ກົມເອກະສານແຫ່ງຊາດ ກະຊວງພາຍໃນ ທ້ອນໂຮມເອກະສານປະຫວັດສາດ ຢູ່ແຂວງອຸດົມໄຊ

ວັນທີ 22-30 ມັງກອນ 2022 ກົມເອກະສານແຫ່ງຊາດ ກະຊວງພາຍໃນ ໄດ້ລົງທ້ອນໂຮມເອກະສານປະຫວັດສາດ ຢູ່ພະແນກພາຍໃນ ແລະ ຫ້ອງວ່າການແຂວງອຸດົມໄຊ ນຳພາໂດຍ ທ່ານ ແສງດາວເດດ ກັດຕິຍະສັກ ຮອງຫົວໜ້າກົມເອກະສານແຫ່ງຊາດ, ມີຮອງຫົວໜ້າພະແນກທ້ອນໂຮມເອກະສານ, ຫົວໜ້າຂະແໜງ ແລະ ພະນັກງານວິຊາການກ່ຽວຂ້ອງ 05 ທ່ານ ເມື່ອເດີນທາງຮອດແຂວງອຸດົມໄຊ ກົມເອກະສານແຫ່ງຊາດ ກະຊວງພາຍໃນ ກໍ່ໄດ້ເຂົ້າພົບ ທ່ານ ລໍ ຂຸນລໍ ຮອງຫົວໜ້າພະແນກພາຍໃນ ແລະ ທ່ານ ວົງໄຊຊົງ ເພຍຢ່າງຊຶ ຮອງຫົວໜ້າຫ້ອງວ່າການແຂວງອຸດົມໄຊ ເພື່ອສະເໝີຈຸດປະສົງໃນການມາເຄື່ອນໄຫວວຽກງານທ້ອນໂຮມເອກະສານ.

ໃນໂອກາດນີ້, ທ່ານຮອງຫົວໝ້າພະແນກພາຍໃນ ໄດ້ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກການຄຸ້ມຄອງ ແລະ ສຳເນົາເອກະສານຂອງແຂວງ ໂດຍໄດ້ຍົກໃຫ້ເຫັນຂໍ້ສະດວກ, ຫຍຸ້ງຍາກ ແລະ ວິທີການແກ້ໄຂໃນຕໍ່ໜ້າ. ຈາກນັ້ນ, ຄະນະວິຊາການກົມເອກະສານແຫ່ງຊາດ ໄດ້ລົງກວດກາເອກະສານຢູ່ໃນຫ້ອງເກັບມ້ຽນເອກະສານ ຂອງພະແນກພາຍໃນ ແລະ ຫ້ອງວ່າການແຂວງອຸດົມໄຊ ແລະ ໄດ້ແນະນຳວິທີໄຈ້ແຍກ ແລະ ສ້າງສຳນວນເອກະສານ ໃຫ້ພະນັກງານວິຊາການຂະແໝງຄຸ້ມຄອງເອກະສານ, ແຂ່ງຂັນ ແລະ ຍ້ອງຍໍ ພ້ອມທັງນຳພາເຮັດຕົວຈິງ ໃນການໄຈ້ແຍກ ເລືອກເຟັ້ນເອົາເອກະສານທີ່ມີຄຸນຄ່າທາງດ້ານປະຫວັດສາດຂອງແຂວງ ແລະ ຂອງຊາດ.

ຫລັງຈາກນັ້ນ, ໄດ້ເຮັດບົດບັນທຶກມອບ – ຮັບບັນຊີ ແລະ ເອກະສານ ຮ່ວມກັນ ໂດຍໃຫ້ກຽດມອບຂອງ ທ່ານ ກອງຄຳ ໄຊພົມປັນ ຮອງຫົວໜ້າພະແນກພາຍໃນແຂວງ ແລະ ຮັບໂດຍທ່ານ ແສງດາວເດດ ກັດຕິຍະສັກ ຮອງຫົວໜ້າກົມເອກະສານແຫ່ງຊາດ ເອກະສານທີ່ມອບ-ຮັບໃນຄັ້ງນີ້ ມີທັງໝົດ 553 ສະບັບ ແລະ 177 ຫົວ ເປັນເອກະສານພາສາລາວ ເລີ່ມສ້າງແຕ່ປີ 1905 ເປັນຕົ້ນມາ.