ສະຫລຸບຕີລາຄາ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານແລະ ວຽກງານ 3 ສ້າງ

ກອງປະຊຸມ ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະປີ 2016 – 2021 ແລະ ທິດທາງແຜນການ ຮອດປີ 2025 ຂອງແຂວງອຸດົມໄຊ ໄດ້ຈັດຂຶ້ນ ວັນທີ 28 ພະຈິກນີ້ ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ.

ໃນກອງປະຊຸມ ໄດ້ຍົກໃຫ້ເຫັນເຖິງການຊີ້ນຳ-ນໍາພາລວມ ຂອງຄະນະພັກ, ຄະນະນໍາແຕ່ລະຂັ້ນ ພ້ອມທັງ ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຕະຫລອດໄລຍະ 5 ປີຜ່ານມາ ໃນນີ້ ວຽກງານ ກໍ່ສ້າງຮາກຖານການເມືອງ ໄດ້ມີການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງແຕ່ລະຂັ້ນ, ມີການປັບປຸງລະບົບການເມືອງ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ວຽກງານວັດທະນະທຳ-ສັງຄົມ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ມີການພັດທະນາພື້ນຖານໂຄງລ່າງຢູ່ເຂດຊົນນະບົດ ຢ່າງເປັນລະບົບຕໍ່ເນື່ອງ, ພັດທະນາຈຸດສຸມຂອງແຂວງ ທີ່ມີທັງຫມົດ 13 ຈຸດສຸມ ໃນນີ້ ຈຸດສຸມພັດທະນາຊົນນະບົດ ມີ 6 ຈຸດສຸມ ແລະ ຈຸດສຸມ ຈັດສັນພູມລຳເນົາ ແລະ ອາຊີບ ມີ 7 ຈຸດສຸມ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ມີການຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າດ້ວຍຫລາຍຮູບແບບ, ມີການດຶງດູດເອົາການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນຂະແຫນງການກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຜ່ານການປະເມີນຕາມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ເຫັນວ່າ: ທົ່ວແຂວງອຸດົມໄຊ ມີຄອບຄົວ ພົ້ນທຸກ 33.407 ຄອບຄົວ ກວມ 54,77%, ບ້ານພົ້ນທຸກ ຈໍານວນ 202 ບ້ານ ກວມ 42,98%, ມີຄອບຄົວພັດທະນາ 19.457 ຄອບຄົວ ກວມ 31,90% ແລະ ບ້ານພັດທະນາ 48 ບ້ານ ກວມ 10,21%. ສ່ວນວຽກງານ 3 ສ້າງ ຄື: ການສ້າງແຂວງເປັນຫົວຫນ່ວຍຍຸດທະຍາດ ຕາມ 7 ດ້ານ, 66 ຕົວຊີ້ບອກ ສາມາດປະຕິບັດບັນລຸ 60 ຕົວຊີ້ບອກ ເທົ່າກັບ 90,9%, ການສ້າງເມືອງເປັນຫົວຫນ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ, 47 ຕົວຊີ້ບອກ ສະເລ່ຍ 7 ເມືອງ ທົ່ວແຂວງອຸດົມໄຊ ປະຕິບັດໄດ້ 36 ຕົວຊີ້ບອກ ເທົ່າກັບ 76,6% ແລະ ການສ້າງບ້ານເປັນຫົວຫນ່ວຍພັດທະນາ ຕາມ 4 ດ້ານ, 30 ຕົວຊີ້ບອກ ປະຕິບັດໄດ້ 196 ບ້ານ ເທົ່າກັບ 41,61%, ເວົ້າລວມແລ້ວ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃນໄລຍະຜ່ານມາ ຂອງແຂວງອຸດົມໄຊ ແມ່ນສາມາດຍາດໄດ້ຜົນສຳເລັດຫລາຍດ້ານທີ່ເປັນພື້ນຖານ.

ນອກຈາກຜົນສຳເລັດດັ່ງກ່າວແລ້ວ ກໍຍັງມີບາງບັນຫາທີ່ເປັນຈຸດອ່ອນ, ຂໍ້ຄົງຄ້າງ ທີ່ຈະໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ຫນ້າ ໂດຍຕິດພັນກັບທິດທາງແຜນການ ແຕ່ນີ້ ຮອດປີ 2025 ຕື່ມອີກ.

ກອງປະຊຸມ ໃນຄັ້ງນີ້ ມີການນໍາ, ອະດີດການນໍາແຂວງ, ການນໍາເມືອງ, 2 ກອງບັນຊາການ ປກຊ-ປກສ ຕະຫລອດຮອດຂະແຫນງການກ່ຽວຂ້ອງຂັ້ນແຂວງ-ເມືອງ ແລະ ອົງການປົກຄອງບ້ານ ເຂົ້າຮ່ວມ.