ຕອນບ່າຍວັນທີ 20 ກໍລະກົດ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັັກແຂວງ, ເຈົ້າແຂວງອຸດົມໄຊ ໄດ້ພົບປະໂອ້ລົມ ຄະນະນຳ ແລະ ພະນັກງານ-ລັດຖະກອນ ສະພາປະຊາຊົນແຂວງ.
ກ່ອນອື່ນ ທ່ານໄດ້ຮັບຟັງລາຍງານການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ໂດຍສະເພາະແມ່ນ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງອຸດົມໄຊ ຈາກ ທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງອຸດົມໄຊ.
![](https://www.oudomxay.gov.la/site/wp-content/uploads/2021/07/217395010_1437517056621570_153456289160858912_n-1024x682.jpg)
ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັັກແຂວງ, ເຈົ້າແຂວງອຸດົມໄຊ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ທາງສະພາປະຊາຊົນແຂວງຍາດມາໄດ້ໃນໄລຍະຜ່ານມາ ພ້ອມດຽວກັນ ທ່ານ ເຈົ້າແຂວງຍັງໄດ້ຍົກໃຫ້ເຫັນສະພາບລວມພາຍໃນປະເທດ ໂດຍສະເພາະແມ່ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກສະພາບການລະບາດຂອງພະຍາດໂຄວິດ-19 ທີ່ພວມເປັນໄພຄຸກຄາມຊີວິດອິນຊີຂອງມວນມະນຸດໃນທົ່ວໂລກ ລວມທັງພາຍໃນປະເທດ ແລະ ສະພາບປາກົດການຫຍໍ້ທໍ້ຕ່າງໆ ເຊິ່ງໄດ້ຜົນສົ່ງສະທ້ອນຕໍ່ການຊີ້ນຳ-ນຳພາ ແລະ ການເຄື່ອນໄຫວວຽກງານຂອງພາກລັດ ລວມເຖິງການດຳລົງຊີວິດຂອງປະຊາຊົນ ສະນັ້ນ ຈິ່ງເນັ້ນໃຫ້ຄະນະນຳ ແລະ ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງເຫັນໄດ້ຄວາມຈຳເປັນ, ພ້ອມກັນສູ້ຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບສູງ, ມີຄວາມໜັກແໜ້ນດ້ານແນວຄິດການເມືອງ, ນຳໃຊ້ທ່າແຮງ ແລະ ເງື່ອນໄຂທີ່ມີຢູ່ປັບປຸງແບບແຜນວິທີເຮັດວຽກແຕ່ລະຂັ້ນໃຫ້ນັບມື້ດີຂຶ້ນຕາມຍຸກສະໄໝ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນສຳເລັດ.