ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງ ສະຫະພັນແມ່ຍິງລາວ

ໃນຕອນບ່າຍຂອງວັນທີ 19 ກໍລະກົດ 2023 ໜ່ວຍສະຫະພັນແມ່ຍິງຮາກຖານຫ້ອງວ່າການແຂວງອຸດົມໄຊ,ໂຮງຮຽນການເມືອງ-ການປົກຄອງແຂວງ,​ ໜ່ວຍພະແນກພາຍໃນແຂວງ ແລະ​ ພະແນກການຕ່າງປະເທດແຂວງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ( 20 ກໍລະກົດ 1955-20 ກໍລະກົດ 2023 ) ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມ ຊັ້ນ3 ຂອງຫ້ອງວ່າການແຂວງ​

ເຊິ່ງເປັນກຽດເຂົ້າຮ່ວມ ແລະ​ ເລົ່າມູນເຊື້ອໃນຄັ້ງນີ້ໂດຍ ທ່ານ​ ນາງ ສົມໃຈ ພົນທອງສີ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ,​ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ, ມີທ່ານ ນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ, ມີຄະນະພະແນກຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ຄະນະສະຫະພັນແມ່ຍິງຮາກຖານ,​ ໜ່ວຍ​ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງ ທັງ​ 4​ ພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ.