ພິທີພົບປະ ລະຫວ່າງ ຄະນະຜູ້ແທນແຂວງອຸດົມໄຊ ສປປ ລາວ ແລະ ຄະນະຜູ້ແທນແຂວງດິງບິງ ສສ ຫວຽດນາມ

ໃນລະຫວ່າງວັນທີ 27 – 28 ມີຖຸນາ ນີ້ ການນໍາຂັ້ນສູງແຂວງອຸດົມໄຊ ສປປ ລາວ ນໍາໂດຍ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະພັກອົງການປົກຄອງແຂວງ ແລະ ສະມາຄົມຊາວຫວຽດນາມ ປະຈຳແຂວງອຸດົມໄຊ ໄດ້ຕ້ອນຮັບ ສະຫາຍ ຟາມ ກວາງງອກ ຮອງເລຂາພັກແຂວງ ປະທານຄະນະກຳມະການປະຊາຊົນ ແຂວງນິງບີງ ສສ ຫວຽດນາມ ພ້ອມດ້ວຍບັນດາຫົວໜ້າພະແນກ – ຮອງຫົວນ້າພະແນກການ ຈາກແຂວງນິງບິງ ສສ ຫວຽດນາມ ທີ່ມາເຄື່ອນໄຫວຢ້ຽມຢາມພົບປະກັບການນຳຂັ້ນສູງ ແຂວງອຸດົມໄຊ.

ໃນການມາຢ້ຽມຢາມ ພົບປະກັນຄັ້ງນີ້ ການນຳຂັ້ນສູງທັງສອງແຂວງ ກໍໄດ້ລາຍງານສະພາບລວມຂອງແຂວງໃຫ້ກັນຊາບໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ຮູ້ ສະພາບທີ່ຕັ້ງພູມສັນຖານ, ສະພາບການພັດທະນາເສດຖະກິດ – ສັງຄົມ ຈຸດພິເສດ ແລະ ທ່າແຮງໃນການສ້າງສາພັດທະນາ, ຍົກໃຫ້ຮູ້ການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງແຂວງອຸດົມໄຊ ກັບບັນດາແຂວງ ສສ ຫວຽດນາມ ແລະ ການເຄື່ອນໄຫວວຽກງານເສີມສ້າງສາຍພົວພັນຮ່ວມມື ມິດຕະພາບລາວ – ຫວຽດນາມ ຢູ່ພາຍໃນແຂວງ ໃຫ້ແກ່ພະນັກງານ ສະມາຊິກພັກ ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຄົນຮຸ້ນໃໝ່ ໃຫ້ຮັບຮູ້ ເຂົ້າໃຈ ແລະ ບຳລຸງຮັກສາ ສາຍພົວພັນທີ່ເປັນມູນເຊື້ອຂອງສອງຊາດ ໃຫ້ນັບມື້ແໜ້ນແຟ້ນຍິງໆຂຶ້ນ. ໃນນັ້ນທັງສອງຝ່າຍ ກໍໄດ້ມີການສົນທະນາແລກປ່ຽນບົດຮຽນນຳກັນ ກ່ຽວກັບການຈັດຕັ້ງເຄື່ອນໄຫວວຽກງານແຕ່ລະຂະແໜງການ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂອງແຕ່ລະຂະແໜງການມີການພັດທະນາຍິງໆຂຶ້ນ. ໂອກາດດຽວກັນນີ້ ເພື່ອເປັນການເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ – ລາວ ລາວ – ຫວຽດນາມ ເວົ້າລວມ ເວົ້າສະເພາະແມ່ນ ແຂວງອຸດົມໄຊ ສປປ ລາວ ກັບ ແຂວງນິງບີງ ສສ ຫວຽດນາມ ເຊິ່ງທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນເຊັນບົດບັນທຶກຊ່ວຍຈຳໄລຍະ 2022 – 2025 ໃນການພົວພັນມິດຕະພາບ ແລະ ການຮ່ວມມື ເພື່ອເປັນແນວທາງໃນການພົວພັນຮ່ວມມື ແລະ ຈະໄດ້ມອບໃຫ້ແຕ່ລະຂະແໜງການຈັດຕັ້ງປະຕິບັດ ວາງແຜນການຮ່ວມມືລະອຽດ ແລະ ແທດ ເໝາະກັບສະພາບການຕົວຈິງຂອງແຕ່ລະຂົງເຂດ ແນໃສ່ຊຸກຍູ້ສາຍພົວພັນແຮກສ່ຽວຂອງທັງສອງແຂວງ ເພີ່ມທະວີຄວາມເຊື່ອໝັ້ນ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຮ່ວມມືກັນພັດທະນາ ບົນພື້ນຖານການຮ່ວມມືຢ່າງຖືກຕ້ອງ ຕາມລະບຽບກົດໝາຍຂອງທັງສອງປະເທດ ໃນຂອບເຂດສິດ, ໜ້າທີ່ ຄວາມຮັບຜິດຊອບ ແລະ ຜົນປະໂຫຍດລວມຂອງສອງຝ່າຍ.

ໃນໂອກາດທີ່ການນຳຂັ້ນສູງແຂວງ ນິງບິງ ສສ ຫວຽດນາມ ໄດ້ມາເຄື່ອນໄຫວຢ້ຽມຢາມພົບປະກັບການນຳຂັ້ນສູງແຂວງອຸດົມໄຊ ສປປ ລາວ ຄັ້ງນີ້ ຍັງໄດ້ໄປເບິ່ງພື້ນຖານໂຄງລ່າງ ແລະ ສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງແຂວງອຸດົມໄຊຕື່ມອີກ.