ເຈົ້າແຂວງ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄຟໄຫມ້ເຮືອນ

ວັນທີ 29 ພຶດສະພາ 2024 ນີ້ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ຢ້ຽມຢາມ ຊ່ວຍເຫຼືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກເຫດການໄຟໄຫມ້ເຮືອນ ຢູ່ ບ້ານຕອງ, ເມືອງປາກແບງ, ແຂວງອຸດົມໄຊ ໂດຍມີ ທ່ານ ຄຳສະພອນ ໄຊຍະວົງ ເຈົ້າເມືອງປາກແບງ, ການນຳເມືອງ ຕະຫລອດຮອດ ອົງການປົກຄອງບ້ານ ແລະ ປະຊາຊົນ ບ້ານຕອງ ໃຫ້ການຕ້ອນຮັບ.

ການລົງເຄື່ອນໄຫວຂອງທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ກໍເພື່ອ ຕິດຕາມ, ຊຸກຍູ້ ແລະ ຄົ້ນຄວ້າ ຊອກຫາແນວທາງໃນການໃຫ້ການຊ່ວຍເຫລືອແກ່ປະຊາຊົນທີ່ປະສົບເຄາະຮ້າຍ, ລົງສັງເກດຈຸດທີ່ເກີດໄຟໄຫມ້ ແລະ ຈຸດການນຳເມືອງ ຈັດຕັ້ງທີ່ພັກອາໄສຊົ່ວຄາວ ໃຫ້ແກ່ປະຊາຊົນ ລວມທັງ ສຳຫລວດຂອບເຂດທີ່ຈະຈັດສັນ ແລະ ປຸກສ້າງເຮືອນ.

ຈາກນັ້ນ ໄດ້ມີການພົບປະໂອລົມ ກັບປະຊາຊົນ ຕາງຫນ້າອົງການປົກຄອງ ບ້ານຕອງ ກໍໄດ້ ລາຍງານ ສະພາບການເກີດອັກຄີໄພ ຕາມການສອບຖາມຂອງຜູ້ເຫັນເຫດການ ວ່າ: ເວລາ 13 ໂມງ 30 ນາທີ ຂອງວັນທີ 18 ພຶດສະພາ 2024 ໄດ້ຍິນສຽງແຕກ 3-4 ຄັ້ງ ຢູ່ເຮືອນຂອງ ທ້າວ ທອນ ຈາກນັ້ນ ກໍ່ເກີດມີແປວໄຟລຸກໄຫມ້ ແລະ ລາມໄປເຮືອນຫລັງອື່ນທີ່ຢູ່ໃກ້ຢ່າງໄວ ແລະ ປະຊາຊົນ ກໍໄດ້ພ້ອມກັນນຳເອົານ້ຳມາດັບມອດ ໂດຍໃຊ້ເວລາ 30 ນາທີ ຈຶ່ງສາມາດຄວບຄຸມໄຟໄວ້ໄດ້ ເຊິ່ງມີເຮືອນຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ທັງຫມົດ 18 ຫລັງຄາ ໃນນີ້ ມີ 11 ຫລັງຄາ ຖືກໄຟໄຫມ້ຫມົດ ແລະ ອີກ 7 ຫລັງຄາ ໄດ້ຮັບຄວາມເສຍຫາຍ ແລະ ມີເຄື່ອງຂອງ-ຊັບສິນທີ່ມີຄ່າໄດ້ຮັບຄວາມເສຍຫາຍ ມີ: ລົດຈັກ 4 ຄັນ, ໂຮງສີເຂົ້າ 5 ເຄື່ອງ, ເຂົ້າເປືອກ, ໂທລະສັບ, ໄມ້ແປຮູບ ແລະ ອື່ນໆ.

ຊ່ວຍເຫຼືອປະຊາຊົນ ໂດຍຜ່ານການສະຫລຸບ ສັງລວມຂອງອົງການປົກຄອງບ້ານ ມູນຄ່າຄວາມເສຍຫາຍ ປະມານ 2 ຕື້ 7 ຮ້ອຍກວ່າລ້ານກີບ. ຕໍ່ກັບເຫດການດັ່ງກ່າວ ການນຳເມືອງໄດ້ລົງໃຫ້ການຊ່ວຍເຫລືອບັນເທົ່າທຸກໃນເບື້ອງຕົ້ນ ດ້ວຍການນຳເອົາກຳລັງແຮງງານ ຕັ້ງເຮືອນໃຫ້ຢູ່ຊົ່ວຄາວ ພ້ອມທັງ ແກ້ໄຂ ເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນຈຳນວນຫນຶ່ງໃຫ້ແກ້ປະຊາຊົນ ພ້ອມທັງ ລະດົມການຊ່ວຍເຫລືອ ຈາກພາກລັດ ແລະ ເອກະຊົນ. ມາຮອດປັດຈຸບັນ ທາງພາກລັດ ກໍຄື ການນຳແຂວງ ແລະ ເມືອງ ໄດ້ຂຸ້ນຂ້ຽວ ໃນການແກ້ໄຂ ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະແມ່ນ ເລັ່ງປັບປຸງ ແລະ ຈັດສັນ ເນື້ອທີ່ດິນປຸກສ້າງເຮືອນ, ແກ້ໄຂລະບົບນ້ຳລິນ, ໄຟຟ້າ, ວັດສະດຸ, ອຸປະກອນການກໍ່ສ້າງ ແລະ ສິ່ງທີ່ຈຳເປັນຈຳນວນຫນຶ່ງ.

ຊ່ວຍເຫຼືອປະຊາຊົນ ຄັ້ງນີ້ ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ໂອ້ລົມ ແລະ ໃຫ້ກຳລັງໃຈແກ່ປະຊາຊົນ ເຊິ່ງທ່ານໄດ້ສະແດງຄວາມເສຍໃຈຕໍ່ກັບເຫດການທີ່ເກີດຂຶ້ນ ແລະ ຈະໃຫ້ການຊ່ວຍເຫລືອ ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບໃຫ້ທັນກັບສະພາບການ ພ້ອມທັງ ມອບໃຫ້ທຸກພາກສ່ວນ, ຂະແຫນງການຂັ້ນແຂວງ ແລະ ເມືອງ ສືບຕໍ່ເອົາໃຈໃສ່ ຈັດຕັ້ງປະຕິບັດການຊ່ວຍເຫລືອ ຕາມຫນ້າທີ່ຄວາມຮັບຜິດຊອບຂອງຕົນເອງ ໃຫ້ສຳເລັດຕາມກຳນົດເວລາ ໃນໂອກາດນີ້ ທ່ານເຈົ້າແຂວງ ກໍໄດ້ນໍາເອົາເຄື່ອງນຸງຫົ່ມ, ເຂົ້າສານ, ສັງກະສີ ແລະ ເງິນສົດຈຳນວນຫນຶ່ງ ມອບໃຫ້ບ້ານ ຕື່ມອີກ.

ຂ່າວ: ຄານມະນີ ຮຽນດໍຈັນ