ແຂວງອຸດົມໄຊ ສະເຫລີມ ສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ

      ເນື່ອງໃນໂອກາດ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ໄດ້ຫມູນວຽນມາບັນຈົບຄົບຮອບ 68 ປີ ( 22 ມີນາ 1955 –  22 ມີນາ 2023 ) ນີ້ ທາງແຂວງອຸດົມໄຊ ໄດ້ຈັດພິທີ ສະເຫລີມສະຫລອງ ວັນດັ່ງກ່າວຂຶ້ນ ຢູ່ສະໂມສອນຂອງແຂວງ ໃນຕອນເຊົ້າວັນທີ 22 ມີນາ 2023 ນີ້ ໂດຍການເຂົ້າຮ່ວມຂອງທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງ ສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ມີການນຳແຂວງ, ອະດີດການນຳແຂວງ, ຄະນະພັກ, ຄະນະນຳກອງບັນຊາການ ປກຊ – ປກສ, ເລຂາພັກເມືອງ, ເຈົ້າເມືອງ ຕະຫລອດຮອດ ບັນດາພະແນກການ ແລະ ຊາວຫນຸ່ມ – ເຍົາວະຊົນ.

     ໃນພິທີການສະເຫລີມສະຫລອງ ແມ່ນໄດ້ຮັບຊົມ ການສະແດງສິລະປະວັນນະຄະດີ ຈາກ ຫນ່ວຍສິລະປະວັນນະຄະດີ ຂອງກອງບັນຊາການທະຫານແຂວງ, ປກສ ແຂວງ ແລະ ໂຮງຮຽນ ສາທາລະນະສຸກແຂວງ. ຈາກນັ້ນ, ທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ,ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ໄດ້ຂຶ້ນປາໄສ ກ່ຽວກັບວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ໂດຍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຂອງການສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ລວມທັງການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນສຳເລັດ ທີ່ພັກປະຊາຊົນປະຕິວັດລາວເຮົາຍາດມາໄດ້ ໃນຕະຫລອດໄລຍະ 68 ປີຜ່ານມາ ພ້ອມທັງຍົກໃຫ້ເຫັນ ບາງເນື້ອໃນທີ່ຈະຕ້ອງໄດ້ສືບຕໍ່ເຄື່ອນໄຫວຊີ້ນຳ – ນໍາພາ ສະມາຊິກພັກ ທົ່ວແຂວງອຸດົມໄຊ ສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ຫນ້າ.

     ໂອກາດນີ້ ພິທີ ຍັງໄດ້ມອບໃບຢັ້ງຢືນ ຫນ່ວຍພັກ ປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ໃຫ້ແກ່ ບັນດາຫນ່ວຍພັກ, ຄະນະພັກຮາກຖານ ແລະ ມອບໃບຍ້ອງຍໍຜົນງານໃຫ້ແກ່ສະມາຊິກພັກ ແລະ ໃບຍ້ອງຍໍໃຫ້ພາກສ່ວນທີ່ໃຫ້ການອຸປະຖຳ ຊ່ວຍເຫລືອ ທັງດ້ານວັດຖຸ – ປັດໃຈ ເຂົ້າໃນການແກ້ໄຂ ໄພພິບັດທີ່ເກີດຂຶ້ນໃນໄລຍະຜ່ານມາ. ເຊິ່ງໃຫ້ກຽດມອບ ໂດຍທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ.

ນັຂ່າວ: ຄານມະນີ ຮຽນດໍຈັນ