ທ່ານເຈົ້າແຂວງອຸດົມໄຊ ໂອ້ລົມ ພະນັກງານຫລັກແຫລ່ງ ຂົງເຂດຂະແຫນງການເງິນ

ວັນທີ 14 ກໍລະກົດນີ້ ພະນັກງານຫລັກແຫລ່ງ ຂົງເຂດຂະແຫນງການເງິນ ພາຍໃນເທດສະບານແຂວງອຸດົມໄຊ ເຂົ້າຮ່ວມຮັບຟັງການ ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ຢູ່ທີ່ຫ້ອງວ່າການແຂວງ.

        ທ່ານ ປອ ສຸລິຍາ ສຸພິທັກ ກໍາມະການພັກແຂວງ, ຫົວຫນ້າ ພະແນກການເງິນແຂວງ ກ່າວວ່າ: ການພົບປະໂອ້ລົມຂອງ ທ່ານເຈົ້າແຂວງອຸດົມໄຊ ຕໍ່ສະມາຊິກພັກ, ພະນັກງານ-ລັດຖະກອນ ຂົງເຂດຂະແຫນງການເງິນ ກໍເພື່ອເປັນການ ຕິດຕາມ, ຊຸກຍູ້, ໃກ້ສິດຕິດແທດ ແລະ ຊີ້ນຳ-ນໍາພາ ວຽກງານການເງິນ ຂອງແຂວງ ໃຫ້ເປັນປົກກະຕິ ແນ່ໃສ່ເຮັດໃຫ້ການເຄື່ອນໄຫວວຽກງານໄປຕາມ ພາລະ, ບົດບາດ, ສິດ, ຫນ້າທີ່ ແລະ ທິດທາງແຜນການຂອງຕົນ ໃຫ້ຖືກຕ້ອງຕາມລະບຽບ, ຫລັກການ ແລະ ຂັ້ນຕອນ, ພັດທະນາ ແລະ ຍົກລະດັບວຽກງານການເງິນ ພາຍໃນແຂວງໃຫ້ມີຄວາມເຂັ້ມແຂງ. ເນື້ອໃນການໂອ້ລົມຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ເນັ້ນຫນັກບາງບັນຫາທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນ ດ້ານການເມືອງ-ແນວຄິດ, ດ້ານການກໍ່ສ້າງພັກ-ພະນັກງານ, ດ້ານວຽກງານວິຊາສະເພາະ,ດ້ານແບບແຜນວິທີເຮັດວຽກ, ຄວາມສາມັກຄີ ແລະ ການຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ທັນສະໄຫມ. ຍຶດຫມັ້ນການຊີ້ນຳ-ນໍາພາ ຫລັກການລວມສູນ ປະຊາທິປະໄຕ, ເຮັດວຽກເປັນຫມູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ປະຕິບັດຫນ້າທີ່ຕາມການມອບຫມາຍໃຫ້ສຳເລັດ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດ້ານງົບປະມານແຫ່ງລັດຂອງແຂວງ ບັນລຸຕາມລະດັບຄາດຫມາຍ ເຮັດໃຫ້ເສດຖະກິດ-ສັງຄົມຂອງແຂວງ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ. ນອກນັ້ນ ການປະຕິບັດວຽກງານວິຊາສະເພາະ ກໍຕ້ອງມີຄວາມຮັບຜິດຊອບ ແລະ ຫລີກລ້ຽງບັນຫາຄວາມບໍ່ໂປ່ງໃສ ແລະ ການສໍ້ລາດບັງຫລວງ ເນື່ອງຈາກ ວຽກງານການເງິນເປັນວຽກງານທີ່ລໍ່ແຫລມ ແລະ ອາດຈະເຮັດໃຫ້ສັງຄົມ ວິພາກວິຈານໄປໃນແງ່ລົບ.

ໂອກາດທ່ານເຈົ້າແຂວງ ພົບປະໂອ້ລົມ ກໍໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການເພີ່ມຈຳນວນ ກຳມະການ ຄະນະພັກຮາກຖານ ພະແນກການເງິນ ແຂວງອຸດົມໄຊ ຈາກ 5 ສະຫາຍ ເປັນ 7 ສະຫາຍ ແລະ ມະຕິຕົກລົງ ວ່າດ້ວຍການ ບົງຕົວ, ແຕ່ງຕັ້ງ ກຳມະການ ຄະນະພັກຮາກຖານ ພະແນກ ການເງິນແຂວງ ຈຳນວນ 2 ສະຫາຍ ຄື ສະຫາຍ ຍົມມະລາ ວໍລະຈິດ ແລະ ສະຫາຍ ນາງ ທອງດຳ ອາໄພຍະລາດ ຕື່ມອີກ.

ຂ່າວ: ຄານມະນີ ຮຽນດໍຈັນ