ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ຢ້ຽມຢາມເຮັດວຽກທີ່ແຂວງອຸດົມໄຊ

ຕອນເຊົ້າວັນທີ 14 ທັນວາ 2022 ທ່ານ ພົຈວ ຄຳຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ພ້ອມດ້ວຍຄະນະເດີນທາງຢ້ຽມຢາມແລະເຮັດວຽກຢູ່ແຂວງອຸດົມໄຊ ໂດຍໃຫ້ກຽດຕ້ອນຮັບໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງ ພ້ອມດ້ວຍຄະນະຕ້ອນຮັບຢ່າງອົບອຸ່ນ.

ໃນການມາຢ້ຽມຢາມຄັ້ງນີ້ ທ່ານ ໄດ້ມອບເງິນຊ່ວຍເຫຼືອແຂວງອຸດົມໄຊ ເພື່ອນຳໄປຟື້ນຟູໄພພິບັດທີ່ແຂວງອຸດົມໄຊ ຈຳນວນ 30,000,000 ກີບ ສາມສິບລ້ານກີບ.