນັກສຶກສາ ໃຫ້ທ່ານເຈົ້າແຂວງຮັບຊາບ.