ຫ້ອງວ່າການແຂວງ ເຜີຍແຜ່ ເຊື່ອມຊຶມເອກະສານ ມູນເຊື້ອຂອງ ພັກ-ລັດ

ເຜີຍແຜ່ ເຊື່ອມຊຶມເອກະສານ ເພື່ອເປັນການສ້າງຂະບວນການ ຂັບນັບຮັບຕ້ອນ ກອງປະຊຸມໃຫຍ່ ປະຈຳປີ ຂອງ ຫ້ອງວ່າການ ແຂວງອຸດົມໄຊ ທັງເປັນການອຸ່ນຄືນບັນດາເອກະສານ ມູນເຊື້ອຕ່າງໆຂອງ ພັກ – ລັດ ໃຫ້ແກ່ພະນັກງານຫຼັກແຫຼ່ງພາຍໃນ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ຮັບຮູ້ ແລະ ເຂົ້າໃຈ ຫ້ອງວ່າການແຂວງ ຈິ່ງໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນ ໃນວັນທີ 4 ເມສາ 2024 ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ອຳໄພວອນ ປັນຍາລັກ ຫົວໜ້າ ຫ້ອງວ່າການ ແຂວງອຸດົມໄຊ ມີຄະນະຫ້ອງວ່າການ, ຫົວໜ້າຂະແໜງການ ຕະຫຼອດຮອດພະນັກງານພາຍໃນຫ້ອງວ່າການ ເຂົ້າຮ່ວມຢ່າງພ້ອມພຽງ.


ເຜີຍແຜ່ ເຊື່ອມຊຶມເອກະສານ ຄັ້ງນີ້ປະກອບມີມີ:

ຜົນສຳເລັດ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງທົ່ວແຂວງ ປະຈຳປີ 2023, ເຜີຍແຜ່ ນິຕິກຳ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກ້ວາງ ຄັ້ງທີ 9 ສະໄໝ IX ປະຈຳປີ 2023, ມູນເຊື້ອ ແຫ່ງ ການນຳພາ ຂອງພັກເຂົ້າໃນການຈັດຕັ້ງປະຕິບັດ ພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ ໂດຍສະເພາະແມ່ນ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ, ວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະ ເພື່ອປະເທດຊາດ 21 ມີນາ ແລະ ມູນເຊື້ອ ວັນສ້າງຕັ້ງ ສະຫະພັນກຳມະບານ ຄົບຮອບ 68 ປີ.

ໂອກາດ ເຜີຍແຜ່ ເຊື່ອມຊຶມ ເອກະສານ ນີ້ ປະທານກອງປະຊຸມ ຍັງໄດ້ເນັ້ນຄືນ ກ່ຽວກັບການປະຕິບັດໜ້າທີ່ຂອງພະນັກງານ ພາຍໃນຫ້ອງວ່າການ ໄລຍະຜ່ານມາ ສິ່ງທີ່ປະຕິບັດໄດ້ດີ ແລະ ສິ່ງທີ່ຍັງເປັນບັນຫາທ່ວງດຶງ ແລະ ພ້ອມກັນນຳເອົາບັນດາ ເນື້ອເອກະສານຕ່າງໆຂອງ ພັກ-ລັດ ໄປຜັນຂະຫຍາຍເຂົ້າໃນໜ້າວຽກຕົວຈິງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.