ຄະນະການນຳແນວລາວສ້າງຊາດຂອງແຂວງຈຳປາສັກ ຂ່ຳນັບທ່ານເຈົ້າແຂວງອຸດົມໄຊ

ຕອນເຊົ້າຂອງວັນທີ 20 ທັນວາ 2022 ຄະນະການນຳແຂວງຈຳປາສັກ ນຳໂດຍ ທ່ານ ນາງ ຫວາດສະໜາ ສີລິມາ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງຈຳປາສັກ ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງອຸດົມໄຊ, ເປັນກຽດຕ້ອນຮັບໂດຍ ທ່ານ ວັນນາ ແກ້ວສັນຕິ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງອຸດົມໄຊ, ແລະເປັນໂອກາດດີຂອງຄະນະການນຳຂອງແຂວງຈຳປາສັກກໍ່ໄດ້ເຂົ້າຂ່ໍານັບ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ທີ່ຫ້ອງ VIP ຊັ້ນ1 ຂອງຫ້ອງວ່າການແຂວງອຸດົມໄຊ.