ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ

ວັນສິ່ງແວດລ້ອມ

ເພື່ອເປັນການປົກປັກຮັກສາ ຊັບພະຍາກອນທຳຊາດ ແລະ ສິ່ງແວດລ້ອມ ໃຫ້ຍືນຍົງ ວັນທີ 5 ມີຖຸນາ 2024 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ ແຂວງອຸດົມໄຊ ໄດ້ຈັດພິທີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ຄົບຮອບ 51 ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 25 ປີ ຂຶ້ນທີ່ເດີ່ນໂຮງຮຽນ ມສ ດອນໄຊ ເມືອງໄຊ ແຂວງອຸດົມໄຊ ເຂົ້າຮ່ວມພິທີມີ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້້າແຂວງອຸດົມໄຊ, ທ່ານ ສົມດີ ເຕັງເບຼຍຈື ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ , ມີການນຳແຂວງ-ເມືອງ , ພະນັກງານ-ລັດຖະກອນ , ທະຫານ-ຕຳຫຼວດ ແລະ ຊາວໜຸ່ມ ເຍົາວະຊົນ ພາຍໃນ ແຂວງອຸດົມໄຊ ເຂົ້າຮ່ວມ.

ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ຄັ້ງນີ້ ທ່ານ ສົມດີ ເຕັງເບຼຍຈື ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີຄຳເຫັນ ກ່າວເປີດ ວ່າ: ການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ ຄົບຮອບ 51 ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 25 ປີ ເພື່ອເປັນການປູກຈິດສໍານຶກ ແລະ ປຸກລະດົມ ໃຫ້ປວງຊົນລາວ ບັນດາເຜົ່າ, ບັນດາອົງການຈັດຕັ້ງລັດ, ເອກະຊົນ ແລະ ອົງການຈັດຕັ້ງ ສັງຄົມ ໄດ້ສະແດງຄວາມຮັກ, ຫວງແຫນ, ເຫັນຄວາມສໍາຄັນຂອງ ສິ່ງແວດລ້ອມ ແລະ ເປັນເຈົ້າການຮ່ວມມືກັນ ປົກປັກຮັກສາ ສິ່ງແວດລ້ອມ ອັນລໍ້າຄ່າຂອງພວກເຮົາ.

ເຊິ່ງປີນີ້ ໄດ້ກໍານົດ ຄໍາຂວັນ ວ່າ: “ຮ່ວມກັນຢຸດທໍາລາຍປ່າໄມ້, ຈູດປ່າແບບຊະຊາຍ ເພື່ອຟື້ນຟູດິນ, ຕ້ານໄພ ແຫ້ງແລ້ງ ແລະ ໄພນໍ້າຖ້ວມ” ທ່ານ ສົມຈິດ ປັນຍາສັກ ຮອງເຈົ້້າແຂວງ ອຸດົມໄຊ ກ່າວປາໄສວ່າ: ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ວັນທີ 5 ມິຖຸນາ ແນ່ໃສ່ການຄຸ້ມຄອງ ປົກປັກຮັກສາ ປ່າໄມ້ ແລະ ເພື້ມເນື້ອທີ່ປົກຫຸ້ມໃຫ້ໄດ້ 70% ຂອງເນື້ອທີ່ໃນຂອບເຂດ ທົ່ວປະເທດ ຂໍຮຽກຮ້ອງການຈັດຕັ້ງ ທຸກພາກສ່ວນ, ອົງການຈັດຕັ້ງທາງສັງຄົມ, ນິຕິບຸກຄົນ ແລະ ປະຊາຊົນລາວ ບັນດາເຜົ່າ ຈົ່ງພ້ອມກັນເພີ່ມທະວີ ຄວາມເອົາໃຈໃສ່ເຂັ້ມງວດໃນການຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍການປະຕິບັດແນວທາງນະໂຍບາຍ, ຍຸດທະສາດ, ກົດໝາຍ, ລະບຽບການ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ນໍາໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້, ຫັນປ່ຽນພຶດຕິກໍາ ຈາກການທໍາລາຍ ຊັບພະຍາກອນທໍາມະຊາດ ມາເປັນການຄຸ້ມຄອງ, ນໍາໃຊ້ ຊັບພະຍາກອນທໍາມະຊາດ ຢ່າງສົມເຫດສົມຜົນ ໄປຕາມທິດສີຂຽວ ແລະຍືນຍົງ, ພວກເຮົາ ຖືເອົາການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ເປັນການປູກຈິດສໍານຶກ ແລະ ການປຸກລະດົມ ໃຫ້ປະຊາຊົນລາວ ບັນດາເຜົ່າ ທົ່ວປະເທດ, ອົງການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ຮ່ວມແຮງຮ່ວມໃຈກັນ ຖະນຸຖະໜອມໂລກຂອງພວກເຮົາ ດ້ວຍການຄຸ້ມຄອງ, ການນຳໃຊ້ ຊັບພະຍາກອນທໍາມະຊາດ ໃຫ້ມີຄວາມຍືນຍົງ, ປົກປັກຮັກສາ ສິ່ງແວດລ້ອມ ບໍ່ໃຫ້ຖືກທຳລາຍ ເພື່ອຮັກສາລະບົບນິເວດ, ສຸຂະພາບທີ່ດີຂອງຄົນ ແລະ ສິ່ງທີ່ມີຊີວິດອື່ນໆ, ພ້ອມນີ້ ກໍ່ເພື່ອເປັນການຕ້ານ ແລະ ສະກັດກັ້ນ ຜົນກະທົບຈາກການປ່ຽນແປງ ດິນຟ້າອາກາດ, ໄພພິບັດທາງທໍາມະຊາດ.


ໂອກາດນີ້, ການນຳແຂວງ, ເມືອງ, ນັກຮຽນຮູ້, ປັນຍາຊົນ ໄດ້ພ້ອມກັນປູກຕົ້ມໄມ້ໃສ່ ບໍລິເວນ ເດີ່ນ ໂຮງຮຽນ ມສ ດອນໄຊ, ບໍລິເວນ ຫ້ອງວ່າການ ເມືອງໄຊ ແລະ ຕາມເສັ້ນທາງ ບ້ານດອນໄຊ ດ້ວຍບັນຍາກາດເປັນຂະບວນຟົດຟື້ນ. ຕົ້ນໄມ້ທີ່ນຳມາປູກ ລວມທັງໝົດ 700 ຕົ້ນ ເປັນປະເພດ ຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ປະດັບ.