ການນຳແຂວງ ລົງມອບເຄື່ອງນຸ່ງ-ຫົ່ມ ແລະ ເຄື່ອງໃຊ້ທີ່ຈຳເປັນ ໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ ເມືອງຫລາ

ຕອນບ່າຍ ວັນທີ 31 ສິງຫານີ້ ທີ່ເມືອງຫລາ ແຂວງອຸດົມໄຊ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວມອບເຄື່ອງນຸ່ງ-ຫົ່ມ ແລະ ເຄື່ອງໃຊ້ທີ່ຈຳເປັນຈຳນວນຫນຶ່ງ ໃຫ້ບັນດາຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ໃນວັນທີ 26 ສິງຫາ 2022 ທັງເປັນການ ຕິດຕາມ, ກວດກາ ຄວາມເສຍຫາຍ ແລະຊຸກຍູ້ ຂະແຫນງການກ່ຽວຂ້ອງ ແລະປະຊາຊົນ ໃນການປັບປຸງ, ຟື້ນຟູ, ອະນາໄມ ເຮືອນຊານ-ບ້ານຊ່ອງ ໃຫ້ມີຄວາມສະອາດ ແລະ ສາມາດກັບມາໃຊ້ຊີວິດຢ່າງເປັນປົກກະຕິ.

ເຄື່ອງທີ່ນໍາໄປມອບໃນຄັ້ງນີ້ ມີ: ຜ້າຫົ່ມ, ເຄື່ອງນຸ່ງ, ສາດ, ຄຸນໍ້າ, ຖ້ວາຍ ແລະ ອື່ນໆ ລວມທັງຫມົດ 38 ຊຸດ ເພື່ອເລັ່ງມອບໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຫນັກ ເປັນຕົ້ນແມ່ນ ຄອບຄົວທີ່ຂາດບ່ອນຢູ່ອາໄສ ເນື່ອງຈາກເຮືອນຖືກນ້ຳພັດໄຫລ ໃນນີ້ ມອບໃຫ້ ບ້ານສາມັກຄີໄຊ ຈຳນວນ 11 ຊຸດ, ບ້ານໂພນໄຊ 12 ຊຸດ, ບ້ານຫ້ວຍຫລາ 6 ຊຸດ ແລະ ມອບໃຫ້ອົງການປົກຄອງ ເມືອງຫລາ ຈໍານວນ 10 ຊຸດ. ເພື່ອສືບຕໍ່ມອບໃຫ້ແກ່ປະຊາຊົນ ພາຍໃນເທດສະບານເມືອງຕື່ມອີກ. ເຊິ່ງມີປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ມາຮັບເອົາດ້ວຍຕົນເອງ.

ໂອກາດດັ່ງກ່າວ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ຍັງໄດ້ຮຽກຮ້ອງໃຫ້ການນຳເມືອງ, ອົງການປົກຄອງບ້ານ ແລະປະຊາຊົນ ຈົ່ງສາມັກຄີກັນປັບປຸງ, ຟື້ນຟູ ເຮືອນຊານບ້ານຊ່ອງຂອງຕົນເອງ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມກັນກຳນົດຈຸດທີ່ຕັ້ງເຮືອນຄືນໃຫມ່ໃຫ້ໄປຢູ່ບ່ອນທີ່ມີຄວາມປອດໄພ.

ມາຮອດຕອນແລງຂອງວັນດຽວກັນ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ກໍໄດ້ລົງເຄື່ອນໄຫວ ຕິດຕາມ, ກວດກາ ຄວາມຄືບຫນ້າການຊ່ວຍເຫລືອ ຂອງຂະແຫນງການກ່ຽວຂ້ອງ ໂດຍສະເພາະແມ່ນ ກຳລັງອ້າຍນ້ອງທະຫານ, ໄຟຟ້າ, ໂຍທາທິການ ແລະ ຂົນສົ່ງ, ຊາວຫນຸ່ມແຂວງ, ສາທາລະນະສຸກ ແລະຂະແຫນງການຂອງເມືອງຫລາ. ພ້ອມທັງ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານຂອງການລົງຊ່ວຍວຽກຈາກແຕ່ລະພາກສ່ວນ. ໂອກາດດັ່ງກ່າວ ທ່ານເຈົ້າແຂວງອຸດົມໄຊ ໄດ້ເນັ້ນຫນັກໃຫ້ທຸກພາກສ່ວນ ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງຕັ້ງຫນ້າ ແລະ ບັນລຸຕາມລະດັບຄາດຫມາຍ ພ້ອມທັງ ຮຽກຮ້ອງໃຫ້ການນຳເມືອງ ເປັນເຈົ້າການໃນການຊີ້ນຳ ນຳພາປະຊາຊົນ ສົມທົບກຳລັງແຮງຊ່ວຍອ້າຍນ້ອງທະຫານ, ຂະແຫນງການຂອງແຂວງ ແລະ ເມືອງ ເພື່ອເຮັດໃຫ້ ບັນດາບ້ານທີ່ໄດ້ຮັບຜົນກະທົບ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຂ່າວ: ຄານມະນີ ຮຽນດໍຈັນ