ແຂວງອຸດົມໄຊ ທຳລາຍເຄື່ອງມືທີ່ນຳໃຊ້ເຂົ້າໃນການທຳລາຍຊັບພະຍາກອນປ່າໄມ້ ແລະ ການລ່າ ສັດນ້ຳ-ສັດປ່າ

ຕອນບ່າຍວັນທີ 4 ສິງຫາ 2021 ນີ້ ທີ່ທາງເວັ້ນຕົວເມືອງ ເຂດບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີທຳລາຍ ອຸປະກອນ ແລະ ເຄື່ອງມື ທີ່ນຳໃຊ້ເຂົ້າໃນການທຳລາຍຊັບພະຍາກອນປ່າໄມ້ ແລະ ການລ່າ ສັດນ້ຳ-ສັດປ່າ ທີ່ຢຶດໄດ້ຢູ່ພາຍໃນແຂວງອຸດົມໄຊ.ອຸປະກອນ ແລະ ເຄື່ອງມື ຈຳນວນດັ່ງກ່າວ ແມ່ນໄດ້ມາຈາກການລົງເຄື່ອນໄຫວເຮັດວຽກກວດຍືດຂອງກອງກວດກາປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ 7 ເມືອງ, ກອງກວດກາພາສີ ປະຈຳດ່ານພູຫຼັກຄຳ ແລະ ການເຄື່ອນໄຫວຂອງເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈາກການລັກລອບນຳເຂົ້າ ແລະ ຜູ້ກະທຳຜິດ ຢູ່ພາຍໃນແຂວງອຸດົມໄຊ ລວມມີ: 9 ລາຍການ ໃນນີ້ ມີ: ຈັກສະຕິ່ນ (ຈັກຕັດໄມ້) 357 ເຄື່ອງ

ໝໍ້ຊ໋ອດປາ 92 ເຄື່ອງ, ປືນແກັບ 194 ກະບອກ, ເລົາປືນແກັບ 143 ເລົາ, ແກັບ 1 ພັນກ່ວາກັບ, ລູກຂີ້ຊ່າ 1 ພັນກວ່າກິໂລກະລາມ, ໝື້ຫຼາຍກ່ວາ 200 ກິໂລກະລາມ, ມາດ 22 ກິໂລກະລາມ ແລະ ຂີ້ເຈຍ 147 ກິໂລກະລາມ ການທຳລາຍໂດຍນຳໃຊ້ລົດຈົກ ຫລື (ລົດແບັກໂຄ) ເຂົ້າໃນການທັບດັນທຳລາຍ.

ພິທີມີ ທ່ານ ຄຳພອນ ມຸນລະໄມ ກຳມະການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ, ມີຕາງໜ້າຈາກພະແນກການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານວິຊາການພາຍໃນກອງກວດກາປ່າໄມ້ ແຂວງອຸດົມໄຊ ເຂົ້າຮ່ວມຢ່າງພ້ອມພຽງ.

ຂໍຂອບໃຈຂ່າວ FB ສະຖານີວິທະຍຸ ໂທລະພາບ ແຂວງອຸດົມໄຊ

ພາບຊຂ່າວ: ສີຈັນ ເກດວົງສາ

ວດແກ້: ອ່ຽງຄຳ ວິລະສັກ