ການນຳແຂວງອຸດົມໄຊ ເຂົ້າຮ່ວມພິທີ ສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ,ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ – ຫວຽດນາມ ແລະ ພິທີ ຮັບໃບຢັ້ງຢືນ ອານຸສອນສະຖານ ການປະຕິວັດ ລາວ – ຫວຽດນາມ ເປັນເຂດອານຸສອນສະຖານ ພິເສດແຫ່ງຊາດ

ໃນໂອກາດທີ່ ການນໍາແຂວງອຸດົມໄຊ ເຊິ່ງນໍາໂດຍທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ເດີນທາງ ເຄື່ອນໄຫວ ພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເຊິນລາ ແຫ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 26 – 30 ສິງຫາ 2022 ກໍໄດ້ເຂົ້າຮ່ວມ ພິທີ ສະເຫລີມສະ ຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 60 ປີ,ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ – ຫວຽດນາມ ຄົບຮອບ 45 ປີ ແລະ ພິທີ ຮັບໃບຢັ້ງຢືນ ອານຸສອນສະຖານ ການປະຕິວັດ ລາວ – ຫວຽດນາມ ເປັນເຂດອານຸສອນສະຖານ ພິເສດແຫ່ງຊາດ ທີ່ບ້ານລາວໂຄ ຕາແສງ ພຽງຄວາຍ ເມືອງອຽນເຈົາ ແຂວງເຊິນລາ.

ໃນພິທີ ໄດ້ວາງພວງມາລາ ແລະ ຈູດທູບບູຊາ ຮູບປັ້ນທ່ານ ໂຮ ຈີມິນ ແລະ ທ່ານໄກສອນ ພົມວິ ຫານ ພ້ອມທັງ ໄດ້ຮັບຊົມການສະແດງ ສິລະປະວັນນະຄະດີ. ຈາກນັ້ນ ທ່ານ ຫງວຽນ ຮີ້ວດົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ຫົວຫນ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ແຂວງເຊິນລາ ໄດ້ມີຄຳເຫັນ ພ້ອມທັງ ກ່າວເຖິງສາຍພົວພັນການທູດ, ການພົວພັນຮ່ວມມື ເຊິ່ງກັນ ແລະ ກັນ ລະຫວ່າງ ລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ເວົ້າລວມ, ເວົ້າສະເພາະກໍຄື ບັນດາແຂວງພາກເຫນືອລາວ ແລະ ແຂວງເຊິນລາ ນອກນັ້ນ ຍັງຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ຂອງເຂດອານຸສອນສະຖານ ການປະຕິວັດລາວ – ຫວຽດນາມ ທີ່ບ້ານລາວໂຄ ຕາແສງ ພຽງຄວາຍ ເມືອງອຽນເຈົາ ຫລື ບ້ານພຽງສາ ຕາແສງລາວຮຸງ ເມືອງຊຽງຄໍ້ ແຂວງຫົວພັນ. ເຊິ່ງສະຖານ ທີ່ດັ່ງກ່າວ ເປັນສະຖານທີ່ ທີສຳຄັນທາງປະຫວັດສາດລະຫວ່າງລາວ ແລະ ຫວຽດນາມ ກໍຄື ເປັນເຂດທີ່ຫມັ້ນ ຂອງການປະຕິວັດ, ເປັນສັນຍາລັກແຫ່ງນ້ຳໃຈອັນສູງສົ່ງຂອງຄວາມສາມັກຄີພິເສດ, ມິດຕະພາບ ແລະ ເປັນສະຖານທີ່ ທີ່ທ່ານໄກສອນ ພົມວິຫານ ຜູ້ນຳອັນແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ໃນການນຳພາ ຄະນະຕະລຸມບອນລາວເຫນືອ ເຄື່ອນໄຫວເຮັດການປະຕິວັດ ແລະ ໄດ້ຮັບການອູ້ມຊູ, ຊ່ວຍເຫລືອ ຈາກປະຊາຊົນເຂດດັ່ງກ່າວ ທັງເປັນສະຖານທີ່ ກອງຮ້ອຍລາດຊະວົງລາວ ຫລື ກອງທັບປະຊາຊົນລາວ ໃນປັດຈຸບັນ ສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອງ ປີ 1949.

ໂອກາດດັ່ງກ່າວ ກໍໄດ້ມີພິທີ ມອບ – ຮັບ ໃບຢັ້ງຢືນ ວ່າດ້ວຍການຮັບຮອງ ເອົາເຂດອານຸສອນສະຖານ ການປະ ຕິວັດ ລາວ – ຫວຽດນາມ ເປັນເຂດ ອານຸສອນສະຖານ ພິເສດແຫ່ງຊາດ ຢ່າງເປັນທາງການ. ພາຍຫລັງ ສໍາເລັດພິທີດັ່ງກ່າວແລ້ວ ໄດ້ມີພິທີ ປູກຕົ້ນໄມ້ ຢູ່ບໍລິເວນ ອານຸສອນສະຖານ ການປະຕິວັດ ລາວ – ຫວຽດນາມ ຕື່ມອີກ.

ການເດີນທາງເຂົ້າຮ່ວມ ພິທີ ສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ລາວ – ຫວຽດນາມ ຄົບ ຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ – ຫວຽດນາມ ຄົບຮອບ 45 ປີ ແລະ ພິທີ ຮັບໃບຢັ້ງຢືນ ອານຸສອນສະຖານ ການປະຕິວັດ ລາວ – ຫວຽດນາມ ເປັນເຂດອານຸສອນສະຖານ ພິເສດແຫ່ງຊາດ ທີ່ບ້ານລາວໂຄ ຕາແສງ ພຽງຄວາຍ ເມືອງອຽນເຈົາ ແຂວງເຊິນລາ. ຂອງການນຳແຂວງອຸດົມໄຊ ໃນຄັ້ງນີ້ ກໍເພື່ອປະ ຕິບັດຕາມຄຳເຊີນ ຂອງຄະນະພັກ, ອົງການປົກຄອງ ແຂວງເຊິນລາ ທັງເປັນການ ເພີ່ມທະວີຄວາມສາມັກຄີພິເສດ,ການພົວພັນຮ່ວມມືຮອບດ້ານ ລະຫວ່າງ 2 ແຂວງອຸດົມໄຊ – ເຊິນລາ ໃຫ້ຂຽວສົດງົດງາມ ແລະ ຫມັ້ນຄົງທະນົງແກ່ນຕະຫລອດກາລະນານ.

ການເຂົ້າຮ່ວມພິທີສໍາຄັນທາງປະຫວັດສາດໃນຄັ້ງນີ້ ນອກຈາກຈະມີການນໍາຂອງແຂວງອຸດົມໄຊ ແລ້ວ ຍັງມີ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ສສຫວຽດ ນາມ, ການນຳບັນດາແຂວງພາກເຫນືອ, ການນຳແຂວງເຊິນລາ ຕະຫລອດຮອດ ປະຊາຊົນ ບ້ານລາວໂຄ,ຕາແສງພຽງຄວາຍ ເມືອງອຽນເຈົາ ແຂວງເຊິນລາ ເຂົ້າຮ່ວມຢ່າງພ້ອມພຽງ.

ນັກຂ່າວ: ຄານມະນີ ຮຽນດໍຈັນ