ສະຫຼຸບ ຕີລາຄາ ການຈັດຕັ້ງປະຕິບັດວຽກງານ ຮອບດ້ານ ຫ້ອງວ່າການ ແຂວງອຸດົມໄຊ ປະຈໍາປີ 2023

ກອງປະຊຸມ ສະຫຼຸບຕີລາຄາວຽກງານ ຮອບດ້ານຂອງ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 5 ເມສາ 2024ນີ້ ທີ່ ຫ້ອງປະຊຸມຫ້ອງວ່ການແຂວງ ໂດຍການເປັນ ປະທານ ຂອງ ທ່ານ ນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການ ແຂວງອຸດົມໄຊ ເປັນກຽດເຂົ້າຮ່ວມມີ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ມີເຈົ້້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງວ່າການ 7 ເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ ພ້ອມດ້ວຍພະນັກງານວິຊາການ ຫ້ອງວ່າການແຂວງ , ເມືອງ  ແລະ ຕາງໜ້າຈາກບັນດາພະແນກການເຂົ້າຮ່ວມ.

ການເຄື່ອນໄຫວວຽກງານ ຫ້ອງວ່າການ ແຂວງອຸດົມໄຊ

ໜຶ່ງປີຜ່ານມາ ໄດ້ເຄື່ອນໄຫວວຽກງານຕາມພາລະບົດບາດ ເປັນເສນາທິການ, ເປັນໃຈກາງປະສານງານ ແລະ ບໍລິຫານຮັບໃຊ້ການນໍາແຂວງ, ຜົ້ນເດັ່ນແມ່ນວຽກງານ ຄົ້ນຄວ້າ – ສັງລວມ ໄດ້ເປັນເຈົ້າການໃນການຄົ້ນຄວ້າ, ວິເຄາະ, ວິໄຈບັນຫາຕ່າງໆ ໃຫ້ແກ່ການນໍາ, ເກັບກໍາສະພາບຕ່າງໆຂອງສັງຄົມ ແລະ ສະຫຼຸບ-ສັງລວມ ລາຍງານໃຫ້ຂັ້ນເທິງ ເປັນປົກກະຕິ, ເປັນເຈົ້າການກະກຽມເນື້ອໃນກອງປະຊຸມຂັ້ນຕ່າງໆ​ສໍາເລັດຕາມແຜນການ, ຕິດຕາມ ຊຸກຍູ້ ບັນດາພະແນກການ-ອົງການ ຂັ້ນເມືອງ ແລະ ຂະແໜງການ ຈັດຕັ້ງປະຕິບັດບັນດາມະຕິຄໍາສັ່ງຂອງຂັ້ນເທິງ, ແຜນວຽກຈຸດສຸມຂອງອົງການປົກຄອງແຂວງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງຢ່າງຕັ້ງໜ້າ,ວຽກງານຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ ໄດ້ປັບປຸງລະບົບການບໍລິຫານ-ບໍລິການຮັບໃຊ້ຢ່າງຕໍ່ເນື່ອງ, ອຳນວຍຄວາມສະດວກຮອບດ້ານໃຫ້ແກ່ຄະນະນໍາຂອງແຂວງ ເປັນຕົ້ນ: ດ້ານພາຫະນະ, ງົບປະມນ, ການກິນຢູ່-ພັກເຊົາ, ສຸຂະພາບ ແລະ ອື່ນໆ;​ ຄຸ້ມຄອງປົກປັກຮັກສາຊັບສິນຂອງລັດ ເຊັ່ນ: ສໍານັກງານຫ້ອງການ, ວັດຖຸອຸປະກອນ ແລະ ອື່ນໆ; ເຮັດໜ້າທີ່ດ້ານພິທີການຕ້ອນຮັບແຂກລະດັບຕ່າງໆ ທັງພາຍໃນ ແລະຕ່າງປະເທດ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກທາງການໄດ້ເປັນຢ່າງດີ, ວຽກງານຈັດຕັ້ງ-ກວດກາ ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງກັບນິຕິກໍາ ແລະ ຕາມທິດກະທັດຮັດ, ສົມເຫດສົມຜົນ; ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ ທີ່ວາງອອກໃນແຕ່ລະໄລຍະ.

ຫ້ອງວ່າການແຂວງ ປະກອບມີ 5 ຂະແໜງ ຄື: ຂະແໜງຄົ້ນຄ້ວາ-ສັງລວມ; ຂະແໜງຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ; ຂະແໜງຈັດຕັ້ງ-ກວດກາ; ຂະແໜງກໍ່ສ້າງຮາກຖານ-ການເມືອງ ແລະ ຂະແໜງອະນຸສາວະລີ ປະທານ ໄກສອນ ພົມວິຫານ.

ມີພະນັກງານທັງໝົດ 68 ຄົນ, ຍິງ 20 ຄົນ; ໃນນີ້ ພະນັກງານລັດຖະກອນ ຈໍານວນ 55 ຄົນ, ຍິງ 17 ຄົນ ແລະ ພະນັກງານສັນຍາແຮງງານ 13 ຄົນ, ຍິງ 3 ຄົນ, ວຽກງານອະນຸສາວະລີ ປະທານ ໄກສອນ ພົມວິຫານ ໄດ້ເປັນເຈົ້າການໃນການຄຸ້ມຄອງ, ປົກປັກຮັກສາ ແລະ ປັບປຸງ-ສ້ອມແປງ ເຮັດໃຫ້ມີຄວາມສະອາດຈົບງາມ; ການພົວພັນຮ່ວມມື ພາຍໃນ ແລະ ຕ່າງປະເທດ ມີການພົວພັນຮ່ວມມືກັບຫ້ອງວ່າການຂັ້ນສູນກາງ, ກະຊວງ, ບັນດາແຂວງ, ພະແນການ-ອົງການອ້ອມຂ້າງແຂວງ, ອົງການຈັດຕັ້ງສາກົນ ແລະ ເມືອງ ໃນການພົບປະແລກປ່ຽນບົດຮຽນ, ຝຶກອົບຮົມ, ການປະສານງານ ແລະ ອື່ນໆ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ພັດປ່ຽນກັນປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອການຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດພາລະບົດບາດເປັນ ເສນາທິການ, ເປັນໃຈກາງປະສານງານ ແລະ ບໍລິຫານຮັບໃຊ້ໜ້າທີ່ການເມືອງ.

          ໂອກາດນີ້ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ໄດ້ມີຄຳເຫັນໂອ້ລົມ ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວຫ້ອງວ່າການ ຈົ່ງເສີມຂະຫຍາຍຫົວຄິດປະດິດສ້າງ, ສຸມທຸກກໍາລັງແຮງ ເພື່ອນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ສໍາເລັດຕາມລະດັບຄາດໝາຍ; ສ້າງໃຫ້ຫ້ອງວ່າການ ມີຄວາມເຂັ້ມແຂງ, ພ້ອມກັນປັບປຸງວຽກງານເສນາທິການ, ປະສານງານ, ບໍລິຫານ ແລະ ຮັບໃຊ້ ໃຫ້ມີຄຸນນະພາບ ແລະ ທັນສະໄໝເທື່ອລະກ້າວ.