ເມືອງປາກແບງ ເຊື່ອມຊຶມ ແລະ ຜັນຂະຫຍາຍ 2 ວາລະແຫ່ງຊາດ

   ພິທີ ເຊື່ອມຊຶມ ແລະ ຜັນຂະຫຍາຍ 2 ວາລະແຫ່ງຊາດ ຄື: ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງເມືອງປາກແບງ, ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2022 ໂດຍການເປັນປະທານຮ່ວມ ຂອງ ທ່ານ ມໍຊົງ ກຳມະການປະຈຳພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ຄຳສະພອນ ໄຊຍະວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງປາກແບງ.

ການເຊື່ອມຊຶມ ແລະ ຜັນຂະຫຍາຍ 2 ວາລະແຫ່ງຊາດ ໃນຄັ້ງນີ້ ກໍເພື່ອເຮັດໃຫ້ ຄະນະພັກ, ຄະນະນຳ ເມືອງປາກແບງ ຮັບຮູ້, ເຂົ້າໃຈ ຢ່າງຈະແຈ້ງ ຕໍ່ເນື້ອໃນ, ຄວາມຫມາຍ, ຄວາມສຳຄັນ ຂອງສອງວາລະແຫ່ງຊາດດັ່ງກ່າວ ແລະ ພ້ອມກັນນຳໄປຜັນຂະຫຍາຍໃຫ້ພະນັກງານ-ລັດຖະກອນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງຕາມຈຸດປະສົງ, ເປົ້າຫມາຍ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ ໂດຍແນ່ໃສ່ເຮັດໃຫ້ ເສດຖະກິດ-ການເງິນ ຂອງເມືອງປາກແບງ ມີບາດກ້າວຂະຫຍາຍຕົວ, ປະຊາຊົນມີວຽກເຮັດງານທຳທີ່ຫມັ້ນຄົງ ໂດຍອີງໃສ່ ທ່າແຮງ, ເງື່ອນໄຂ ແລະ ຈຸດພິເສດຂອງເມືອງ ການບໍລິການດ້ານການທ່ອງທ່ຽວ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເຮັດໃຫ້ບັນຫາຢາເສບຕິດຫລຸດຫນ້ອຍຖອຍລົງເທື່ອລະກ້າວ. ນອກນັ້ນ ຍັງເປັນການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01 ແລະ 02 ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີ ການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ກວ້າງຂວາງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເປັນເອກະພາບ ໃນຂອບເຂດທົ່ວປະເທດ.

ສໍາລັບ ເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ປະກອບມີ 2 ເອກະສານ ຄື:  ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຜັນຂະຫຍາຍ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງແຂວງອຸດົມໄຊ ປີ 2021​ – 2023 ແລະ ແຜນດຳເນີນງານວາລະແຫ່ງຊາດ. ສ່ວນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ປະກອບມີ 5 ເອກະສານ ຄື: ຄຳສັ່ງຂອງຄະນະປະຈຳພັກແຂວງ ວ່າດ້ວຍການເພີ່ມທະວີ ການນຳພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດ, ຄຳສັ່ງ ແລະ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງອຸດົມໄຊ ວ່າດ້ວຍການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ແຜນດຳເນີນງານ ປີ 2021 – 2023. ການເຊື່ອມຊຶມ ແລະ ຜັນຂະຫຍາຍ ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ສອງກອງບັນຊາການ ປກຊ-ປກສ, ຫົວຫນ້າຫ້ອງການ, ອົງການປົກຄອງບ້ານ ເຂົ້າຮ່ວມ.