ທ່ານ ອາຊາງ ລາວລີ ອະດີດ ກົມການເມືອງ ສູນກາງພັກ ພົບປະ ໂອ້ລົມ ການນຳແຂວງອຸດົມໄຊ

ເນື່ອງໃນໂອກາດ ທີ່ທ່ານ ອາຊາງ ລາວລີ ອະດີດ ກົມການເມືອງ ສູນກາງພັກ, ອະດີດຮອງນາຍົກ ລັດຖະມົນຕີ ແຫ່ງ ສປປລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ທ່ານກໍໄດ້ ພົບປະໂອ້ລົມ ການນຳແຂວງ ເຊິ່ງການພົບປະ ໂອ້ລົມດັ່ງກ່າວ ໄດ້ຈັດຂຶ້ນ ໃນຕອນເຊົ້າ ວັນທີ 30 ມິຖຸນາ 2022 ທີ່ຫ້ອງວ່າການແຂວງອຸດົມໄຊ ໂດຍມີທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສຳຮອງ ສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະປະຈໍາພັກແຂວງ, ສະພາປະຊາຊົນແຂວງ ຕະລອດຮອດຄະນະພັກ, ຄະນະພະແນກ, ການນຳເມືອງໄຊ ເຂົ້າຮ່ວມ.

     ທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ໄດ້ລາຍງານສະພາບລວມ ກ່ຽວກັບການຊີ້ນຳ – ນໍາພາ ຂອງການນໍາແຂວງ ໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນເຖິງຜົນສຳເລັດ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XIຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ, ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ, ການປະຕິບັດ ວຽກງານ 3 ສ້າງ ແລະ 2 ວາລະແຫ່ງຊາດ ເຊິ່ງໂດຍລວມແລ້ວ ເຫັນວ່າ: ແຂວງອຸດົມໄຊ ຍັງຮັກສາໄດ້ສະຖານລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ປອດໄພ, ເສດຖະກິດ ມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ. ຕໍ່ກັບຜົນງານດັ່ງກ່າວ ກໍຍັງມີບາງບັນຫາທີ່ຍັງເປັນຈຸດອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃນຕໍ່ຫນ້າ ຕາມທິດທາງແຜນການທີ່ໄດ້ກຳນົດໄວ້.

     ໂອກາດກ່າວ ທ່ານ ອາຊາງ ລາວລີ ອະດີດກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳບາງບັນຫາ ໃນນີ້ ທ່ານໄດ້ເນັ້ນຫນັກໃຫ້ການນຳແຂວງອຸດົມໄຊ ນຳໄປຈັດຕັ້ງປະຕິບັດ ໃນຕໍ່ຫນ້າ ກໍຄື: ສືບຕໍ່ເພີ່ມທະວີ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໂດຍສະເພາະແມ່ນ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ສະພາບຄວາມຫຍຸ້ງຍາກທາງການເສດຖະກິດ – ການເງິນ ແລະ ບັນຫາຢາເສບຕິດ, ປັບປຸງພາຍໃນພັກ, ກໍ່ສ້າງພະນັກງານ ແລະ ເພີ່ມທະວີ ວຽກງານກວດກາໃຫ້ແຂງແຮງ, ຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມ ວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກງານ ພະນັກງານ, ສືບຕໍ່ເອົາໃຈໃສ່ ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ຫນັກແຫນ້ນ ແລະ ເຂັ້ມແຂງ ແລະ ສືບຕໍ່ເອົາໃຈໃສ່ ວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

     ຈາກນັ້ນ, ທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ຮອງເຈົ້າແຂວງອຸດົມໄຊ ໄດ້ຕາງຫນ້າການນໍາທົ່ວແຂວງອຸດົມໄຊ ກ່າວຮັບເອົາ ແລະ ຈະສືບຕໍ່ນໍາເອົາເນື້ອໃນຈິດໃຈ ຂອງການໂອ້ລົມ ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນແຕ່ລະຂົງເຂດວຽກງານ ໃຫ້ເກີດດອກອອກຜົນ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ.