ເຈົ້າແຂວງອຸດົມໄຊ ລົງຕິດຕາມ ກວດກາ ຄວາມພ້ອມ ໃນການສະເຫລີມສະຫລອງວັນສ້າງຕັ້ງ ແຂວງອຸດົມໄຊ ແລະ ວັນສ້າງຕັ້ງ ກຳລັງ ປກສ ແຂວງ ຄົບຮອບ 60 ປີ

ຕອນເຊົ້າວັນທີ 10 ກໍລະກົດ 2022 ນີ້ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະຮັບຜິດຊອບວຽກງານ ແຕ່ລະດ້ານ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ຄວາມພ້ອມ ກ່ຽວກັບ ການສະເຫລີມສະຫລອງ ວັນສ້າງຕັ້ງ ແຂວງອຸດົມໄຊ ແລະ ວັນສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບ ແຂວງ ຄົບຮອບ 60 ປີ ຢູ່ພາຍໃນເທດສະບານແຂວງອຸດົມໄຊ.

ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນໄດ້ຕິດຕາມ, ກວດກາ ການກໍ່ສ້າງຄັນຄູ ດອນກາງ ຂອງເສັ້ນ ທາງ, ການກໍ່ສ້າງ ວົງວຽນ ຢູ່ແຕ່ລະຈຸດ 3 ແຍກ, 4ແຍກ, ການກໍ່ສ້າງຮອງລະບາຍນ້ຳແຄມທາງ, ການປະດັບປະດາ, ຕິດທຸງຊາດ, ທຸງທິວ, ຕິດປ້າຍຄຳຂວັນຕ່າງໆ, ການປົກປັກຮັກສາ ແລະ ອະນາໄມ ເຂດຄວາມຮັບຜິດຊອບຂອງຕົນ, ຕິດຕາມ ຄວາມພ້ອມ ການວາງສະແດງ ຜະລິດຕະພັນສິນຄ້າ, ເວທີຮັບໃຊ້ການສະແດງສິລະປະວັນນະຄະດີ ຢູ່ສະຫນາມກິລາແຂວງ, ຕິດຕາມການຝຶກຊ້ອມໃຫຍ່ ຂອງຂະບວນການສິລະປະວັນນະຄະດີ ຢູ່ສະໂມສອນແຂວງ, ການແຂ່ງຂັນກິລາບານເຕະ, ກິລາເປຕັງ. ຈາກນັ້ນ, ຍັງໄດ້ລົງພົບປະໂອ້ລົມ ແລະ ກະຈາງແຈ້ງ ນໍາອົງການປົກຄອງບ້ານເຈງ ກ່ຽວກັບ ວຽກງານການຂະຫຍາຍເສັ້ນທາງພາຍໃນບ້ານດັ່ງກ່າວ ໂດຍຍົກໃຫ້ເຫັນເຖິງ ສິດ ແລະ ພັນທະ ຂອງປະຊາຊົນ ໃນນີ້ ກໍເພື່ອເປັນການພັດທະນາ ຕົວເມືອງ ໃຫ້ມີຄວາມເປັນລະບຽບ ຮຽບຮ້ອຍ ແລະ ເຮັດໃຫ້ການສັນຈອນ ມີຄວາມສະດວກສະບາຍ.
ຜ່ານການລົງເຄື່ອນໄຫວ ຕິດຕາມ, ກວດກາຕົວຈິງ ຂອງທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ໃນຄັ້ງນີ້ ໂດຍລວມແລ້ວ ການຫ້າງຫາກະກຽມ ວຽກງານທຸກດ້ານ ທັງພື້ນຖານໂຄງລ່າງ, ກິດຈະກໍາ ແລະ ຂະບວນການອື່ນໆ ແມ່ນມີຄວາມພ້ອມ ເປັນສ່ວນໃຫຍ່ແລ້ວ ແຕ່ຍັງມີບາງຫນ້າວຽກທີ່ຍັງຈະໄດ້ສືບຕໍ່ແກ້ໄຂ ເພື່ອໃຫ້ທ່ວງທັນ ກ່ອນມື້ສະເຫລີມສະຫລອງ ຢ່າງເປັນທາງການ ໃນວັນທີ 15 ກໍລະກົດ 2022 ນີ້.

ຂ່າວ: ຄານມະນີ ຮຽນດໍຈັນ