ທ່ານ ຫຼີ ຈີ້ ກົງ ກົງສູນໃຫຍ່ ແຫ່ງ ສປຈີນ ປະຈຳຫລວງພະບາງ ພ້ອມດ້ວຍຄະນະ ຢ້ຽມຢາມ ແຂວງອຸດົມໄຊ

ໃນຕອນບ່າຍຂອງວັນທີ 14 ກໍລະກົດນີ້ທ່ານ ຫຼີ ຈີ້ ກົງ ກົງສູນໃຫຍ່ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈຳຫລວງພະບາງ ພ້ອມດ້ວຍຄະນະເດີນທາງຢ້ຽມຢາມແຂວງອຸດົມໄຊ ແລະ ກໍໄດ້ເຂົ້າພົບ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ-ເຈົ້າແຂວງອຸດົມໄຊ ທີ່ຫ້ອງວ່າການແຂວງ ໂອກາດດັ່ງກ່າວ ທ່ານ ຫຼີ ຈີ້ ກົງ ໄດ້ຕີລາຄາສູງຕໍ່ການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານເຈົ້າແຂວງ ພ້ອມທັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຫມາກຜົນແຫ່ງການສ້າງສາພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕະຫຼອດໄລຍະ 60 ປີທີ່ຜ່ານມາ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ, ອົງການປົກຄອງແຂວງໃນແຕ່ລະໄລຍະເຮັດໃຫ້ແຂວງອຸດົມໄຊ ນັບມື້ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.


ຂະນະດຽວກັນ ເລຂາພັກແຂວງ-ເຈົ້າແຂວງອຸດົມໄຊ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ຫຼີ ຈີ້ ກົງ ທີ່ໄດ້ນຳເອົາຄວາມຮັກແພງອັນອົບອຸ່ນ ແລະ ສະຫລະເວລາມາຮ່ວມງານ ສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີ ເຊິ່ງມີຄວາມຫມາຍສຳຄັນຕໍ່ການພົວພັນຮ່ວມມືອັນສະຫນິດແຫນ້ນຕະຫລອດໄລຍະຜ່ານມາກໍຄືໃນອະນາຄົດ.
ໂອກາດດຽວກັນ ທ່ານ ຫຼີ ຈີ້ ກົງ ຕາງໜ້າໃຫ້ກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈຳຫລວງພະບາງ ມອບອຸປະກອນຊ່ວຍເຫຼືອແຂວງອຸດົມໄຊ ມູນຄ່າ 60 ພັນຢວນ ເພື່ອນຳໃຊ້ເຂົ້າໃນການຕ້ານພະຍາດໂຄວິດ-19 ພາຍໃນແຂວງ.