ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ຢ້ຽມຢາມແຂວງອຸດົມໄຊ

ໃນຕອນເຊົ້າ ວັນທີ 9 ກຸມພາ 2022 ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ພົບປະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ແຂວງອຸດົມໄຊ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ ທີ່ຫ້ອງວ່າການປົກຄອງແຂວງອຸດົມໄຊ.

ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ກໍໄດ້ໂອ້ລົມກ່ຽວກັບສະພາບການພັດທະນາເສດຖະກິດ-ການຄ້າ, ບັນດານະໂຍບາຍປັບປຸງ ແລະ ການແກ້ໄຂບັນຫາດ້ານການຄ້າ ເປັນຕົ້ນແມ່ນ: 1) ການຫັນມາປູກພຶດ ທົດແທນການປູກຝິ່ນ, 2) ດ້ານອໍານວຍຄວາມສະດວກດ້ານການຄ້າ ຂອງ ສປປ ລາວ ເວົ້າສະເພາະ ບັນຫາດ້ານການສົ່ງອອກສິນຄ້າ ຄື: ການລະບາຍລົດຄົນສົ່ງ, ບັນຫາຄ່າຂ່ຽນຖ່າຍສິນຄ້າ ແລະ ຄ່າບໍລິການທີ່ຕິພັນກັບການໃຫ້ບໍລິຫານຂົນສົ່ງລົດໄຟລາວ-ຈີນ, 3) ການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໂຮງງານອຸດສາຫະກໍາ ແລະ ປຸງແຕ່ງ ທີ່ຕິດພັນກັບຫຼາຍຂະແໜງການອື່ນ, ແລະ 4) ດ້ານການເຊື່ອມໂຍງເສດຖະກິດກພາກພື້ນ ເພື່ອການເຈລະຈາ ກັບ ບັນດາປະເທດທີ່ມີການສົ່ງອອກສິນຄ້າຂອງ ສປປ ລາວ ໂດຍສະເພາະແມ່ນ ສປ ຈີນ; ແລະ 5) ວາລະແຫ່ງຊາດ ເພື່ອແກ້ໄຂຂໍ້ຫຍຸ້ງດ້ານການເງີນ ແລະ ດ້ານພັດທະນາເສດຖະກິດ-ສັງຄົມ, 6) ການສ້າງ ແລະ ປັບປຸງ ນິຕິກໍາ, ນະໂຍບາຍ ແລະ ຄໍາສັ່ງ ໃຫ້ສອດຄ່ອງການກັບການຈັດຕັ້ງປະຕິບັດຕົວຈິງຂອງທ້ອງຖິ່ນ ແລະ ພາກທຸລະກິດ
ພາຍຫຼັງຮັບຟັງການໂອ້ລົມ, ທ່ານເຈົ້າແຂວງ ໄດ້ກ່າວສະແດງຄວາມຕ້ອນຮັບ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ຢ່າງຄວາມອົບອຸ່ນ ແລະ ທ່ານເຈົ້າແຂວງ ກໍຍັງໄດ້ສະເໜີສະພາບຈຸດພິເສດຂອງແຂວງ ແລະ ລາຍງານການຈັດຕັ້ງປະຕິບັດດ້ານການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນຊ່ວງໄລຍະໂຄວິດ 19 ແລະ ຫຼັງຈາກມີສະຖານີ ລົດໄຟ-ລາວຈີນ ທີ່ເຮັດໃຫ້ ແຂວງ ໄດ້ຮັບຄວາມສົນໃຈດ້ານການລົງທຶນ ດ້ານການຄົ້ນຂຸດບໍ່ແຮ່, ດ້ານການທ່ອງທ່ຽວ ແລະ ດ້ານກະສິກໍາ ຫຼາຍຂື້ນກວ່າເກົ່າ.