ຄະນະຮັບຜິດຊອບ ກິດຈະກຳໂຄງການ ກະສິກຳ ເພື່ອໂພສະນາການ ເຂົ້າພົບປະ ທ່ານ ຮອງເຈົ້າແຂວງ ອຸດົມໄຊ

ຫ້ອງການອີຟັດ

ວັນທີ 24 ເມສາ 2024 ນີ້ ທ່ານ ໂຣເບີດ ທີ່ປຶກສາ ດ້ານວິຊາການ ເສດຖະກິດ ກະສິກຳ ພ້ອມດ້ວຍ ທ່ານ ສຸລິວັນ ປັດຕິວົງ ຫົວໜ້າຫ້ອງການອີຟັດ ປະຈໍາລາວ ພ້ອມດ້ວຍຄະນະຈາກສູນກາງ ແລະ ຜູ້ໃຫ້ທຶນການຈັດຕັ້ງປະຕິບັດໂຄງການ ໄດ້ເຂົ້າພົບປະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້້າແຂວງໆ ອຸດົມໄຊ ທີ່ ຫ້ອງວ່າການແຂວງອຸດົມໄຊ.

ຫ້ອງການອີຟັດ

ທ່ານ ໂລເບີດ ດີວວີ ທີ່ປຶກສາ ດ້ານວິຊາການ ເສດຖະກິດກະສິກຳ ໄດ້ລາຍງານໃຫ້ທ່ານຮອງເຈົ້າແຂວງຮັບຊາບວ່າ: ຈຸດປະສົງ ໃນການມາເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊຄັ້ງນີ້ ແມ່ນເພື່ອເປັນການຕິດຕາມຊຸກຍູ້, ກວດກາ ຄວາມຄືບໜ້າ ແລະ ຜົນສໍາເລັດໃນການຈັດຕັ້ງປະຕິບັດບັນດາກິດຈະກຳຂອງໂຄງການໄລຍະ2 ຢູ່ແຂວງ ອຸດົມໄຊ ໂດຍສະເພາະແມ່ນບັນດາກິດຈະກຳຫລັກຂອງໂຄງການ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການ ບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ ແນໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງ ສືບຕໍ່ວາງແຜນການຈັດຕັ້ງປະຕິບັດບັນດາວຽກງານໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໂອກາດນີ້ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້້າແຂວງໆ ອຸດົມໄຊ ໄດ້ມີຄຳເຫັນ ຊີ້ນຳໃຫ້ຄະນະຮັບຜິດຊອບໂຄງການ ພ້ອມກັນເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດບັນດາກິດຈະກຳຂອງໂຄງການໂດຍຕິດພັນກັບແຜນບູລິມະສິດການພັດທະນະເສດທະກິດສັງຄົມຂອງຊາດ ຂອງແຂວງ ຢ່າງມີຈຸດສຸ່ມ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຜູ້ທຸກຍາກໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍການຜະລິດກະສິກຳໃຫ້ມີຫຼາກຫຼາຍຊະນິດ ເພື່ອຮັບປະກັນໃຫ້ມີອາຫານພຽງພໍ ແລະ ມີໂພຊະນາການ. ແນໃສ່ເຮັດໃຫ້ເດັກນ້ອຍທີ່ຂາດສານອາຫານໃນເຂດບ້ານເປົ້າໝາຍຂອງໂຄງການໃຫ້ຫຼຸດລົງ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າ ເຮັດໃຫ້ຊີວິກການເປັນຢູ່ນັບມີດີຂຶ້ນ ເພື່ອລຸດຜ່ອນຄວາມທຸກຍາກລົງເທື່ອລະກ່າວ.