ກອງປະຊຸມ ພາກລັດ ແລະ ພາກທຸລະກິດ ແລກປ່ຽນບົດຮຽນ ການດຶງດູດ ການລົງທຶນ ຂອງພາກເອກະຊົນ

ກອງປະຊຸມ ພົບປະແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ທົ່ວ ແຂວງອຸດົມໄຊ ຈັດຂຶ້ນໃນວັນທີ 8 ພຶດສະພາ 2024 ທີ່ ສະໂມສອນແຂວງ ໂດຍ ການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງ ສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳ ແຂວງອຸດົມໄຊ, ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີຕາງຫນ້າ ບັນດາກົມ ຕະຫລອດຮອດການນຳ, ນັກທຸລະກິດ ຜູ້ປະກອບການ ແລະ ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ດຳເນີນທຸລະກິດ ຢູ່ ພາຍໃນ ແຂວງອຸດົມໄຊ ເຂົ້າຮ່ວມ.

ກອງປະຊຸມ ການ ພົບປະ ລະຫວ່າງ ພາກ ລັດ ແລະ ພາກ ທຸລະກິດ

ເພື່ອປຶກສາຫາລື ຊອກຫາແນວທາງ ໃນການປັບປຸງ ແກ້ໄຂ ກ່ຽວກັບວຽກງານ ການດຶງດູດ ການລົງທຶນ ຂອງ ພາກ ເອກະຊົນ ໂດຍສະເພາະ ແມ່ນບາງບັນຫາ ທີ່ເຫັນວ່າ ຍັງບໍ່ທັນສອດຄ່ອງ, ສິ່ງທີ່ເປັນອຸປະສັກ ແລະ ກົດຫນ່ວງ ທ່ວງດຶງ ໃນ ການລົງທຶນ ແນໃສ່ເຮັດ ການລົງທຶນ ຢູ່ພາຍໃນ ແຂວງ ອຸດົມໄຊ ດຳເນີນໄປຢ່າງຕໍ່ເນື່ອງ, ມີປະສິດທິພາບ, ປະສິດທິຜົນ, ຖືກຕ້ອງ ສອດຄ່ອງ ກັບ ລະບຽບ ກົດຫມາຍ ຕ່າງຝ່າຍ ຕ່າງໄດ້ຜົນປະໂຫຍດ ພ້ອມທັງ ແນ່ໃສ່ ການປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ – ສັງຄົມ ຂອງ ແຂວງ ອຸດົມໄຊ ໃຫ້ນັບມື້ເຕີບໃຫຍ່ ຂະຫຍາຍຕົວ ເທື່ອລະກ້າວ.

ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າ ແຂວງອຸດົມໄຊ ໄດ້ຍົກໃຫ້ເຫັນ ສະພາບລວມ ກ່ຽວກັບ ການລົງທຶນ ພາກ ເອກະຊົນ ຢູ່ ແຂວງ ອຸດົມໄຊ ປີ 2023 ຜ່ານມາ ເຊິ່ງມີ ການລົງທຶນ ທັງຫມົດ 139 ໂຄງການ, ມູນຄ່າ 652.227.516,65 ໂດລາ ສະຫະລັດ ໃນນີ້; ສູນກາງເຊັນສັນຍາ ຈຳນວນ 21 ໂຄງການ, ແຂວງ ອຸດົມໄຊ 118 ໂຄງການ ໃນນີ້ ຂະແຫນງ ກະສິກຳ 47 ໂຄງການ, ອຸດສາຫະກຳ  ແລະ ຫັດຖະກຳ 11 ໂຄງການ, ບໍ່ແຮ່ 39 ໂຄງການ, ພະລັງງານ ໄຟຟ້າ 4 ໂຄງການ ແລະ ຂະແຫນງ ບໍລິການ 38 ໂຄງການ.

ມາຮອດ ປັດຈຸບັນ ກຳລັງຈັດ ຕັ້ງປະຕິບັດ ບົດບັນທຶກ ຄວາມເຂົ້າໃຈ ໃນການສຶກສາ ສຳຫລວດ ຄວາມເປັນໄປໄດ້ ຈຳນວນ 17 ໂຄງການ ຂັ້ນສູນການ ລົງນາມ 9 ໂຄງການ ແລະ ຂັ້ນ ແຂວງ 8 ໂຄງການ ໃນນີ້ ຂະແຫນງ ກະສິກໍາ 2 ໂຄງການ, ອຸດສາຫະກຳ 2 ໂຄງການ, ບໍ່ແຮ່ 3 ໂຄງການ, ພະລັງງານ ໄຟຟ້າ 4 ໂຄງການ, ບໍລິການ 2 ໂຄງການ, ໂຍທາ ທິການ ແລະ ຂົນສົ່ງ 3 ໂຄງການ ແລະ ເຂດ ເສດຖະກິດ ພິເສດ 1 ໂຄງການ.

ໂອກາດດັ່ງກ່າວ ພາກທຸລະກິດ ມີຄໍາຄິດເຫັນ ໂດຍສະເພາະແມ່ນຜົນການເຄື່ອນໄຫວ ດຳເນີນກິດຈະການໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນ ຈຸດດີ, ຈຸດອ່ອນ ແລະ ສິ່ງທ້າທາຍ ບາງບັນຫາ ແລະ ທິດທາງ ແຜນການ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ໃນຕໍ່ຫນ້າ ລວມທັງຂໍ້ສະເຫນີບາງຈຸດ ທີ່ກ່ຽວຂ້ອງກັບ ພາກລັດ ທັງຂັ້ນສູນກາງ ແລະ ຂັ້ນແຂວງ ໃນການແກ້ໄຂ ຕໍ່ຫນ້າ.

ຈາກນັ້ນ ພາກລັດ ກໍໄດ້ມີຄຳຄິດ ຄຳເຫັນ ແລກປ່ຽນ ພ້ອມທັງ ອະທິບາຍ ແລະ ຊີ້ແຈ້ງບາງບັນຫາເພື່ອເຮັດໃຫ້ທຸກພາກສ່ວນ ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນເລັດ ຕາມລະດັບຄາດຫມາຍ.

ຂ່າວ: ຄານມະນີ ຮຽນດໍຈັນ