ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງອຸດົມໄຊ

ໃນວັນທີ່ 16 ສິງຫາ 2022 ນີ້ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ມາເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ, ໂດຍມີທ່ານ ບຸນຄົງຫຼ້າ ຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງອຸດົມໄຊ ມີບັນດາທ່ານ ຄະນະປະຈຳ, ຫົວນ້າພະແນກການ ອົງການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ກ່ອນອື່ນ ແມ່ນໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ, ມາດຕະການຕ້ານການລະບາດຂອງພະຍາດໂຄວິດ 19 ແລະ ມາດຕະການຊຸກຍູ້ການທ່ອງທ່ຽວສີຂຽວ ຢູ່ພາຍໃນແຂວງ, ຮັບຟັງບົດລາຍງານ ການເຄື່ອນໄຫວຂອງສະພາປະຊາຊົນແຂວງອຸດົມໄຊ ແລະ ທິດທາງແຜນການໃນຕໍ່ໜ້າ. ໂອກາດນີ້ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ກໍ່ໄດ້ມີຄວາມຄິດເຫັນຕໍ່ພະນັກງານຫຼັກແຫຼ່ງຂອງແຂວງ ໃນຫຼາຍບັນຫາ ເຊັ່ນ: ບັນຫາສະພາບການຂອງໂລກ, ບັນຫາເງິນກີບອ່ອນຄ່າ, ລາຄານ້ຳມັນແພງ ແລະ ອື່ນໆ, ສຳລັບແຂວງອຸດົມໄຊ ແມ່ນໄດ້ເນັ້ນໃຫ້ຄະນະພັກ ຄະນຳທຸກຂັ້ນ ຈົ່ງເອົາໃນໃສ່ເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ປະຊາຊົນມີວຽກເຮັດງານທຳ, ມີລາຍຮັບທີ່ແນ່ນອນ ສາມາດກຸ້ມຕົນເອງ, ເພິ່ງຕົນເອງໄດ້ໃນລະດັບໜຶ່ງ, ສຸມໃສ່ການພັດທະນາເສດຖະກິດ – ສັງຄົມ ຕາມທ່າງແຮງຂອງແຂວງ, ໂດຍສະເພາະແມ່ນການປູກຝັງ, ລ້ຽງສັດ ໃຫ້ກາຍເປັນສິນຄ້າ ເຊັ່ນການລ້ຽງສັດໃຫຍ່, ການປູກສາລີ, ມັນຕົ້ນ ແລະ ພຶດອື່ນໆ ຕິດພັນກັບການຂົນສົ່ງໂລຈິດຈະຕິກ, ປັງປຸງບັນຫາການແບ່ງດິນ, ແບ່ງປ່າ ເພື່ອທຳການຜະລິດໃຫ້ລະອຽດຈະແຈ້ງເພື່ອບໍໃຫ້ໄປບຸກລຸກປ່າສະຫງວນແຫ່ງຊາດ, ເອົາໃຈໃສ່ຄຸ້ມຄອງ ຕິດຕາມການລົງທຶນ ເຂົ້າໃນການຂຸດຕໍ່ການຂຸດຄົ້ນແຮ່ທາດຕ່າງໃຫ້ເຂົ້າສູ່ລະບຽບ ສາມາດຄຸ້ມຄອງ ແລະ ກວດສອບໄດ້ ເພື່ອໃຫ້ແຂວງມີລາຍຮັບຈາກທ່າແຮງດັ່ງກ່າວ ແລະ ຮັບປະກັນການສ້າງວຽກງເຮັດງານທຳໃຫ້ແກ່ປະຊາຊົນພາຍໃນແຂວງ. ວຽກງານການທ່ອງທ່ຽວ ຕ້ອງໄດ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມ ບັນດານັກທຸລະກິດ ໃຫ້ເຂົ້າມາລົງທຶນໃນຂະແໜງການທ່ອງທ່ຽວໃຫ້ຫຼາຍ ບັນດາເຮືອນພັກ, ໂຮງແຮມ ກໍ່ຕ້ອງມີໄວ້ບໍລິການໃຫ້ພຽງພໍ ແລະ ສະອາດໄດ້ມາດຕະຖານ, ຕິດພັນກັບການທ່ອງທ່ຽວແມ່ນຕ້ອງໃຫ້ປະຊາຊົນມີສ່ວນຮ່ວມ ເພື່ອສ້າງໃຫ້ເຂົາເຈົ້າມີລາຍຮັບ ຈາກການທ່ອງທ່ຽວ, ເພີ້ມທະວີການສົ່ງເສີມສີມືແຮງງານໃຫ້ເປັນທີ່ຍອມຮັບຂອງສັງຄົມ. ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ຄະນະນຳຂອງແຂວງ ກໍ່ຄື ສະພາປະຊາຊົນແຂວງ ເພີ່ມທະວີການລົງເຜີຍແຜ່ບັນດານິຕິກຳຕ່າງໆຂອງພັກ – ລັດໃຫ້ກ້ວາງຂວາງ ລົງຮອດຮາກຖານປະຊາຊົນຢ່າງແທ້ຈິງ.