ເຈົ້າແຂວງອຸດົມໄຊ ລົງຕິດຕາມ ແລະ ຊຸກຍູ້ ວຽກງານ ຢູ່ ເມືອງຫຼາ

ວັນທີ 9 ທັນວານີ້ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ ວຽກງານການພັດທະນາ ຢູ່ ເມືອງຫຼາ ໂດຍມີ ທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງໆຫຼາ ໃຫ້ການຕ້ອນຮັບ.


ໃນການລົງເຄື່ອນໄຫວຢູ່ເມືອງຫຼາຂອງທ່ານເຈົ້າແຂວງ ທ່ານໄດ້ລົງໄປຕິດຕາມເບິ່ງຄວາມຄືບໜ້າຂອງການສ້ອມແປງ ແລະ ປັບປຸງເສັ້ນທາງໄປເຂດອາໂນ ເຊິ່ງໂຄງການດັ່ງກ່າວ ມີຄວາມຍາວທັງໝົດ 29,16 ກມ ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ ເດືອນເມສາ ເປັນຕົ້ນມາ ມາຮອດປະຈຸບັນ ສຳເລັດແລ້ວ 30,45% ໂດຍແມ່ນ ບໍລິສັດ ວາດສະໜາ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າທັງໝົດ 14 ຕື້ 900 ລ້ານກວ່າກີບ. ເສັ້ນທາງດັ່ງກ່າວ ຈະໄດ້ປູຢາງສອງຊັ້ນເປັນບາງຈຸດ ໂດຍສະເພາະແມ່ນເຂດຊຸມຊົນ ຫລື ບ້ານ ແລະ ເຂດທີ່ຜ່ານຄ້ອຍຊັນ ນອກຈາກນັ້ນ ແມ່ນປູຫີນແຮ່ ຈຸດທີ່ປູຢາງມີໄລຍະທາງຍາວ 14,46 ກມ ແລະ ຈຸດທີ່ປູແຮ່ ມີຄວາມຍາວ 14,70 ກມ ທາງລວງກວ້າງ 5 ແມັດ ຕາມແຜນການປັບປຸງແມ່ນຈະໃຫ້ສຳເລັດພາຍໃນ 18 ເດືອນ.
ຈາກນັ້ນ ທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມຢາມເບິ່ງໂຄງການກໍ່ສ້າງຣີສອດບໍ່ນ້ຳອຸ່ນ ຂອງ ບໍລິສັດ ຊີເອັນພີ ສຳຫຼວດແລະຂຸດຄົ້ນບໍ່ແຮ່ ຈຳກັດ ໂຄງການຕັ້ງຢູ່ເທດສະບານເມືອງຫຼາ ເຊິ່ງບໍລິສັດມີແຜນຈະພັດທະນາເຂດດັ່ງກ່າວ ເພື່ອສ້າງຕັ້ງເປັນທີ່ພັກ ແລະ ການບໍລິການທ່ອງທ່ຽວ ເປັນຕົ້ນແມ່ນ ຣີສອດ, ໂຮງແຮມ, ຮ້ານອາຫານ, ແຫຼ່ງທ່ອງທ່ຽວແຄມນ້ຳ, ບໍລິການນ້ຳອຸ່ນ ເພື່ອບໍາບັດສຸຂະພາບ, ສໍາຫຼວດ ແລະ ພັດທະນາເກືອທຳມະຊາດ. ຈາກນັ້ນ ໄປເບິ່ງໂຄງການປູກພືດລະດູແລ້ງ ໂດຍສະເພາະ ແມ່ນການປູກຫມາກຖົ່ວເບີຂອງ ບໍລິສັດ ຟິງອານ ສົ່ງເສີມປູກພຶດລະດູແລ້ງ ແລະ ບໍລິສັດ ຊິງຕ້າ ສົ່ງເສີມກະສິກຳ ຈຳກັດ ທີ່ລົງທຶນໃນການປູກໝາກຖົ່ວເບີຢູ່ເມືອງຫຼາ ເຊິ່ງບໍລິສັດໄດ້ລົງທຶນ ຮ່ວມກັບ ປະຊາຊົນ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊັ່ນ: ປະຊາຊົນ ມີພື້ນທີ່ ແຕ່ເນື່ອງຈາກວ່າ ພື້ນທີ່ດັ່ງກ່າວໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນປີຜ່ານມາ ທາງບໍລິສັດຈິ່ງໄດ້ລົງທຶນປັບປຸງຄືນໃຫ້ກັບສູ່ສະພາບປົກກະຕິ ໂດຍມີການຍົກເວັ້ນຄ່າເຊົ່າໃຫ້ປະຊາຊົນເປັນໄລຍະແຕ່ 3-5 ປີ ເຊິ່ງຂຶ້ນກັບພື້ນທີ່ໄດ້ຮັບກະທົບໜ້ອຍຫຼືຫຼາຍ ຮອດຊ່ວງລະດູຝົນ ປະຊາຊົນ ກໍຈະໄດ້ນຳໃຊ້ພື້ນທີ່ປູກເຂົ້ານາເປັນປົກກະຕິ.