ຮອງປະທານປະເທດ ແຫ່ງ ສປປລາວ ພົບປະໂອ້ລົມ ພະນັກງານ ການນຳ ແຂວງອຸດົມໄຊ

ຮອງປະທານປະເທດ ໂອ້ລົມ

ຕອນເຊົ້າ ວັນທີ 21 ພຶດສະພາ 2024 ນີ້ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການ ເລຂາທິການ ສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າພົບປະ ໂອ້ລົມ ພະນັກງານການນຳ ຂອງແຂວງອຸດົມໄຊ ຢູ່ທີ່ຫ້ອງວ່າການແຂວງອຸດົມໄຊ ໂດຍລົງເລິກໃນການຕິດຕາມ ຊຸກຍູ້ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເຊິ່ງມີທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ຄະນະປະຈຳພັກແຂວງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ແລະ ຮອງເຈົ້າເມືອງ ເຂົ້າຮ່ວມ

ກ່ອນອື່ນ ທ່ານໄດ້ຮັບຟັງ ການລາຍງານຫຍໍ້ ສະພາບການນໍາພາ – ຊີ້ນໍາ ຈັດຕັ້ງປະຕິບັດວຽກງານ ຮອບດ້ານ ຂອງຄະນະບໍລິຫານງານພັກ ແຂວງອຸດົມໄຊ ໃນໄລຍະ 5 ເດືອນຜ່ານມາ ໂດຍສະເພາະແມ່ນ ວຽກງານການເມືອງ – ແນວຄິດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແຜນພັດທະນາເສດຖະກິດ – ສັງຄົມ ປະຈໍາປີ 2024, ວຽກງານວັດທະນະທໍາ – ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ ໂດຍຕິດພັນກັບ ຄວາມຄືບຫນ້າຂອງການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເຊິ່ງມາຮອດປັດຈຸບັນ ທາງແຂວງອຸດົມໄຊ ໄດ້ມີ ການຜັນຂະຫຍາຍ ນິຕິກຳຂອງຂັ້ນເທິງ, ແຕ່ງຕັ້ງຄະນະຊີ້ນຳ, ອະນຸກຳມະການ ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ອົງຄະນະພັກແຂວງຄັ້ງທີ X, ກອງປະຊຸມໃຫຍ່ອົງຄະນະພັກເມືອງ, ສອງກອງບັນຊາການ ປກຊ – ປກສ ແຂວງ, ຮາກຖານ ສຳນັກງານອ້ອມຂ້າງແຂວງ, ເມືອງ ແລະ ຮາກຖານບ້ານ, ມອບວຽກໃຫ້ ບັນດາພະແນກການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ, ສ້າງເປັນປື້ມຄູ່ມື, ບົດແນະນຳ ຂັ້ນຕອນໃນການຈັດຕັ້ງປະຕິບັດ ແຕ່ລະດ້ານຢ່າງລະອຽດ, ໄດ້ເຜີຍແຜ່, ເຊື່ອມຊຶມ ບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ຂັ້ນແຂວງ ໃຫ້ບັນດາພະນັກງານຫລັກແຫລ່ງໄດ້ຈັດຕັ້ງການທົດລອງ ດຳເນີນກອງປະຊຸມໃຫຍ່ ຢູ່ບ້ານເທດສະບານແຂວງ ຈຳນວນຫນຶ່ງ, ມອບໃຫ້ການນຳເມືອງ ນຳເອົາເນື້ອໃນຈິດໃຈ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັັກ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ເລິກເຊິ່ງ ກວ້າງຂວາງ.

ໃນນີ້ ຢູ່ຂັ້ນຮາກຖານບ້ານ, ສຳນັກງານ – ອົງການອ້ອມຂ້າງເມືອງ ຈໍານວນ 743 ຮາກຖານ ເທົ່າກັບ 77,40% ແມ່ນສຳເລັດໃນການດຳເນີນກອງປະຊຸມໃຫຍ່ຂອງຕົນແລ້ວ ແລະ ຍັງສືບຕໍ່ດຳເນີນ ຈຳນວນ 217 ຮາກຖານ ເທົ່າກັບ 22,60%, ກອງປະຊຸມໃຫຍ່ອົງຄະນະພັກເມືອງຄາດວ່າ ຈະໄດ້ຈັດຕັ້ງປະຕິບັດ ແລະ ດຳເນີນຕົວຈິງໃນຕົ້ນປີ 2025 ນີ້.  ສ່ວນກອງປະຊຸມໃຫຍ່ ອົງຄະນະພັກແຂວງ ແມ່ນຈະໄດ້ດຳເນີນ ໃນໄລຍະກາງປີ 2025.

ໂອກາດດັ່ງກ່າວ ທ່ານ ບຸນທອງ ຈິດມະນີ ກໍາມະການ ກົມການເມືອງ ສູນກາງພັກ, ຜູ້ປະຈຳການ ເລຂາທິການ ສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປລາວ ໄດ້ໃຫ້ກຽດ ໂອ້ລົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ ແຂວງອຸດົມໄຊ ຍາດມາໄດ້ໃນໄລຍະ 5 ເດືອນ ຜ່ານມາ ພ້ອມທັງໃຫ້ສືບຕໍ່ສູ້ຊົນ ໃນການຈັດຕັ້ງປະຕິບັດ ວຽກງານຮອບດ້ານ ໃຫ້ບັນລຸ ຕາມລະດັບຄາດຫມາຍ ແລະ ທິດທາງແຜນການ ທີ່ກຳນົດໄວ້ ແລະ ທ່ານຍັງໄດ້ເນັ້ນຫນັກບາງບັນຫາ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໂດຍສະເພາະແມ່ນ ນຳເອົານິຕິກຳຂັ້ນສູນກາງ ມາຈັດຕັ້ງຜັນຂະຫຍາຍ, ກຳນົດ ແລະ ຈັດຕັ້ງ ແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະພາກສ່ວນ, ສຶກສາອົບຮົມທາງດ້ານວຽກງານການເມືອງ – ແນວຄິດ ໃຫ້ພະນັກງານ ຫລັກແຫລ່ງໃຫ້ຮັບຮູ້, ເຂົ້າໃຈ ຕໍ່ກັບແນວທາງ ແລະ ກົດລະບຽບຂອງພັກ, ຫນ້າທີ່ ແລະ ຂໍ້ຫ້າມຂອງສະມາຊິກພັກ, ມີແນວຄິດແຂ່ງຂັນ ໃນການສ້າງສາພັດທະນາ ແລະ ສ້າງຄວາມເຂັ້ມແຂງ ທາງດ້ານເສດຖະກິດ ຄອບຄົວ, ຄະນະພັກ, ຄະນະນຳ ຕ້ອງຕິດຕາມ ແລະ ຊຸກຍູ້ຢ່າງໃກ້ສິດຕິດແທດ ໃນການດຳເນີນກອງປະຊຸມໃຫຍ່ ແຕ່ລະຂັ້ນ ແນ່ໃສ່ເຮັດໃຫ້ ການຈັດຕັ້ງປະຕິບັດ ການດຳເນີນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ພາຍໃນ ແຂວງອຸດົມໄຊ ມີຜົນສຳເລັດ ຕາມລະດັບຄາດຫມາຍ.