ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ

ວັນທີ 6 ສິງຫາ 2022 ນີ້ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈາກບັນດາກະຊວງ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ໂດຍການຕ້ອນຮັບ ຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ.

ການລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຂອງ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໃນຄັ້ງນີ້ ກ່ອນອື່ນ ແມ່ນໄດ້ຮັບຟັງການລາຍງານ ສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ. ຈາກນັ້ນ ທ່ານໄດ້ມີຄໍາຄິດເຫັນໂອ້ລົມ ພະນັກງານ ການນຳແຂວງ ພ້ອມທັງ ເນັ້ນຫນັກໃຫ້ສືບຕໍ່ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດໃນຕໍ່ຫນ້າ. ພາຍຫລັງ ສຳເລັດການພົບປະໂອ້ລົມ ພະນັກງານການນຳຂອງແຂວງ ທີ່ຫ້ອງວ່າການແຂວງແລ້ວ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ການນຳແຂວງ ໄດ້ສືບຕໍ່ລົງ ຢ້ຽມຢາມ ໂຮງງານ ປຸງແຕ່ງນ້ຳຢາງພາລາ ຂອງ ບໍລິສັດ ຈົງອູ ໄດ້ຮັບຟັງການລາຍງານສະພາບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງໂຮງງານ ເປັນຕົ້ນແມ່ນລາຄາການເກັບຊື້ຢາງ, ການຜະລິດ ແລະ ການສົ່ງອອກ, ຢ້ຽມຢາມ ໂຮງງານ ເຟີນີເຈີ ບໍລິສັດ ຊວງໄຊ ທີ່ບ້ານກໍນ້ອຍ ເຊິ່ງມີທ່ານ ຈັງເອີ ພ້ອມດ້ວຍພະນັກງານ ໃຫ້ການຕ້ອນຮັບ ພ້ອມທັງ ນຳພາໃນການຢ້ຽມຊົມ ການຜະລິດ ເຟີນີເຈີ ພາຍໃນໂຮງງານ ແລະ ບາງກິດຈະກຳ ຂອງບໍລິສັດ ກໍຄື ການສົ່ງເສີມ ປະຊາຊົນ ປູກມອນ-ລ້ຽງມ້ອນ.

ຈາກນັ້ນ ໄດ້ສືບຕໍ່ລົງ ຕິດຕາມ, ກວດກາ ຈຸດຄ່ຽນຖ່າຍສິນຄ້າ ທີ່ສະຖານີລົດໄຟ ເມືອງໄຊ ເພື່ອພ້ອມກັນສຶກສາ, ສຳຫລວດ ແລະ ກຳນົດ ເປັນສູນໂລຈິສຕິກ ຫລື ຈຸດຄ່ຽນຖ່າຍສິນຄ້າ ລະດັບພາກພື້ນ ໃນຕໍ່ຫນ້າ. ພາຍຫລັງ ສຳເລັດການ ຕິດຕາມ, ກວດກາ ຢູ່ຈຸດດັ່ງກ່າວແລ້ວ ໄດ້ສືບຕໍ່ລົງ ຢ້ຽມຢາມ ຄວາມຄືບຫນ້າ ໂຄງການກໍ່ສ້າງ ຕ້ານຕາຝັ່ງເຈື່ອນ ລຽບແຄມແມ່ນ້ຳກໍ ເຊິ່ງໂຄງການດັ່ງກ່າວ ໄດ້ຮັບການກໍ່ສ້າງ ມາແຕ່ກາງປີ 2021 ມາຮອດປັດຈຸບັນ ແມ່ນກໍ່ສ້າງສຳເລັດແລ້ວ 70 ກວ່າ % ( ຕາມບົດລາຍງານຂອງໂຄງການ ) ແລະ ຄາດຄະເນຈະໃຫ້ສຳເລັດ ໃນໄວໆນີ້. ການລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ທີ່ແຂວງອຸດົມໄຊ ໃນຄັ້ງນີ້ ກໍເພື່ອ ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຫຍຸູ້ງຍາກທາງດ້ານ ເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ແນ່ໃສ່ເຮັດໃຫ້ເສດຖະກິດ ຂອງແຂວງອຸດົມໄຊ ໄດ້ຮັບການຂະຫຍາຍຕົວ ແລະ ກາຍເປັນແຂວງ 4 ໃຈກາງ ຂອງພາກເຫນືອ.

ນັກຂ່າວ: ຄານມະນີ ຮຽນດໍຈັນ