ພິທີ ປາຖະກະຖາ 4 ວັນປະຫວັດສາດ ຂອງຊາດ

ວັນທີ 6 ກໍລະກົດ 2022 ນີ້ ຫ້ອງວ່າການ ແຂວງອຸດົມໄຊ ໄດ້ຈັດພິທີ ປາຖະກະຖາ ວັນສຳຄັນທາງປະຫວັດສາດ ຂອງຊາດ ແລະ ຂອງແຂວງ ຂຶ້ນທີ່ຫ້ອງປະຊຸມ ຂອງຕົນ ເຊິ່ງໃຫ້ກຽດປາຖະກະຖາ ໂດຍທ່ານນາງ ອຳໄພວອນ ປັນຍາລັກ ກຳມະການພັກແຂວງ, ຫົວຫນ້າຫ້ອງວ່າການ ແຂວງອຸດົມໄຊ ແລະ ຄະນະຫ້ອງວ່າການແຂວງ ພັດປ່ຽນກັນຂື້ນປາຖະກະຖາ.

ວັນສໍາຄັນ ທາງປະຫວັດສາດ ຂອງຊາດ ແລະ ຂອງແຂວງ ທີ່ນໍາມາປາຖະກະຖາ ໃນຄັ້ງນີ້ ປະກອບມີ: ວັນສ້າງຕັ້ງ ແຂວງອຸດົມໄຊ ຄົບຮອບ 60 ປີ,ວັນສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບ ແຂວງອຸດົມໄຊຄົບຮອບ 60 ປີ,ວັນສ້າງຕັ້ງ ສາຍພົວພັນ ການທູດ ລາວ – ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນ ຍາ ມິດຕະພາບ ແລະ ການຮ່ວມມື ລາວ – ຫວຽດນາມ ຄົບຮອບ 45 ປີ. ໃນນີ້ ໄດ້ຍົກໃຫ້ເຫັນເຖິງ ປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງແຂວງອຸດົມໄຊ ແລະ ກຳລັງປ້ອງກັນຄວາມສະຫງົບແຂວງ ໃນເມື່ອກ່ອນຈົນເຖິງປັດຈຸບັນ,ການຊີ້ນຳ – ນໍາພາ ຂອງການນໍາແຂວງ ແຕ່ລະສະໄຫມ. ລວມທັງ ການພົວພັນ,ຮວມມື,ການຊ່ວຍເຫລືອເຊິ່ງກັນ ແລະ ກັນ,ການເພີ່ມທະວີ ຄວາມສາມັກຄີ ຮັກແພງ ຕະຫລອດຮອດການຄ້າ ແລະ ການລົງທຶນ ລະຫວ່າງ 2 ຊາດ ລາວ – ຫວຽດນາມ ເວົ້າລວມ,ເວົ້າສະເພາະກໍຄື ແຂວງອຸດົມໄຊ ກັບບັນດາແຂວງແຮກສ່ຽວ ແລະ ແຂວງ ພົວພັນຮ່ວມມື ຂອງ ສສ ຫວຽດນາມ. ເຊິ່ງການປາຖະກະຖາ ໃນຄັ້ງນີ້ ກໍເພື່ອເຮັດໃຫ້ ພະນັກງານ – ລັດຖະກອນ ພາຍໃນ ຫ້ອງວ່າການ ແຂວງອຸດົມໄຊ ຮັບຮູ້,ເຂົ້າໃຈແຈ້ງ ກ່ຽວກັບ ວັນສຳຄັນ ດັ່ງກ່າວ ແລ້ວພ້ອມກັນ ສືບຕໍ່ຈັດຕັ້ງປະຕິບັດ ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ໃຫ້ໄດ້ຮັບຫມາກຜົນ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ, ເຮັດໃຫ້ວັນປະຫວັດສາດ ດັ່ງກ່າວ ກາຍເປັນວັນທີ່ມີຄວາມຫມາຍ ແລະ ຄວາມສຳຄັນ.

ໃນພິທີ ປາຖະກະຖາ ຄັ້ງນີ້ ມີພະນັກ ງານ – ລັດຖະກອນ ພາຍໃນ ຫ້ອງວ່າການ ແຂວງອຸດົມໄຊ ເຂົ້າຮ່ວມຮັບຟັງ.