ແຂວງອຸດົມໄຊ ສະຫລຸບ ຜົນການເຄື່ອນໄຫວ ຈັດຕັ້ງປະຕິບັດ 2 ວ່າລະແຫ່ງຊາດ ໄລຍະປີ 2021 – 2023

ກອງປະຊຸມ ຕິດຕາມ, ກວດກາ ການເຄື່ອນໄຫວ ຈັດຕັ້ງປະຕິບັດ ວຽກງານ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ໄລຍະ 3 ປີ (2021 92023) ຂອງສະພາປະຊາຊົນ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ 2023 ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳເຜີຍ ງອນວັນຄຳ ກຳມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຕາງຫນ້າ ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂະແຫນງການກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ຜົນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານຂອງແຕ່ລະຂະແຫນງການທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະແມ່ນ ພະແນກການເງິນ ກ່ຽວກັບການ ສ້າງຄວາມເຂັ້ມແຂງໃນການ ຈັດເກັບລາຍຮັບເຂົ້າງົບປະມານ ດ້ວຍການອັດຊ່ອງຫວ່າງຮົ່ວໄຫລຂອງລາຍຮັບ, ການແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງ, ການປະຢັດມັດທະຢັດ ແລະ ຕ້ານການຟຸມເຟື່ອຍ, ການປະຢັດລາຍຈ່າຍງົບປະມານ; ພະແນກແຜນການ ແລະ ການລົງທຶນ ກ່ຽວກັບການດຶງດູດ ແລະ ການຄຸ້ມຄອງໂຄງການລົງທຶນ ທັງພາກລັດ ແລະ ເອກະຊົນ; ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບການຈັດສັນ ແລະ ຈັດເກັບລາຍຮັບພາສີທີ່ດິນ, ຮັບຟັງການລາຍງານ ຜົນການເຄື່ອນໄຫວ ຈັດຕັ້ງປະຕິບັດ ກ່ຽວກັບການແກ້ໄຂ ບັນຫາຢາເສບຕິດ ຂອງອົງການໄອຍະການປະຊາຊົນ, ສານປະຊາຊົນ ແລະ ພະແນກຍຸຕິທຳ. ນອກນັ້ນ ຍັງມີການເຈາະຈີ້ມ ຂອງປະທານກອງປະຊຸມ ຕໍ່ກັບບາງບັນຫາ ເປັນຕົ້ນແມ່ນ ຜົນການແກ້ໄຂ ບັນຫາຢາເສບຕິດ ແຕ່ປີ 2021 – 2023, ການຄຸ້ມຄອງຜູ້ຖືກຫາ, ນັກໂທດ ແລະ ຜູ້ຖືກດັດສ້າງ, ການປະຕິບັດກອງທຶນຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດ, ການຜັນຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ໃນຂົງເຂດວຽກງານໄອຍະການ, ສານປະຊາຊົນ ແລະ ພະແນກ ຍຸຕິທໍາ, ການຕິດຕາມ, ກວດກາ, ການເຄົາລົບ ແລະ ປະຕິບັດກົດຫມາຍ, ຄ້າຍຄຸມຂັງ – ດັດສ້າງ, ສູນບໍາບັດ ແລະ ສະຖານທີ່ກັກຂັງ, ການປະຕິບັດຄໍາສັ່ງຂອງຫົວຫນ້າອົງການໄອຍະການປະຊາຊົນສູງສຸດ, ການນຳເອົາຄະດີ ຢາເສບຕິດມາພິຈາລະນາ ແລະ ຕັດສິນ, ການປະຕິບັດຄຳຕັດສິນຂອງສານ ແລະ ອື່ນໆ. ພ້ອມທັງ ມີການຂຶ້ນອະທິບາຍ ແລະ ຊີ້ແຈ້ງ ຈາກຂະແຫນງການກ່ຽວຂ້ອງ. ກອງປະຊຸມ ກໍເພື່ອຍົກໃຫ້ເຫັນ ຜົນສໍາເລັດຂອງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ປຶກສາຫາລື ຊອກຫາແນວທາງໃນການປັບປຸງ, ແກ້ໄຂ ບາງບັນຫາທີ່ເຫັນວ່າຍັງເປັນຈຸດອ່ອນ, ຂໍ້ຄົງຄ້າງ ແລະ ພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດຜ່ານມາ ໂດຍແນ່ໃສ່ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບຜົນສຳເລັດ ຕາມລະດັບຄາດຫມາຍທີ່ກຳນົດໄວ້.

ນັກຂ່າວ: ຄານມະນີ ຮຽນດໍຈັນ